ກົມໃຫຍ່ການເມືອງປກສ ຈັດຝຶກອົບຮົມວຽກງານຫ້ອງການ

0
1018

ໃນລະຫວ່າງວັນທີ 15-17 ທັນວາ ນີ້, ກົມໃຫຍ່ການເມືອງ ປກສ ໄດ້ເປີດຝຶກອົບຮົມວຽກງານຫ້ອງການໃຫ້ພະນັກງານນັກຮົບຜູ້ທີ່ເຮັດວຽກຫ້ອງການ,ບໍລິຫານທົ່ວກົມກອງອ້ອມຂ້າງກົມໃຫຍ່ການເມືອງ,ໂດຍມີ ພັທ ສີເພົ້າ ບຸນບາລິດ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະຫ້ອງ, ກົມກອງອ້ອມຂ້າງກົມໃຫຍ່ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ພັທ ສີເພົ້າ ບຸນບາລິດ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມ 80 ສະຫາຍ ຍິງ 47 ສະຫາຍ ເພື່ອເຮັດໃຫ້ວຽກ ງານຫ້ອງການ ທີ່ເປັນເສນາທິການໃຫ້ແກ່ຄະນະພັກຄະນະບັນຊາ ຂອງບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ມີຄວາມເປັນເອກະພາບ,ຖືກຕ້ອງຕາມເອກະສານທາງການ,ຖືກຕ້ອງຕາມຫຼັກໄວຍະກອນຂອງພາສາລາວ ແລະ ເປັນເສນາທິການໃຫ້ແກ່ຂັ້ນເທິງໄດ້ເປັນຢ່າງດີໃນຕໍ່ໜ້າ.ໃນນີ້, ນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບການສ້າງເອກະສານທາງການ,ການຂຽນບົດໂອ້ລົມ,ບົດປະກອບຄໍາເຫັນ, ການກວດກາບັນທຶກເອກະສານຂາເຂົ້າຂາອອກ,ວຽກງານການເງິນ,ອຸປະໂພກບໍລິໂພກ,ວຽກງານຊັນສິນ,ວຽກງານຄຸ້ມຄອງລົດ ແລະວຽກງານອື່ນໆອີກຈໍານວນໜຶ່ງ.

ໃນໂອກາດນີ້, ທ່ານຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງ ປກສ ຍັງໄດ້ຮຽນຮ້ອງໃຫ້ບັນດານັກສໍາມະນາກອນ ຈົ່ງຍົກສູງຄວາມຮັບ ຜິດຊອບໃນການຄົ້ນຄວ້າ,ປະຕິບັດລະບຽບການເຂົ້າ-ອອກ,ຈິງໃຈຟັງ ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເສີມຂະຫຍາຍຫົວຄິດປະ ດິດສ້າງ,ຈິງໃຈແລກປ່ຽນບົດຮຽນຈາກພຶດຕິກໍາຕົວຈິງໃນວຽກງານເສນາທິການຫ້ອງການໃນກົມກອງຂອງຕົນໃນໄລຍະຜ່ານມາ ເພື່ອປະ ກອບສ່ວນເຮັດໃຫ້ການເຄື່ອນໄຫວວຽກງານນັບມື້ມີເນື້ອໃນເລິກເຊິ່ງ ແລະ ມີບົດຮຽນທີ່ອຸດົມສົມບູນຍິ່ງໆຂຶ້ນໃນອານາຄົດ.

ພາບ-ຂ່າວ: ຄຳໂຖ ວັນນະລາດ