ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ວ່າ: ສຳນັກງານກຳກັບການເງິນຂອງຍີ່ປຸ່ນ (FSA) ລົງໂທດຕະຫຼາດຊື້-ຂາຍເງິນດິຈິຕອນ 7 ແຫ່ງ ເນື່ອງຈາກລະເລີຍໃນເລື່ອງລະບົບຄວບຄຸມພາຍໃນ ພ້ອມກັບສັ່ງການໃຫ້ຕະຫຼາດຊື້-ຂາຍກຸ່ມນີ້ປັບປຸງການດຳເນີນງານໃຫ້ດີຂຶ້ນ.
ຂະນະດຽວກັນ, ທາງການຍີ່ປຸ່ນ ຍັງໄດ້ສັ່ງລະງັບການດຳເນີນງານຂອງຕະຫຼາດຊື້-ຂາຍເງິນດິຈິຕອນ 2 ແຫ່ງ ໃນກຸ່ມທີ່ຖືກລົງໂທດນີ້ດ້ວຍ ເຊິ່ງໄດ້ແກ່ ເອຟເອສເອຊໂອ (FSHO) ແລະ ບິດ ສະເຕຊັນ (Bit Station) ເປັນເວລາ 1 ເດືອນ ຫຼັງພົບວ່າຕະຫຼາດດັ່ງກ່າວມີການນຳບິດຄອຍ ຂອງລູກຄ້າໄປໃຊ້ປະໂຫຍດສ່ວນຕົວ.
ມາດຕະການດັ່ງກ່າວ ມີຂຶ້ນເພື່ອຍົກລະດັບການຄຸ້ມຄອງຜູ້ບໍລິໂພກ ຫຼັງຈາກທີ່ກ່ອນໜ້ານີ້ ບໍລິສັດຄອຍເຊັກ (CoinCheck) ຜູ້ໃຫ້ບໍລິການຊື້-ຂາຍສະກຸນເງິນເນມ ຖືກແຮັກເກີເຈາະເຂົ້າລະບົບ ແລະ ໂຈລະກຳສະກຸນເງິນດັ່ງກ່າວ ໂດຍຄອຍເຊັກເປັນໜຶ່ງໃນຕະຫຼາດຊື້-ຂາຍທີ່ຖືກສັ່ງລົງໂທດ ເຊັ່ນກັນ.
ທັງນີ້, ຄອຍເຊັກ ຖືກແຮກເກີລັກລອບເຈາະເຂົ້າລະບົບ ແລະ ໂຈລະກຳເງິນເນມ ເຊິ່ງເປັນສະກຸນເງິນດິຈິຕອນ ມູນຄ່າ 5,8 ໝື່ນລ້ານເຢນ (542,59 ລ້ານໂດລາສະຫະລັດ) ໃນວັນທີ 26 ມັງກອນທີ່ຜ່ານມາ. ຕໍ່ມາ, ແຮກເກີໄດ້ກະຈາຍເງິນເນມດັ່ງກ່າວ ແລະ ໂອນເຂົ້າສູ່ບັນຊີດິຈິຕອນຫຼາຍບັນຊີ ຂະນະທີ່ການແປງສະກຸນເງິນເນມ ເປັນ ບິດຄອຍ ແລະ ສະກຸນເງິນດິຈິຕອນອື່ນໆ.