ປກສ ແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

0
1327

ໃນອາທິດແລ້ວນີ້, ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຄົບມາດຖານຂອງການເລື່ອນຊັ້ນ, ປະດັບຊັ້ນໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າ, ຮອງຫ້ອງ ພ້ອມດ້ວຍຫົວໜ້າຄະນະກອງບັນຊາການ ປກສ ເມືອງ 5 ເມືອງ ແລະ ພະນັກງານນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີເລື່ອນຊັ້ນໃນຄັ້ງນີ້, ມີນາຍ ແລະ ພົນຕຳຫຼວດ ປກສ ແຂວງຫຼວງນ້ຳທາ ໄດ້ຮັບການເລື່ອນຊັ້ນຈຳນວນ 136 ສະຫາຍ ຄື:

  • ເລື່ອນຊັ້ນພັນຕີ ຂຶ້ນພັນໂທ 18 ສະຫາຍ
  • ຮ້ອຍເອກ ຂຶ້ນພັນຕີ 21 ສະຫາຍ
  • ຮ້ອຍໂທ ຂຶ້ນຮ້ອຍເອກ 34 ສະຫາຍ
  • ຮ້ອຍຕີ ຂຶ້ນຮ້ອຍໂທ1 ສະຫາຍ
  • ວາທີ ຂຶ້ນຮ້ອຍຕີ 6 ສະຫາຍ
  • ສິບເອກ ຂຶ້ນວາທີ 49 ສະຫາຍ
  • ສິບໂທ ຂຶ້ນສິບເອກ 5 ສະຫາຍ
  • ສິບຕີ ຂຶ້ນ ສິບໂທ 1 ສະຫາຍ
  • ຊັ້ນ I ຂຶ້ນສິບຕີ 1 ສະຫາຍ

ໃນໂອກາດນີ້, ຍັງໄດ້ຜ່ານຂໍ້ຕົກລົງ 749/ຈຂ, ລົງວັນທີ 7 ທັນວາ 2020 ວ່າດ້ວຍ ການແຕ່ງຫົວໜ້າຄະນະດ່ານຊາຍແດນທ້ອງຖິ່ນ. ໃນນີ້, ແຕ່ງຕັ້ງ ພັທ ຄຳພຸດ ອິນປັນຍາ ຮອງຫົວໜ້າຫ້ອງສັນຕິບານ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນປ່າງໄຮ, ພັທ ສົມໝາຍ ຫຼ້າຫຼວງລາດ ຮອງຫົວໜ້າພະແນກ ຕມ ເປັນ ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນຊຽງກົກ ແລະ ຜ່ານຂໍ້ຕົກລົງເລກທີ 28409/ປກສ.ຫຼທ, ລົງວັນທີ 27 ພະຈິກ 2020 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າພະແນກ, ຮອງພະແນກ, ຫົວໜ້າ-ຮອງຫົວໜ້າ ປກສ ກຸ່ມບ້ານ, ຫົວໜ້າໜ່ວຍງານ, ຮອງໜ່ວຍງານ ພາຍໃນກົມກອງອ້ອມຂ້າງທີ່ຂຶ້ນກັບ ປກສ ແຂວງຫຼວງນ້ຳທາ ຈຳນວນ 87 ສະຫາຍ, ຍິງ18 ສະຫາຍ; ກອງປະຊຸມດັ່ງກ່າວ, ຍັງໄດ້ຜ່ານມາດຖານເງື່ອນໄຂດ້ານຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການທາບທາມເອົາບັນດາສະຫາຍທີ່ຈະເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ.