ການນຳພັກ-ລັດ ແລະ ຜູ້ແທນກອງປະຊຸມ ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ໜ້າຮູບປັ້ນປະທານໄກສອນ ພົມວິຫານ

0
851

ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ເຂົ້້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນປະທານ ໄກ ສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 12 ມັງກອນ 2021, ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາ ຊົນປະຕິວັດລາວ.

ການເຂົ້້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນປະທານໄກສອນ ພົມວິຫານ ຂອງຄະນະບໍ ລິຫານງານສູນກາງພັກ ແລະ ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້, ນອກຈາກເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ແລ້ວ ຍັງເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງນັກຮົບປະຕິວັດທີ່ໄດ້ອຸທິດເຫື່ອແຮງ,ເສຍສະຫຼະຊີວິດເລືອດເນື້ອ ເພື່ອຕໍ່ສູ້ປົດປ່ອຍປະເທດຊາດ ແລະລະນຶກເຖິງຄຸນງາມຄວາມ ດີຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ ເຊິ່ງເປັນຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ ແລະ ໄດ້ນຳພາຂະບວນການປະຕິວັດລຸກຮື້ຂຶ້ນຕໍ່ກັບສັດຕູຜູ້ຮຸກຮານຈົນສາມາດປົດປ່ອຍປະເທດຊາດ,ສະຖາປະນາເປັນ ສປປ ລາວໃນວັນທີ2 ທັນວາ 1975 ພ້ອມທັງນຳພາປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນຈະເລີນຮຸ່ງເຮືອງມາເຖິງທຸກວັນນີ້.

ພາບ-ຂ່າວ: ລັດດາວັນ ບຸດຕະວົງ