ວັນທີ 8 ທັນວາ 2020, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມສະຫຼຸບການກວດກາ, ຕິດຕາມນັກສຶກສາຈາກວິທະຍາຄານສັນຕິບານ ປະຊາຊົນ (ວສປ) ລະບົບກໍ່ສ້າງປະລິນຍາຕີ ຮຸ່ນ 22/4 ໃນການລົງຝຶກຫັດຢູ່ກອງບັນຊາການ ປກສ ແຂວງຄຳມ່ວນ ໃນໄລຍະ 1 ເດືອນຜ່ານມາ; ໂດຍການເຂົ້າຮ່ວມເປັນປະທານຂອງ ພັອ ປອ ບຸນຊະນະ ສົມມາລາວົງ ຮອງຜູ້ອຳນວຍການວິທະຍາຄານສັນຕິບານປະຊາຊົນ, ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ; ມີບັນດາຄະນະພັກ-ຄະນະຫ້ອງ, ອ້ອມຂ້າງກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ເມືອທ່າແຂກ ແລະ ກອງບັນຊາການ ປກສ ເມືອງຫີນ ບູນ ຕະຫຼອດຮອດຄູ-ອາຈານ, ນັກສຶກ ສາ ເຂົ້າຮ່ວມ.

ຜ່ານການລົງຝຶກຫັດຂອງນັກສຶກສາ ໃນໄລຍະ 1 ເດືອນຜ່ານມາ (ນັບແຕ່ວັນທີ 20 ຕຸລາ 2020-30 ພະຈິກ 2020), ຄະນະຊີ້ນຳຝຶກຫັດ ແລະ ຄູ-ອາຈານສາມາດສະຫຼຸບຕີລາຄາໄດ້ດ້ານດີຜົນງານຄື: ນັກສຶກສາລະບົບກໍ່ສ້າງປະລິນຍາຕີ ຮຸ່ນທີ 22/4 ຂອງວິທະຍາຄານສັນຕິບານປະຊາຊົນ ທີ່ລົງຝຶກຫັດທີ່ກອງບັນຊາການ ປກສ ແຂວງຄຳມ່ວນ ມີຈຳນວນພົນ 31 ສະຫາຍ ຍິງ 3 ສະ ຫາຍ; ຄູ-ອາຈານລົງຕິດຕາມຈາກ ວສປ 1 ສະຫາຍ, ພື້ນທີ່ລົງຝຶກຫັດປະກອບມີ 3 ຈຸດຄື: ຫ້ອງສັນຕິບານ, ປກສ ເມືອງທ່າແຂກ, ປກສ ເມືອງຫີນບູນ; ໃນດ້ານຜົນງານ ແລະ ການຊຸກຍູ້ຊ່ວຍເຫຼືອ ໃນໄລຍະ 1 ເດືອນຂອງນັກສຶກສາ ໄດ້ປະຈຳການກຽມພ້ອມສູ້ຮົບ 12 ຄັ້ງ, ໄດ້ຄົ້ນຄວ້າບັນດາເອກະສານຕ່າງໆຈຳນວນ 93 ຄັ້ງ, ລົງກວດກາຄົນຕ່າງປະເທດມາພັກເຊົາ 10 ຄັ້ງ.

ລົງກວດກາເຮັດບົດບັນທຶກຄົນມາພັກເຊົາ 8 ຄັ້ງ, ເກັບກຳຮ່າງໃຫຍ່ສຳມະໂນຄົວ 1 ຄັ້ງ, ອອກແຮງງານລວມຕາມສະຖານທີ່ຕ່າງໆ 31 ຄັ້ງ; ໄດ້ເຂົ້າຮ່ວມເຮັດບົດບັນທຶກເອົາຄຳໃຫ້ການຜູ້ຖືກຫາ 8 ຄັ້ງ, ໄດ້ເຂົ້າຮ່ວມ ເກັບກຳແຮງງານລາວມາແຕ່ໄທ 3 ຄັ້ງ, ໄດ້ເຂົ້າຮ່ວມການເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນຜູ້ທີ່ລະເມີດລະບຽບກົດໝາຍ ໄດ້ 5 ຄັ້ງ, ໄດ້ລົງເກັບກຳເປົ້າໝາຍເສບ; ຄ້າ-ຂາຍຢາເສບຕິດ 3 ຄັ້ງ, ລົງເກັບກຳສະຖິຕິຄົນມາພັກເຊົາ 4 ຄັ້ງ, ໄດ້ເຂົ້າຮ່ວມການກັກຕົວຈັບຕົວຜູ້ຖືກ ຫາ 4 ຄັ້ງ, ເຂົ້າຮ່ວມສອບສວນຜູ້ຖືກຫາ 12 ຄັ້ງ, ລົງກວດກາຮ້ານອາຫານ, ຮ້ານກິນ-ດື່ມ 58 ຄັ້ງ; ເຂົ້າຮ່ວມປ້ອງກັນກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງ 4 ຄັ້ງ.

ທິດທາງແຜນການໃນຕໍ່ໜ້າ, ແມ່ນສືບຕໍ່ຊີ້ນຳ-ນຳພານັກສຶກສາລົງຝຶກຫັດໃນຊຸດນີ້ໃຫ້ປະສົບຜົນສຳເລັດ, ຄົບຕາມມາດຖານ ແລະ ຄົບຕາມກຳນົດເວລາທີ່ໄດ້ກຳນົດ, ສືບຕໍ່ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງກໍຄືລະບຽບການລົງຝຶກຫັດໃຫ້ໄດ້ດີ ແລະ ເຂັ້ມງວດ; ສືບຕໍ່ເສີມຂະຫຍາຍຈຸດດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ ແລະ ສືບຕໍ່ປະຕິບັດວຽກງານວິຊາສະ ເພາະທີ່ໄດ້ຮັບການມອບໝາຍ, ຍາດ ແຍ່ງເອົາບົດຮຽນ ແລະ ປະສົບການຕົວຈິງຈາກກົມກອງທ້ອງຖິ່ນ.