ບໍລິສັດ ໂຕໂຢຕ້າ ມໍເຕີ້ ປະເທດໄທ ຈໍາກັດ ໄດ້ຈັດພິທີມອບລາງວັນລະດັບປະເທດຈາກໂຄງການປະກວດແຕ້ມຮູບ ໃນຫົວຂໍ້ ລົດໂຕໂຢຕ້າໃນຝັນຂອງຂ້ອຍ ປະຈໍາປີ 2018 ໃນວັນທີ 6 ມີນານີ້ ເພື່ອເປັນການສົ່ງເສີມການສຶກສາໃຫ້ກັບເຍົາວະຊົນລາວ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ ປອ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຕົວແທນຈໍາໜ່າຍໂຕໂຢຕ້າໃນ ສປປ ລາວ ແລະ ແຂກຮັບເຊີນ.

ທ່ານ ນິກອນ ປະເສີດສົມ ປະທານບໍລິຫານຝ່າຍປະຕິບັດການສຳນັກງານເຂດພູມີພາກແມ່ນໍ້າຂອງ ບໍລິສັດໂຕໂຢຕ້າ ມໍເຕີ ປະເທດໄທ ຈຳກັດ ກ່າວວ່າ: ໂຄງການປະກວດແຕ້ມຮູບໃນຫົວຂໍ້ ລົດໂຕໂຢຕ້າໃນຝັນຂອງຂ້ອຍ ແມ່ນຈັດຂຶ້ນທີ່ປະເທດລາວເປັນ ປີທີ 8 ແລະ ຄັ້ງທີ 12 ໃນລະດັບສາກົນ; ເຊິ່ງໃນປີ 2018 ນີ້ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໄດ້ຮັບຄວາມສົນໃຈຈາກເຍົາວະຊົນ ແລະ ພໍ່ແມ່ຜູ້ປົກຄອງເປັນຈໍານວນຫຼາຍ, ມີຜູ້ສະໝັກຈາກ 18 ແຂວງ ມີ 5.064 ຄົນ; ການປະກວດແຕ້ມຮູບໃນຄັ້ງນີ້ ມີ 3 ຮຸ່ນອາຍຸ ຄື: ຮຸ່ນອາຍຸຕໍ່າກວ່າ 8 ປີ ມີ 5 ລາງວັນລາງວັນຊະນະເລີດແມ່ນ ທ້າວ ຈິດຕະກອນ ໂພທິສານ ຈາກໂຮງຮຽນສອນແຕ້ມຮູບອິດເຕີ້ນອາດ, ອັນດັບສອງແມ່ນ ທ້າວ ສົມສະຫວາດ ວົງສະຜ່າຍ ຈາກໂຮງຮຽນຊ້າງນ້ອຍ, ອັນດັບສາມແມ່ນ ທ້າວ ລິກກີ້ ແກ້ວວົງສາ ຈາກໂຮງຮຽນຫ້ອມສະຫວັນ ແລະ ລາງວັນຊົມເຊີຍ 2 ລາງວັນ.

ຮຸ່ນອາຍຸ 8-11 ປີ ມີ 5 ລາງວັນ ລາງວັນຊະນະເລີດແມ່ນ ນາງ ເພັດດາວັນ ພົງສະຫວ່າງ ຈາກໂຮງຮຽນຫ້ອມສະຫວັນ, ອັນດັບສອງແມ່ນ ທ້າວ ຊະນະສິນ ໂພທິສານ ແລະ ອັນດັບສາມແມ່ນ ນາງ ດວງທິບ ອິນສີຊຽງໃໝ່ ຈາກໂຮງຮຽນສອນແຕ້ມຮູບອິດເຕີ້ນອາດ ແລະ ລາງວັນຊົມເຊີຍ 2 ລາງວັນ.

ສໍາລັບຮຸ່ນອາຍຸ 12-15 ປີ ມີ 5 ລາງວັນ ລາງວັນຊະນະເລີດແມ່ນ ທ້າວ ພູຄໍາ ສີຫາລາດ ຈາກໂຮງຮຽນຫ້ອມສະຫວັນ, ອັນດັບສອງແມ່ນ ນາງ ສຸກສະຫວັນ ມະນີວົງໄຊ ຈາກ ມສ ເພຍວັດ, ອັນດັບສາມແມ່ນ ນາງ ສີລິວັນ ວັນມະນີວົງ ຈາກໂຮງຮຽນສອນແຕ້ມຮູບອິດເຕີ້ນອາດ ແລະ ລາງວັນຊົມເຊີຍ 2 ລາງວັນ; ສໍາລັບລາງວັນທີ 1 ທຸກຮຸ່ນ ແມ່ນໄດ້ຮັບເງິນ 5 ລ້ານກີບ, ລາງວັນທີສອງໄດ້ຮັບເງິນ 4 ລ້ານກີບ, ລາງວັນທີສາມໄດ້ຮັບເງິນ 3 ລ້ານກີບ ແລະ ລາງວັນຊົມເຊີຍໄດ້ຮັບເງິນ 1 ລ້ານກີບ.

ນອກນີ້, ຍັງມີລາງວັນພິເສດສໍາລັບນ້ອງໆຜູ້ຊະນະເລີດໃນແຕ່ລະຮຸ່ນອາຍຸຈະໄດ້ໄປທັດສະນະສຶກສາທີ່ ກຸງເທບ ປະເທດໄທ ພ້ອມຜູ້ປົກຄອງ 1 ທ່ານ ເປັນເວລາ 2 ມື້ 1 ຄືນ ເພື່ອເປີດອາກາດໃຫ້ນ້ອງໆໄປທ່ຽວຊົມຫໍພິພິທະພັນສິລະປະທີ່ປະເທດໄທ ເພື່ອເປັນແຮງບັນດານໃຈໃນການສ້າງສັນຜົນງານໃນຄັ້ງຕໍ່ໆໄປໃນອະນາຄົດລວມມູນຄ່າລາງວັນທັງໝົດຫຼາຍກວ່າ 130.000.000 ກີບ.

ສໍາລັບຜົນງານຂອງຜູ້ໄດ້ຮັບລາງວັນຊະນະເລີດອັນດັບທີ 1, 2, 3 ຂອງແຕ່ລະຮຸ່ນອາຍຸ ຈະໄດ້ເຂົ້າຮ່ວມປະກວດໃນລະດັບໂລກຢູ່ປະເທດຍີ່ປຸ່ນ; ເຊິ່ງຈະໄດ້ປະກາດລາງວັນໃນເດືອນກໍລະກົດ 2018 ນີ້ ແລະ ຖ້າຜົນງານຕິດອັບດັບ 1 ໃນ 3 ລາງວັນ ກໍຈະໄດ້ເດີນທາງໄປຮັບລາງວັນດ້ວຍຕົນເອງທີ່ປະເທດຍີ່ປຸ່ນ.