smart
smart

ໃນອາທິດຜ່ານມາ, ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງເຊກອງ ໄດ້ປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນເຄື່ອນທີ່ ຄົບຮອບ 19 ປີ (2 ພະຈິກ 2001-2 ພະຈິກ 2020) ແລະ ວັນສ້າງຕັ້ງກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງເຊກອງ ຄົບຮອບ 14 ປີ (12 ກັນຍາ 2007-12 ກັນຍາ 2020); ເປັນປະທານ ແລະ ປາຖະກະຖາໂດຍ ພັທ ສົມ ວັນ ຄູນທະວີສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະພັກ, ຄະນະຫ້ອງ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພັນເຄື່ອງທີ່ເຂົ້າຮ່ວມຮັບຟັງ.

smart

ພັທ ສົມວັນ ຄູນທະວີສັກ ເລົ່າຄືນມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ເພື່ອປະຕິບັດສອງໝ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປັນກໍາລັງປະກອບອາວຸດອັນແຫຼມຄົມພາຍໃຕ້ການຊີ້ນໍາໂດຍກົງ, ຮອບດ້ານ ແລະ ເດັດຂາດຂອງພັກປະຊາຊົນປະຕິວັດລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ; ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຕ້ອງເພີ່ມທະວີປັບປຸງ, ກໍ່ສ້າງກໍາລັງຂອງຕົນໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ປອດໃສ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ມີນັກງານ-ນັກຮົບທີ່ມີຄວາມຮູ້-ຄວາມສາມາດ, ມີຄວາມຊໍານິຊໍານານທາງດ້ານວຽກງານວິຊາສະເພາະ ແລະ ເຄື່ອນໄຫວວຽກງານຢ່າງມີປະສິດທິຜົນສູງ.

ກໍາລັງເຫຼົ່າຮົບປ້ອງກັນເຄື່ອນທີ່ ແມ່ນກໍາລັງເລົ່າຮົບໜຶ່ງຂອງກະຊວງປ້ອງກັນຄວາມສະຫງົບ ເຊິ່ງເຮັດໜ້າທີ່ການເມືອງປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ 7, ກອງປະຊຸມໃຫຍ່ ຄັ້ງທີ 1 ຂອງອົງຄະນະພັກກະຊວງໃນເມື່ອກ່ອນ ໂດຍສືບທອດມາຈາກການຍຸບກອງພັນ 208 ແລະ 209 ຂອງກອງບັນຊາການປະກອບອາວຸດ.

smart

ພັທ ສົມວັນ ຄູນທະວີສັກ ໃຫ້ຮູ້ຕື່ມອີກວ່າ: ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງເຊກອງ ໃນໄລຍະເວລາ 14 ປີ ຜ່ານມາ, ພະນັກງານ-ນັກຮົບກໍາລັງປ້ອງກັນເຄື່ອນທີ່ ເອົາໃຈໃສ່ປະກອບສ່ວນເຮັດວຽກງານປົກປັກຮັກສາຄວາມສະຫງົບ, ໄດ້ສ້າງຕັ້ງຂຶ້ນໃນວັນທີ 3 ພຶດສະພາ 2007 ຈົນເຖິງປັດຈຸບັນ, ກອງພັນເຄື່ອນທີ່ແມ່ນໄດ້ສູ້ຊົນ, ອົດທົນ, ບຸກບືນຜ່ານຜາ່ອຸປະສັກນາໆປະ ການສາມາດເຮັດສໍາເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ ເປັນຕົ້ນແມ່ນການຈັດກໍາລັງປ້ອງກັນກອງປະຊຸມ ລະດັບຊາດ ແລະ ແຂວງ ເຫັນວ່າມີຄວາມປອດໄພ 100%.