ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ (ຄບຕ) ນະຄອນຫຼວງວຽງຈັນ ໄດ້ລົງພື້ນທີ່ກວດກາຄຸ້ມຄອງ ແລະ ຮັກສາອະນາໄມຕຶກອາຄານກະຊວງຍຸຕິທຳ (ຫຼັງເກົ່າ) ເພື່ອປັບປຸງເປັນສະຖານທີ່ທ່ອງທ່ຽວສວນສາທະລະນະ (ສວນອຸທິຍານ) ໃນອະນາຄົດ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 20 ພະຈິກ 2020 ວ່າ: ພາຍຫຼັງກະຊວງຍຸຕິທຳ ໄດ້ຍ້າຍໄປຕັ້ງສຳນັກງານໃໝ່ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ແລະ ປະສຳນັກງານເກົ່າທີ່ບໍ່ໄດ້ນຳໃຊ້ວຽກງານມາເປັນໄລຍະ 2 ປີຜ່ານມາ ແລະ ບໍ່ທັນມີພາກສ່ວນອື່ນເຂົ້າມາຄຸ້ມຄອງຮັກສາ. ຜ່ານມາເຈົ້າຄອງນະຄອງຫຼວງວຽງຈັນ ກໍໄດ້ລົງມາກວດກາປຶກສາຫາລື ແລະ ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງແບ່ງໜ້າທີ່ມາຮັບຜິດຊອບສະຖານທີ່ດັ່ງກ່າວ ເພື່ອບໍ່ໃຫ້ເກີດປະກົດກາຍຫຍໍ້ທໍ້ຄືທີ່ຜ່ານມາ ໂດຍສະເພາະແມ່ນໄດ້ມີກຸ່ມຄົນບໍ່ດີເຂົ້າມາມົ້ວສຸມ ແລະ ລັກເອົາຊັບສິນທີ່ເປັນຂອງລັດຢູ່ພາຍໃນຕຶກອາຄານດັ່ງກ່າວໄປ.

ດັ່ງນັ້ນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ພ້ອມຄະນະ ຈຶ່ງໄດ້ລົງມາກວດກາບົວລະບັດຮັກສາຄຸ້ມຄອງ ພ້ອມທັງມີແຜນຈະປັບປຸງ, ທຸບຕຶກສ່ວນທີ່ຢູ່ດ້ານຫຼັງ ແລະ ຮັກສາໄວ້ແຕ່ຕຶກທາງດ້ານໜ້າ ເພື່ອຈະໄດ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດໃນຕໍ່ໜ້າ, ໂດຍສະເພາະແມ່ນຈະພັດທະນາສະຖານທີ່ດັ່ງກ່າວ ໃຫ້ກາຍເປັນສວນສາທາລະນະ (ສວນອຸທິຍານ) ໂດຍການປູກຕົ້ນໄມ້, ດອກໄມ້ປະດັບໃຫ້ກາຍເປັນຮົ່ມ ເພີ່ມສີຂຽວ ເຮັດໃຫ້ຕົວເມືອງເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ພ້ອມທັງບັນລຸ (ສ) ສີຂຽວ ທີ່ນອນໃນ 6 ສ ນະຄອນຫຼວງວຽງຈັນ ວາງອອກ.

ປັດຈຸບັດ, ຄບຕ ກຳລັງອະນາໄມບົວລະບັດ ແລະ ກະກຽມແຜນການຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໃນຕໍ່ໜ້າ, ທີ່ຈະໄດ້ປັບປຸງສະຖານທີ່ດັ່ງກ່າວໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຕິດພັນກັບປະຫວັດສາດ ແລະ ການປົກຄອງໃນສະໄໝກ່ອນ ທີ່ຕິດພັນກັບປະຕູໄຊ, ເຊິ່ງເອີ້ນວ່າ: ສວນປະຕູໄຊພາກຂະຫຍາຍໃຫ້ກາຍເປັນສະຖານທີ່ພັກຜ່ອນ, ທ່ອງທ່ຽວໃນນະຄອນຫຼວງວຽງຈັນ ທີ່ມີຄວາມຫຼາກຫຼາຍ ໂດຍສະເພາະ
ແມ່ນເປັນສະຖານທີ່ທີ່ຕິດກັບສວນປະຕູໄຊ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວນະຄອນຫຼວງວຽງຈັນ ໃຫ້ຫຼາຍຂຶ້ນ.