ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ວ່າ: ຈີນ ວາງແຜນທີ່ຈະຈັດຕັ້ງກະຊວງພະລັງງານ ເພື່ອເບິ່ງແຍງ ແລະ ບໍລິຫານຈັດການນ້ຳມັນ, ກ໊າດທຳມະຊາດ ແລະ ທຸລະກິດພາກພະລັງງານຂອງປະເທດ ເຊິ່ງເປັນສ່ວນໜຶ່ງຂອງການປັບໂຄງສ້າງລັດຖະບານ ເພື່ອໃຫ້ການດຳເນີນງານຕາມນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ.
ແຫຼ່ງຂ່າວໃກ້ຊິດກັບຄະນະຜູ້ນຳ ຈີນ ເປີດເຜີຍວ່າ: ກະຊວງພະລັງງານ ທີ່ຈະຈັດຕັ້ງຂຶ້ນມາໃໝ່ນີ້ ຈະມາທົດແທນສຳນັກງານບໍລິຫານພະລັງງານແຫ່ງຊາດ (NEA) ທີ່ເຮັດໜ້າທີ່ຄວບຄຸມເບິ່ງແຍງດ້ານພະລັງງານຂອງປະເທດ. NEA ຈັດຕັ້ງຂຶ້ນໃນ 10 ປີຜ່ານມາ ແລະ ເປັນສ່ວນໜຶ່ງຂອງຄະນະກຳມາທິການປະຕິຮູບ ແລະ ການພັດທະນາແຫ່ງຊາດ (NDRC) ເຊິ່ງເປັນໜ່ວຍງານທີ່ມີອິດທິພົນດ້ານການວາງແຜນເສດຖະກິດ.
ສຳລັບ ກະຊວງພະລັງງານ ທີ່ຈະຕັ້ງຂຶ້ນມາໃໝ່ນີ້ ຈະບໍ່ໄດ້ຢູ່ພາຍໃຕ້ການເບິ່ງແຍງຂອງ NDRC ແລະ ຈະຮັບຜິດຊອບດຶງວຽກທີ່ກ່ຽວກັບພະລັງງານທີ່ກະຈັດກະຈາຍຢູ່ກັບຫຼາຍໜ່ວຍງານຂອງລັດ ມາໄວ້ບ່ອນດຽວກັນ; ຂະນະນີ້, ຍັງບໍ່ເປັນທີ່ແນ່ນອນວ່າ: ໃຜຈະໄດ້ຮັບແຕ່ງຕັ້ງໃຫ້ເຂົ້າມາບໍລິຫານ ກະຊວງໃໝ່ນີ້. ການດຶງວຽກດ້ານພະລັງງານອອກຈາກ NDRC ສະແດງໃຫ້ເຫັນວ່າ: ທຸລະກິດດ້ານນ້ຳມັນ, ກ໊າດ ແລະ ພະລັງງານສະອາດ ມີຄວາມສຳຄັນຂຶ້ນເລື້ອຍໆ.