ວັນທີ 14 ທັນວາ 2020 ກອງບັນຊາການ ປກສ ແຂວງຫຼວງນຳ້ທາ ໄດ້ເປີດຊຸດຝຶກອົມຮົມເຜີຍແຜ່ໃຫ້ຄວາມຮູ້ດ້ານນຳ້, ສຸຂາພິບານ, ອະນາໄມ ແລະ ຂ້າເຊື້ອໃຫ້ແກ່ສະຖານທີ່ຄຸມຂັງ-ດັດສ້າງ ປກສ ແຂວງ ເພື່ອຕ້ານພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19).

ໂດຍການເຂົ້າຮ່ວມເປັນປະທານຂອງ ພັອ ຄໍາພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ຄຸດແກ້ວ ເອືອດໄຊຍະເສນ ຫົວໜ້າສູນນຳ້ສະອາດ, ມີ ດຣ ພັທ ນາງ ບຸນປ້ອນ ສີມພູຄຳ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ, ມີຫົວໜ້າ-ຮອ້ງພະແນກເສນາຮັກ ປກສ ແຂວງ, ຄູ-ອາຈານ ຕະຫຼອດຮອດສຳມະນາກອນຈາກຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ຫ້ອງກັກຂັງຊົ່ວຄາວໃນບັນດາເມືອງ, ປກສ ເຂດເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ກ່ຽວການລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19), ການອະນາໄມສະຖານທີຕ່າງໆ, ການຄວບຄຸມ ແລະ ປ້ອງກັນເຊື້ອພະຍາດຂົງເຂດຫ້ອງກັກຂັງ, ວິທີປະສົມນຳ້ຢາຂ້າເຊື້ອ ແລະ ວຽກງານນຳ້, ສຸຂາພິບານ, ສົ່ງເສີມສຸຂາອະນາໄມໃນທີ່ຄຸມຂັັງ; ພ້ອມກັນນັ້ນ, ສຳມະນາກອນຍັງໄດ້ລົງສະໜາມຈັດຕັ້ງປະຕິບັດຕົວຈິງ ພ້ອມຖອດຖອນບົດຮຽນ ເພື່ອໃຫ້ໄດ້ຮັບຄຸນນະພາບ.