ໃນ 3 ປີຜ່ານມາ, ສະຫະພັນແມ່ຍິງ ກອງບັນຊາການປ້ອງກັນເຄື່ອນທີ່ ( ປທ ) ກະຊວງ ປກສ ໄດ້ເອົາໃຈໃສ່ນໍາພາສະມາຊິກປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄືການແຂ່ງຂັນກັນປະຕິບັດຂໍ້ແຂ່ງຂັນ 3 ດີ ຈຶ່ງສາມາດສ້າງພະນັກງານເພດຍິງໃຫ້ກາຍເປັນແມ່ຍິງ 3 ດີ ປະເພດ I ຈໍານວນ 54 ສະຫາຍ.

ກອງປະຊຸມສະຫຼຸບການນໍາພາປະຕິບັດຂໍ້ແຂ່ງຂັນ 3 ດີປະຈໍາປີ 2015-2017 ຈັດຂຶ້ນໃນວັນທີ 7 ມີນາ 2018, ເປັນກຽດເຂົ້າຮ່ວມຂອງ ພັທ ພູນສະຫວັນ ພັນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາແຂກຮັບເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ; ໃນພິທີ, ພັຕ ນາງ ສໍາລີ ສີທະສົມບັດ ຄະນະສະຫະພັນແມ່ຍິງກອງບັນຊາການປ້ອງກັນເຄື່ອນທີ່ ກ່າວວ່າ: ໃນ 3 ປີຜ່ານມາ, ສະຫະພັນແມ່ຍິງ ໄດ້ນໍາພາເອື້ອຍນ້ອງແມ່ຍິງຝຶກຝົນຫຼໍ່ຫຼອມຕົນເອງເຂົ້າໃນໜ້າທີ່ວຽກງານຢ່າງເຂັ້ມງວດສາມາດເຮັດສໍາເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສໍາເລັດ ໂດຍຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 3 ດີວາງອອກເປັນຕົ້ນແມ່ນ: ໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍປ້ອງກັນເວນຍາມ ແລະ ປະຈໍາການຕະຫຼອດ 24 ຊົ່ວໂມງ ໂດຍຮັບປະກັນຄວາມປອດໄພໄດ້ເປັນຢ່າງດີ, ຜ່ານການປະຕິບັດໜ້າທີ່ຂອງສະມາຊິກສາມາດຕີລາຄາ ດ້ານພົນລະເມືອງດີ ໄດ້ 100%, ດ້ານພັດທະນາດີ ໄດ້ 98% ແລະ ດ້ານສ້າງຄອບຄົວມີຄວາມຜາສຸກ ໄດ້ 98% ແລະ ຄັດເລືອກແມ່ຍິງ 3 ດີ ປະເພດ I ໄດ້ 54 ສະຫາຍ, ປະເພດ II ໄດ້ 1 ສະຫາຍ ແລະ ເປັນຕົວແບບດ້ານວິຊາສະເພາະ 16 ສະຫາຍ; ໃນພິທີ, ຍັງໄດ້ມອບໃບຍ້ອງຍໍຂອງສະຫະພັນແມ່ຍິງກະຊວງ ໃຫ້ໜ່ວຍແມ່ນ 8 ໜ່ວຍ ແລະ ແມ່ຍິງ 3 ດີ ປະເພດ I ຈໍານວນ 54 ສະຫາຍ.

ໂອກາດດຽວກັນ, ສະຫະພັນແມ່ຍິງປ້ອງກັນເຄື່ອນທີ່ ຍັງໄດ້ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 52 ປີ ( 9 ມັງກອນ 1966-9 ມັງກອນ 2018 ) ແລະ ມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 108 ປີ (8 ມີນາ-8 ມີນາ 2018 ) ເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງທົ່ວ ປທ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການກໍາເນີດ, ການຕໍ່ສູ້ຂອງແມ່ຍິງໃນໄລຍະຜ່ານມາ ແລະ ສາມາດນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃນປັດຈຸບັນໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ.