ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ວ່າ: ສັນຍານໍ້າມັນດິບລ່ວງໜ້າເວສເທັກຊັດ ທີ່ຈະສົ່ງມອບໃນເດືອນເມສາ ເຊິ່ງມີການຊື້-ຂາຍທາງລະບົບອີເລັກໂຕຣນິກທີ່ຕະຫຼາດໃນເມັກ ຫຼຸດລົງ 1,03 ໂດລາສະຫະລັດ ຫຼື 1,7% ປິດລາຄາຢູ່ທີ່ 60,12 ໂດລາສະຫະລັດຕໍ່ບາເຣວ ສ່ວນສັນຍານໍ້າມັນດິບເບຣນ ຫຼຸດລົງ 54 ເຊນ ຫຼື 0,8% ປິດຕະຫຼາດທີ່ 63,80 ໂດລາສະຫະລັດຕໍ່ບາເຣວ.

ທັງນີ້, ສຳນັກງານຂໍ້ມູນຂ່າວານດ້ານການພະລັງງານຂອງລັດຖະບານ ສະຫະລັດ ອາເມລິກາ (EIA) ເປີດເຜີຍວ່າ: ສາງນໍ້າມັນດິບຂອງສະຫະລັດ ອາເມລິກາ ເພີ່ມຂຶ້ນ 2,4 ລ້ານບາເຣວ ໃນອາທິດທີ່ຜ່ານມາ ໂດຍ EIA ໄດ້ທົບທວນປັບເພີ່ມຕົວເລກຄາດການ ການຜະລິດນໍ້າມັນດິບຂອງສະຫະລັດ ອາເມລິກາ ໂດຍຄາດວ່າ ສະຫະລັດ ອາເມລິກາ ຈະຜະລິດນໍ້າມັນຫຼາຍກວ່າ 120.000 ບາເຣວຕໍ່ວັນ ສູ່ລະດັບ 11,17 ລ້ານບາເຣວຕໍ່ວັນ ພາຍໃນໄຕມາສ 4 ຂອງປີນີ້ ເຊິ່ງຈະເຮັດໃຫ້ ສະຫະລັດ ອາເມລິກາ ແຊງໜ້າ ລັດເຊຍ ກາຍເປັນປະເທດທີ່ຜະລິດນໍ້າມັນຫຼາຍທີ່ສຸດໃນໂລກ; ຂະນະທີ່, ສະຫະລັດ ອາເມລິກາ ສາມາດຜະລິດນໍ້າມັນໄດ້ຫຼາຍກວ່າ ອາຣັບບິ ຊາອຸດິດ ໃນປີທີ່ຜ່ານມາ.

ສ່ວນໃນປີໜ້າ EIA ຄາດວ່າ: ສະຫະລັດ ອາເມລິກາ ຈະຜະລິດນໍ້າມັນເພີ່ມຂຶ້ນ 570.000 ບາເຣວຕໍ່ວັນ ສູ່ລະດັບ 11,27 ລ້ານບາເຣວຕໍ່ວັນ.