ກົມໃຫຍ່ຕໍາຫຼວດ ປະກາດການຈັດຕັ້ງຍົກຍ້າຍ ແລະ ສັບຊ້ອນນາຍຕໍາຫຼວດຂັ້ນພະແນກ

0
1854

ໃນວັນທີ 14 ທັນວາ 2020, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງ,ຍົກຍ້າຍ ແລະ ສັບຊ້ອນ ນາຍຕໍາຫຼວດຂັ້ນພະ ແນກຂອງບັນດາກົມ,ຫ້ອງ,ສູນ ທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ, ເປັນປະທານໂດຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ພ້ອມດ້ວຍຄະນະພັກຄະນະບັນຊາ ແລະ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງ,ຍົກ ຍ້າຍ, ສັບຊ້ອນເຂົ້າຮ່ວມ.

ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ຕໍາຫຼວດ ສະບັບເລກທີ 473/ຕຫຼ, ລົງວັນທີ 9 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ; ຫົວໜ້າກົມໃຫຍ່ຕໍາຫຼວດຕົກລົງ ແຕ່ງຕັ້ງຫົວໜ້າ ແລະ ຮອງພະແນກຂອງບັນດາກົມ,ຫ້ອງ,ສູນ ທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ ຄື ຫ້ອງການ ກົມໃຫຍ່ຕໍາຫຼວດ ມີ 5 ພະແນກ; ຫ້ອງການເມືອງ ມີ 6 ພະແນກ; ຫ້ອງພະລາທິການ ມີ 5 ພະແນກ; ກົມ 300 ມີ 4 ພະແນກ; ກົມຕໍາຫຼວດສືບສວນ-ສອບສວນ ມີ 5 ພະ ແນກ; ກົມຕໍາຫຼວດເສດຖະ ກິດ ມີ 6 ພະແນກ;ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ມີ 4 ພະແນກ;ກົມຕໍາຫຼວດຈະລາຈອນ ມີ 5 ພະແນກ; ກົມຕໍາຫຼວດສິ່ງແວດລ້ອມ ມີ 4 ພະແນກ;ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ມີ 6 ພະແນກ; ກົມຕໍາຫຼວດນິຕິວິທະຍາ ມີ 5 ພະແນກ;ກົມຕໍາຫຼວດສາກົນ ມີ 3 ພະແນກ;ກົມຕໍາຫຼວດຝຶກແອບ ແລະນໍາໃຊ້ໝາວິຊາສະເພາະ ມີ 3 ພະແນກ; ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ມີ 3 ພະແນກ; ສູນຄວບຄຸມລະບົບວົງຈອນປິດ ມີ 5 ພະແນກ; ກົມຕໍາຫຼວດທາງລົດໄຟ ມີ 2 ພະແນກ; ສ່ວນຫົວ ໜ້າ ແລະ ຮອງ ທີ່ມີຢູ່ແລ້ວແມ່ນຮັກ ສາໄວ້ຄືເກົ່າ.

ນອກນັ້ນ, ຍັງໄດ້ຍົກຍ້າຍນາຍຕໍາຫຼວດຈາກກົມ 300 ຈໍານວນ 4 ສະຫາຍ ໄປຮັບໜ້າທີ່ໃໝ່ ຢູ່ບັນດາກົມ, ຫ້ອງ, ​ສູນທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ ແລະ ໄດ້ສັບຊ້ອນພະນັກງານທີ່ຮຽນຈົບຈາກວິທະຍາຄານສັນຕິບານປະຊາຊົນ ໄປຮັບໜ້າທີ່ ຢູ່ແຕ່ລະກົມກອງຕາມຄວາມເໝາະສົມ.

ໂອກາດດັ່ງກ່າວ, ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ການປະກາດແຕ່ງ ຕັ້ງ, ຍົກຍ້າຍ ແລະ ສັບ ຊ້ອນນາຍຕໍາຫຼວດຂັ້ນພະແນກທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ ແມ່ນເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງກົມໃຫຍ່ຕໍາຫຼວດຢູ່ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ສໍາລັບຜູ້ທີ່ຖືກແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນ ກໍໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ສືບຕໍ່ປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ແລະ ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ