ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຮອບດ້ານການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ-ປ່າໄມ້ ແລະ ແຜນພັດທະນາຊົນນະ ບົດ ປະຈຳປີ 2017 ແລະ ທິດ ທາງແຜນການປີ 2018 ໃນວັນທີ 6 ມີນາ 2018, ເປັນປະທານໂດຍ ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີລັດຖະມົນຕີບັນດາກະຊວງ, ຮອງຫົວໜ້າອົງການ ແລະ ທຽບເທົ່າ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ, ຫົວໜ້າກົມ, ຮອງກົມ, ແຂກຮັບເຊີນ ແລະ ພະນັກງານກະສິກຳ ແລະ ປ່າໄມ້ ທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ.

ທ່ານ ປອ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ຕະຫຼອດໄລຍະໜຶ່ງປີຜ່ານມາ, ຄະນະນຳກະຊວງກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ລົງສົມທົບຕິດແທດກັບບັນດາທ້ອງຖິ່ນທົ່ວປະເທດ ເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍປະຕິບັດ 4 ແຜນງານຍຸດທະສາດຫຼັກທີ່ໄດ້ກຳນົດໄວ້ຮອດປີ 2020, 2025 ແລະ 2030. ໃນນີ້, ມີແຜນງານຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ແຜນງານຜະລິດກະສິກຳເປັນສິນຄ້າ, ແຜນງານພັດທະນາປ່າໄມ້ແບບຍືນຍົງ ແລະ ແຜນ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ; ສະເພາະປີ 2017 ຜ່ານມາ, ຂະແໜງກະສິກຳ ແລະ ປ່າໄມ້ ສາມາດຮັກສາການຂະຫຍາຍຕົວຂອງ GDP ໄດ້ໃນລະດັບ 2,8% ຊຶ່ງກວມປະມານ 16,4% ຂອງ GDP ລວມ, ສ່ວນມູນຄ່າລວມ GDP ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນຈາກ 15.000 ກວ່າຕື້ກີບ ໃນປີ 2012 ມາເປັນ 22.000 ກວ່າຕື້ກີບ ປີ 2017; ການຜະລິດເຂົ້າໃນປີ 2017 ສາມາດປະຕິບັດໄດ້ປະມານ 4,1 ລ້ານໂຕນ ຫຼື ປະມານ 95% ຂອງ 4,3 ລ້ານໂຕນ; ພ້ອມນັ້ນ, ໄດ້ສະໜອງຊີ້ນ, ໄຂ່ ແລະ ປາ ເປັນສະບຽງອາຫານໃຫ້ແກ່ການບໍລິໂພກພາຍໃນໄດ້ທັງໝົດ 388.300 ໂຕນ ແລະ ການຜະລິດຕະພັນເປັນສິນຄ້າ ກໍໄດ້ຕັ້ງໜ້າປະຕິບັດ ແລະ ສະໜອງຕາມຄວາມຕ້ອງການຂອງປະເທດອ້ອມຂ້າງຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນສາລີອາຫານສັດ ໄດ້ 1,3 ລ້ານໂຕນ, ອ້ອຍ 1,9 ລ້ານໂຕນ, ມັນຕົ້ນ 1,6 ລ້ານໂຕນ, ຢາສູບ 70.000 ໂຕນ, ຖົ່ວເຫຼືອງ 18.000 ໂຕນ ແລະ ໝາກເດືອຍ 190.000 ໂຕນ ແລະ ມູນຄ່າທີ່ສົ່ງອອກທັງໝົດປະມານ 1 ຕື້ໂດລາ.

ປີ 2018 ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ຈະສືບຕໍ່ຮັກສາການຂະຫຍາຍຕົວຂອງ GDP ໃຫ້ຢູ່ໃນລະດັບ 2,8% ແລະ ເປັນ 15,73% ຂອງ GDP ລວມ. ໃນນັ້ນ, ເຂົ້າໃຫ້ໄດ້ປະມານ 4,2 ລ້ານໂຕນ, ກາເຟ 137.5000 ໂຕນ, ສາລີອາຫານສັດ 1,2 ລ້ານໂຕນ, ມັນຕົ້ນ 2,4 ລ້ານໂຕນ, ຊີ້ນປະມານ 199.800 ໂຕນ, ໄຂ່ປະມານ 34.450 ໂຕນ ແລະ ປາປະມານ 179.000 ໂຕນ ໂດຍຫັນເປັນອັນລະອຽດກ່ຽວກັບການປະຕິບັດ 13 ແລະ 8 ນະໂຍບາຍຂອງໂຄງການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມການຜະລິດເປັນສິນຄ້າໃຫ້ມີປະສິດທິຜົນ ແລະ ຈະສືບຕໍ່ລະດົມແຫຼ່ງທຶນ ເພື່ອສຸມໃສ່ຈັດຕັ້ງປະຕິບັດແຜນວຽກໃຫ້ບັນລຸຕາມແຜນງານຂອງຂະແໜງການ ຊຶ່ງມີງົບປະມານທັງໝົດ 171.121 ຕື້ກີບ ຂອງຂະແໜງການກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2018 ເພື່ອສະໜອງສະບຽງອາຫານທັງພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍ ແລະ ຮັບປະກັນຄຸນນະພາບ.