ວັນທີ 10 ທັນວາ 2020, ກອງບັນຊາການ ປກສ ເມືອງຫຼວງນຳ້ທາ ໄດ້ຈັດພິທີປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານ-ນັກຮົບ; ເປັນປະທານໂດຍ ພັທ ເປີງແກ້ວ ແສນທໍາມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງຫຼວງນຳ້ທາ, ມີບັນດາຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງກຸ່ມບ້ານ, ຕະຫຼອດຮອດພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ຖືກສັບຊ້ອນເຂົ້າຮ່ວມ.

ພັຕ ບຸນປະເສີດ ແສນແກ້ວມະນີ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 28409/ປກສ, ຫຼທ, ລົງວັນທີ 27 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ປກສ ກຸ່ມບ້ານ, ຫົວໜ້າໜ່ວຍງານ; ຮອງໜ່ວຍງານທີ່ຂຶ້ນກັບກອງບັນຊາການ ປກສ ເມືອງຫຼວງນຳ້ທາ ທັງໝົດ 11 ສະຫາຍ; ຜ່ານຂໍ້ຕົກລົງວ່າດ້ວຍການສັບຊ້ອນ-ໂຍກຍ້າຍພະນັກງານຂັ້ນວິຊາການ ຈຳນວນ 17 ສະຫາຍ; ພ້ອມດຽວກັນນີ້, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 30 78/ປກສ, ລົງວັນທີ 24 ພະຈິກ 2020 ວ່າດ້ວຍການເລື່ອນຊັ້ນ ພັນຕີ ຂຶ້ນ ພັນ ໂທ 3 ສະຫາຍ; ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 8 ສະຫາຍ, ສິບເອກ ຂຶ້ນ ວາທີ 3 ສະຫາຍ, ຊັ້ນ 1 ຂຶ້ນ ສິບຕີ 1 ສະຫາຍ; ປະດັບຊັ້ນ ໂດຍ ພັທ ເປີງແກ້ວ ແສນທໍາມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງ ຫຼວງນ້ຳທາຂ່າວຍັງໃຫ້ຮູ້ອີກວ່າ: ວັນທີ 9 ທັນ ວາ 2020 ກອງບັນຊາການ ປກສ ເມືອງລອງ ກໍໄດ້ປະກາດໂຍກຍ້າຍ ສະຫາຍ ພັຕ ບຽນ ອໍພິບູນ ຫົວໜ້າ ປກສ ກຸ່ມບ້ານສະ ໄປຮັບໜ້າທີໃໝ່ເປັນຫົວໜ້າ ປກສ ກຸ່ມບ້ານຊຽງກົກ ແລະ ໂຍກຍ້າຍ ສະຫາຍ ພັທ ທອງຕັນ ລໍບຸນຫອມ ຈາກຫົວໜ້າ ປກສ ກຸ່ມບ້ານຊຽງກົກ ມາເປັນຫົວໜ້າ ປກສ ກຸ່ມບ້ານສະ.