ບົດປະກອບຄຳເຫັນຄະນະຜູ້ແທນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ພັກປະຊາຊົນ ປະຕິວັດລາວ

0
1725

ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ ລາວ ເມື່ອຕອນບ່າຍຂອງວັນທີ 13 ມັງກອນ 2021 ໃນຫົວຂໍ້ “ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການພັດທະນາຢູ່ແຂວງໄຊສົມບູນ ”

1. ບັນດາໜໍ່ແໜງຄວາມບໍ່ສະຫງົບໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ເຮັດໃຫ້ທົ່ວແຂວງນັບມື້ມີຄວາມສະຫງົບປອດໄພດີຂຶ້ນເທື່ອລະກ້າວ, ຖ້າທຽບໃສ່ຊຸມປີທີ່ຜ່ານມາກັບປັດຈຸບັນ ແຂວງໄຊສົມບູນແມ່ນມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບປອດໄພດີ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຊາຊົນບັນດາເຜົ່າສ່ວນຫຼາຍມີຄວາມເຂົ້າໃຈ ແລະ ເຊື່ອ ໝັ້ນຕໍ່ການນໍາພາຂອງພັກ ກໍຄື ການນໍາພາຂອງອົງຄະນະພັກແຂວງຫຼາຍຂຶ້ນ ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາທ້ອງຖິ່ນຂອງຕົນ, ໂດຍໄດ້ສະແດງອອກໃຫ້ເຫັນວ່າ ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເປັນເຈົ້າຫຼາຍຂຶ້ນ ແລະ ສ້າງພື້ນຖານຂອງຄອບຄົວໄດ້ແໜ້ນໜາ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, 2. ອັນພົ້ນເດັ່ນ ແມ່ນການຢັ້ງຢືນເຖິງຄວາມສະຫງົບ, ຄວາມປອດໄພຂອງແຂວງໄຊສົມບູນ, ເຊີ່ງໃນປີ 2020 ໄດ້ມີການຈັດຕັ້ງຫຼາຍງານທີ່ສໍາຄັນຂອງພັກ, ຂອງຊາດຢູ່ແຂວງ ເປັນຕົ້ນ: ການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງ, ງານສະເຫລີມສະຫລອງ 02 ວັນປະຫວັດສາດ, ບັນດາກິດຈະກໍາຍາດເອົາໄຊຊະນະທ້າຍປີ 2020, ຂະບວນຄະລາວານພິຊິດຈອມພູເບ້ຍ ແລະ ກອງປະຊຸມທາບທາມ ເນື້ອໃນ ແລະ ບຸກຄະລາກອນຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ເຊິ່ງໄດ້ເຮັດໃຫ້ກອງປະຊຸມສໍາຄັນຕ່າງໆມີຄວາມສຫງົບປອດໄພ 100% ທີ່ສາມາດຂື້ນຢືນຢູ່ຈອມພູເບ້ຍ ແລະ ແກວ່ງສະບັດທຸງຊາດ, ທຸງພັກ ເປັນການປະກາດໄຊຊະນະ ຢ່າງສະຫງ່າຜ່າເຜີຍ, 3. ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະດີພໍສົມຄວນ ສະເລ່ຍ 7% ຕໍ່ປີ, ໃນເມືອກ່ອນເກັບລາຍຮັບບໍ່ພຽງພໍກັບການໃຊ້ຈ່າຍ ສະເລ່ຍໃນແຕ່ລະປີເກັບໄດ້ພຽງ 40 ກວ່າ% ຂອງລາຍຈ່າຍ ແຕ່ມາຮອດທ້າຍປີ 2019-2020 ແຂວງໄຊສົມບູນ ສາມາດເກັບລາຍຮັບເພີ່ມຂຶ້ນເປັນ 117,10% ຕາມການ ແບ່ງຂັ້ນຄຸ້ມຄອງຕາມທິດເປັນແຂວງທີ່ມີຄວາມສາມາດກຸ້ມຕົນເອງດ້ານງົບປະມານ, 4. ດ້ານການລົງທຶນຂອງລັດ, ແຂວງໄຊສົມບູນໄດ້ຖືເອົາການພັດທະນາໂຄງລ່າງ, ເພື່ອຮັບໃຊ້ໜ້າທີ່ການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ, ໄດ້ສຸມໃສ່ກໍ່ສ້າງເສັ້ນທາງແຕ່ແຂວງຫາເມືອງ, ເມືອງຫາບ້ານ ແລະ ເສັ້ນທາງເຊື່ອມໂຍງ-ເຊື່ອມຈອດກັບບັນດາແຂວງອ້ອມຂ້າງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຂອງປະຊາຊົນ, ທັງເປັນການອໍານວຍຄວາມສະດວກ ແລະ ຍູ້ການທ່ອງທ່ຽວຢູ່ແຂວງໄຊສົມບູນອີກດ້ວຍ, 5. ໃນນັ້ນ, ແຂວງໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ສົມທົບກັບຄະນະນັກວິທະຍາສາດ ຂອງຄະນະຮັບຜິດຊອບ ພັດທະນາເຂດໃຈກາງລົງສູ່ປະຊາຊົນ ເພື່ອໃຫ້ ຄວາມຮູ້ ແລະ ຊຸກຍູ້ສົ່ງເສີມໃນການຜະລິດເປັນສິນຄ້າ (ການປູກ, ການລ້ຽງ) ຕິດພັນກັບການຈັດສັນພູມລໍາ ເນົາ, ອາຊີບຄົງທີ່ໃຫ້ປະຊາຊົນທຸກຍາກ ແລະ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຈໍານວນໜຶ່ງ, 6. ສ້າງກົນໄກ ແລະ ນະໂຍບາຍເປັນເງື່ອນໄຂປຸກລະດົມຂົນຂວາຍດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ ນັບມື້ນັບຫລາຍຂຶ້ນ ໂດຍສະເພາະການລົງທຶນໃສ່ 05 ຂະແຫນງ ທີ່ເປັນທ່າແຮງ ຂອງແຂວງ ຄື: ກະສິກໍາ, ໄຟຟ້າ, ບໍ່ແຮ່, ການທ່ອງທ່ຽວ ແລະ ການເຊື່ອມໂຍງເຊື່ອມຈອດ, ມາຮອດ ປັດຈຸບັນການລົງທຶນມີທັງຫມົດ 44 ໂຄງການ, ໃນນັ້ນ: ດ້ານກະສິກໍາ 4 ໂຄງການ, ດ້ານການທ່ອງທ່ຽວ 4 ໂຄງການ, ດ້ານບໍ່ແຮ່ 8 ໂຄງການ, ດ້ານພະລັງງານໄຟຟ້າມີ 28 ໂຄງການ.

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາຄະນະບໍລິຫານງານພັກ ແຂວງອຸດົມໄຊ ໄດ້ຂຶ້ນປະກອບຄໍາໃນຫົວຂໍ້ “ສ້າງແຂວງອຸດົມໄຊ ເປັນໃຈກາງ ການພັດທະນາເຂດແຄ້ວນ”

1. ແຂວງອຸດົມໄຊ ເປັນແຂວງຫນຶ່ງ ທີ່ມີທີ່ຕັ້ງຍຸດທະສາດສໍາຄັນຢູ່ໃຈກາງຂອງບັນດາແຂວງພາກເຫນືອຂອງລາວ, ມີເນື້ອທີ່ທັງຫມົດ 15.750 ກິໂລຕາແມັດ, ມີພົນລະເມືອງ 350.670 ຄົນ, ມີ 12 ເຜົ່າ, ມີຊາຍແດນຕິດຈອດກັບບັນດາ ຜົ້ງສາລີ, ຫຼວງນ້ໍາທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະ ສປ ຈີນ, ມີທີ່ຕັ້ງເປັນໃຈກາງຜ່ານລະຫວ່າງຕາເວັນອອກ-ຕາເວັນຕົກ ແລະ ລະຫວ່າງເຫນືອ-ໃຕ້, ມີເສັ້ນທາງຫຼວງແຫ່ງຊາດເລກທີ 13 ແຕ່ໃຕ້ຜ່ານອຸດົມໄຊໄປ ສປຈີນ ແລະ ທາງ 2E-2W ແຕ່ຊາຍແດນ ສສ ຫວຽດນາມ ຜ່ານອຸດົມໄຊ ໄປລາຊາອະນະຈັກໄທ ແລະ ສະຫະພາບມຽນມາ, 2. ບົນພື້ນຖານດັ່ງກ່າວ ສູນກາງພັກ ແລະ ລັດຖະບານ ຈິ່ງໄດ້ກໍານົດເອົາ “ແຂວງອຸດົມໄຊເປັນໃຈກາງພັດທະນາຂອງເຂດແຄ້ວນຢູ່ພາກເຫນືອຂອງລາວ ໂດຍສຸມທຶນຮອນ ແລະ ວິຊາການເຂົ້າໃນການຈັດຕັ້ງປະຕິ ບັດຕົວຈິງ”, ປະຕິບັດຕາມທິດນໍາດັ່ງກ່າວ, ຕະຫຼອດໄລຍະ 05 ປີຜ່ານມາ, ເປັນຕົ້ນແມ່ນການປັບປຸງລະບົບການເມືອງແຕ່ຮາກຖານຂຶ້ນມາຕິດພັນກັບການປັບປຸງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມຫນັກແຫນ້ນ ເຂັ້ມແຂງ, 3. ສາມາດຊ່ວຍຫນູນບັນດາແຂວງອ້ອມຂ້າງ, ການກໍ່ສ້າງພື້ນຖານໂຄງລ່າງກໍ່ສ້າງທາງ, ພື້ນຖານວັດຖຸເຕັກນິກຈໍານວນຫນຶ່ງ, ສ້າງແຂວງເປັນໃຈກາງທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການທາງດ້ານວັດທະນະທໍາ-ສັງຄົມ, ເພື່ອສະຫນັບສະຫນູນ ແລະ ຊ່ວຍເຫຼືອແຂວງ ອ້ອມຂ້າງເຊັ່ນ: ການປັບປຸງ ແລະ ຍົກລະດັບເສັ້ນທາງເລກທີ 13 ເຫນືອ ແຕ່ອຸດົມໄຊ ຫານາເຕີຍ ແຂວງຫຼວງນ້ໍາທາ ແລະ ແຕ່ອຸດົມໄຊຫາປາກມອງ ແຂວງຫຼວງພະບາງ, ການສ້າງສູນເຕັກນິກກະສິກໍາ 09 ແຂວງພາກເຫນືອ, ການສ້າງໂຮງງານຫົວອາຫານສັດ, ສະຫນາມກິລາ, ໂຮງຮຽນວິຊາຊີບ ແລະ ຍົກລະດັບໂຮງຫມໍແຂວງ ເປັນໂຮງຫມໍທັນສະໄຫມຂອງເຂດພາກເຫນືອ, 4. ພິເສດແມ່ນການກໍ່ສ້າງທາງ ລົດໄຟຄວາມໄວສູງລາວ-ຈີນ ຜ່ານອຸດົມໄຊ 126,6 ກມ, ເພື່ອນໍາເອົາແຂວງອຸດົມໄຊກ້າວຂຶ້ນເປັນໃຈກາງພັດທະນາທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ການບໍລິການ-ການທ່ອງທ່ຽວ, ຄວາມຫມັ້ນຄົງທີ່ຫນັກແຫນ້ນເຂັ້ມແຂງ,ຄວາມມັ່ງຄັ້ງເຂັ້ມແຂງ ແລະຄວາມຈະເລີນຮຸ່ງເຮືອງໃນອະນາຄົດຢູ່ພາກເຫນືອຂອງລາວ, 5. ເສດ ຖະກິດຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການເກັບລາຍຮັບງົບປະມານໄດ້ເພີ່ມຂຶ້ນ ແລະ ລື່ນຄາດຫມາຍເປັນລໍາດັບ (ປີ 2018 ບັນລຸໄດ້ 104,65%, ປີ 2013 ບັນລຸໄດ້ 108,40% ແລະ ປີ 2020 ບັນລຸໄດ້ 108,76% ຂອງແຜນການ), 6. ສໍາລັບທິດທາງແຜນການໃນຕໍ່ໜ້າ, ສະຫາຍເລຂາຄະນະພັກແຂວງອຸດົມໄຊໄດ້ເນັ້ນໃສ່ 04 ໃຈກາງພັດທະນາເຊັ່ນ: ໃຈກາງດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ໃຈກາງດ້ານເສດຖະກິດ, ໃຈກາງດ້ານວັດທະນະທໍາ-ສັງຄົມ ແລະ ໃຈກາງທາງດ້ານການບໍລິການ ແລະ ການທ່ອງທ່ຽວ ເພື່ອໃຫ້ໄດ້ຕາມຄາດຫມາຍທີ່ວາງໄວ້, ແຂວງອຸດົມໄຊ ຕ້ອງສຸມໃສ່ປະຕິບັດ 05 ແຜນງານໃຫຍ່ ແລະ 460 ໂຄງການ (ມີ 390 ເປັນໂຄງການບູລິມະສິດ), 7. ແຕ່ນີ້ຮອດປີ 2035, ໃນນີ້ບັນດາໂຄງການອັນຮີບດ່ວນສະເພາະຫນ້າທີ່ຕ້ອງສູ້ຊົນປະຕິບັດແຕ່ນີ້ຫາ ປີ 2025 ແມ່ນການສ້າງບັນດາປະຖົມປັດໄຈ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນ ເພື່ອຮອງຮັບເອົາ (1) ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, (2) ເລັງລັດພັດທະນາຊັບພະຍາກອນມະນຸດ, (3) ການປັບປຸງກົນໄກ, ລະບອບ, ລະບຽບ, ແບບແຜນວິທີເຮັດວຽກຕາມທິດ 4 ບຸກທະລຸ.

ພົນຕີ ກົງທອງ ພົງວິຈິດ ຮອງເລຂາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປປລາວ ໃນຕອນບ່າຍຂອງວັນທີ 13 ມັງກອນໃນຫົວຂໍ້ “ການແກ້ໄຂການກໍ່ອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ”

1. ບັນຫາອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນໄພຄຸກຄາມອັນຕະລາຍໃຫຍ່ຫຼວງ, ທ່ວງດຶງກະທົບໂດຍກົງ ຫຼື ທາງອ້ອມຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສປປລາວ ກໍຄື ສະຖຽນລະພາບ, ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມ, 2. ໃນ 5 ປີຜ່ານມາ ກໍາລັງປ້ອງກັນຄວາມສະຫງົບຂອງລາວ ໄດ້ປະກອບສ່ວນອັນສໍາຄັນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, 3. ກໍາລັງປ້ອງກັນຄວາມສະຫງົບ ຍັງເປັນກໍາລັງທີ່ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ເປັນກໍາລັງປະຈັນບານທີ່ເດັດດ່ຽວ, ເດັດຂາດ ຕ້ານການເຄື່ອນໄຫວມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີ ແລະ ພວກຝ່າຝືນຕໍ່ລະບຽບກົດໝາຍ ຢູ່ທຸກສະຖານ ທີ່ ແລະ ທຸກເວລາ; 4. ຜົນງານໃນການແກ້ໄຂອາຊະຍາກໍາ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃນ 5 ປີຜ່ານມາ, ຂໍລາຍງານໂດຍສັງເຂບ ຄືດັ່ງນີ້: (ໜຶ່ງ). ໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກປະຊາຊົນປະຕິວັດລາວ, ມະຕິຄໍາສັ່ງອື່ນໆຂອງພັກ-ລັດ ຫັນເປັນທິດທາງ,ແຜນງານ,ໂຄງການ ແລະ ແຜນແມ່ບົດລະອຽດ ເພື່ອຈັດຕັ້ງດໍາເນີນການເຄື່ອນໄຫວຢ່າງເປັນເຈົ້າການ ແລະ ມີໝາກມີຜົນຕົວຈິງ, (ສອງ). ໄດ້ປັບປຸງກໍາລັງເຫຼົ່າວິຊາສະເພາະປ້ອງກັນຄວາມສະຫງົບ ເພື່ອເຮັດວຽກງານຕ້ານອາຊະຍາກໍາ ແລະ ປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຄື ພາຍໃນ, ເອົາໃຈໃສ່ວຽກງານສືບຂ່າວກໍາສະພາບການ, ກໍາແໜ້ນປະເພດເປົ້າໝາຍ ເພື່ອຄຸ້ມຄອງຕິດ ຕາມ ຕາມຫຼັກການວິຊາສະເພາະຢ່າງເຂັ້ມງວດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ; ດໍາເນີນໂຄງການວິຊາສະເພາະແກ້ໄຂແຕ່ລະບັນຫາ ເຊັ່ນ: ໂຄງການຕ້ານອາຊະຍາກໍາປະເພດຕ່າງໆ, ໂຄງການອັດປ່ອງຂ້າມລອຍຢາເສບຕິດຢູ່ພາກເໜືອ ແລະ ພາກກາງ, ໂຄງ ການຫຼຸດຜ່ອນອຸປະຕິເຫດ, ໂຄງການສ້າງສູນຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ, ໂຄງການສູນບັນຊາຕໍາຫຼວດ ດ້ວຍເຕັກນິກທັນສະໄຫມ ແລະ ອື່ນໆ; ເຊິ່ງ 5 ປີຜ່ານມາ ຄະດີເກີດຂຶ້ນທົ່ວປະເທດ ທັງໝົດ 15.413 ເລື່ອງ, ກໍາລັງປ້ອງກັນຄວາມສະຫງົບ ສາມາດດໍາເນີນແກ້ໄຂ ສໍາເລັດ 8.363 ເລື່ອງ, ເທົ່າກັບ 54.25%; ຄະດີເສດຖະກິດເກີດຂຶ້ນ 1.385 ເລື່ອງ, ມ້າງໄດ້ 905 ເລື່ອງ, ເທົ່າກັບ 65,34%; ຄະດີຢາເສບ ຕິດເກີດຂຶ້ນທັງໝົດ 14.793 ລາຍ, ມ້າງໄດ້ 12.960 ລາຍ, ເທົ່າກັບ 84,08%; ຄະດີອຸປະຕິເຫດເກີດຂຶ້ນ ທັງຫມົດ 29.655 ເລື່ອງ, ພາຫະນະເປ່ເພ 50.316 ຄັນ, ຄົນໄດ້ຮັບບາດເຈັບ 47.245 ຄົນ, ເສຍຊີວິດ 5.263 ຄົນ, ມູນຄ່າເສຍຫາຍ 443.445.300.000 ກວ່າກີບ; (ສາມ). ໄດ້ເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານ 3 ສ້າງຂອງ ພັກ-ລັດ ວາງອອກຢ່າງແຂງແຮງ ແລະ ຕໍ່ເນື່ອງ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ 7 ແຂວງ, ພື້ນທີ່ຈຸດຫຼໍ່ແຫຼມ, ຂອບເຂດຊາຍແດນ ແລະ ເຂດຫ່າງໄກສອກຫຼີກ ທີ່ອາດເກີດຄວາມບໍ່ສະຫງົບຂຶ້ນ; (ສີ່). ປັບປຸງກໍາລັງປ້ອງກັນສູນກາງ, ປ້ອງກັນເຄື່ອນທີ່ ແລະ ປ້ອງກັນທີ່ຕັ້ງໃຫ້ມີຄຸນນະພາບດີ, ມີການປະກອບພາຫະນະອຸປະ ກອນເຕັກນິກທັນສະໄໝຈໍານວນຫນຶ່ງ, ເສີມກໍາລັງພົນໃຫ້ພຽງພໍ, ຈັດຕັ້ງຝຶກແອບຮໍ່າຮຽນສິນລະປະຍຸດ, ຍຸດທະວິທີ, ກຽມພ້ອມເຮັດໜ້າທີ່, ກວດກາລາດຕະເວນປ້ອງກັນເວນຍາມ 24 ຊົ່ວໂມງ, ປ້ອງກັນງານສໍາຄັນ, ກິດຈະການຕ່າງໆຂອງລັດ, ຂອງລວມໝູ່ ແລະ ຂອງບຸກ ຄົນ, ປ້ອງກັນກອງປະຊຸມຕ່າງໆທັງພາຍໃນ ແລະ ສາກົນມີຄວາມປອດໄພ 100%.

ທ່ານ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕາງຫນ້າໃຫ້ອົງຄະນະພັກ ກະຊວງດັ່ງກ່າວຂຶ້ນປະກອບຄໍາເຫັນ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປປລາວ ໃນຫົວຂໍ້: “ການເຊື່ອມຈອດດ້ານຄົມມະນາຄົມ-ຂົນສົ່ງ ແລະ ພັດທະນາຄວາມສາມາດ ໃນການຂົນສົ່ງສິນຄ້າຂ້າມແດນ”:

1. ສປປ ລາວ ເປັນປະເທດທີ່ຕັ້ງຢູ່ໃຈກາງບັນດາປະເທດອາຊຽນ ແລະ ສປຈີນ, ມີບັນດາເສັ້ນທາງ ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນ 12 ເສັ້ນທາງຕົ້ນຕໍ ໃນນັ້ນ, ໄດ້ຖືກກໍານົດໃຫ້ເປັນ ເສັ້ນທາງຫຼວງອາຊຽນ (ASEAN Highway) ຈໍານວນ 08 ເສັ້ນທາງ ແລະ ມີເສັ້ນທາງຜ່ານເຊື່ອມຕໍ່ບັນດາເມືອງໃຫຍ່ໃນອະນຸພາກພື້ນຫຼາຍເສັ້ນທາງ, ເຊິ່ງໄດ້ເປັນເງື່ອນໄຂອັນດີຕໍ່ການພັດທະນາການ ບໍລິການຂົນສົ່ງສິນຄ້າ ແລະໂດຍສານທາງຜ່ານ ໃນອະນຸພາກພື້ນ, 2. ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ກໍານົດໄວ້ວ່າ: “ຍົກລະດັບ ແລະ ຂະຫຍາຍພື້ນຖານໂຄງລ່າງຢ່າງມີຈຸດສຸມ ແລະ ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການພັດທະນາ, ທັງເປັນການເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງພູມສາດ ເປັນໃຈກາງຂອງອະນຸພາກພື້ນດ້ວຍການພັດທະນາແລວທາງເຊື່ອມຈອດອາຊຽນ, ລວມທັງທາງລົດໄຟໃຫ້ໄດ້ມາດຕະຖານສາກົນ, ສົ່ງເສີມ ແລະ ຍົກລະດັບຄວາມສາມາດແຂ່ງຂັນຂອງກໍາລັງຂົນສົ່ງ ພາຍໃນໃຫ້ສູງຂຶ້ນ ຕາມທິດພັດທະນາອຸດສາຫະກໍາການຂົນສົ່ງ ແລະ ໂລຊິດສະຕິກ (ລະບົບການຂົນສົ່ງທີ່ທັນສະໄຫມຄົບຊຸດ) ເພື່ອໃຫ້ເຊື່ອມໂຍງຢ່າງເປັນລະບົບກັບພາກພື້ນ ແລະ ສາກົນ”, 3. ໃນໄລຍະ 5 ປີຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ແມ່ນໄດ້ຕັ້ງຫນ້າປະກອບສ່ວນຢ່າງຫນັກແຫນ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ຊຶ່ງສະແດງອອກໃນຜົນສໍາເລັດອັນພົ້ນເດັ່ນດັ່ງນີ້: (ໜຶ່ງ). ໄດ້ນໍາພາ-ຊີ້ນໍາຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ ຊຶ່ງສໍາເລັດ ການກໍ່ສ້າງເສັ້ນທາງ 13 ເຫນືອ (ອຸດົມໄຊ-ປາກມອງ), ການສ້ອມແປງທາງເລກ 9 (ສະຫວັນນະເຂດຊາຍແດນຫວຽດນາມ), ກໍ່ສ້າງທາງເລກ 1A (ບຸນເຫນືອ-ລານຕຸຍ); ກໍາລັງຈັດຕັ້ງປະຕິບັດໂຄງການ ກໍ່ສ້າງທາງດ່ວນວຽງຈັນ-ບໍ່ເຕັນ ປັດຈຸບັນໄດ້ສໍາເລັດການກໍ່ສ້າງ ຊ່ວງທີ 1 (ນະຄອນຫຼວງວຽງຈັນ-ວັງ ວຽງ). ນອກນີ້ຍັງໄດ້ພັດທະນາທາງຫຼວງແຂວງ, ທາງຊົນນະບົດ, ທາງເຂົ້າຫາເຂດເສດຖະກິດ ແລະ ຈຸດສຸມການຜະລິດ, ດ້ວຍການຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ. ປະຈຸບັນທົ່ວປະເທດມີ ລະບົບຕາຫນ່າງເສັ້ນທາງທັງຫມົດ 58.254 ກມ, ທຽບໃສ່ ປີ 2015 ເພີ່ມຂື້ນ 1.922 ກມ. ມີ ເສັ້ນທາງທຽວໄດ້ຕະຫຼອດປີ ໄປເຖິງທຸກເມືອງໃນທົ່ວປະເທດ; ພ້ອມກັນນີ້, ກໍໄດ້ເອົາໃຈໃສ່ບູລະນະ ຮັກສາ ແລະ ສ້ອມແປງເສັ້ນທາງຕ່າງໆ, ຊຶ່ງໄດ້ນໍາໃຊ້ 80% ຂອງງົບປະມານລົງທຶນຂອງກະຊວງ ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກຕ່າງປະເທດ. ນອກຈາກນີ້ກໍໄດ້ຄົ້ນຄວ້າອອກນິຕິກໍາຄຸ້ມຄອງ ມາດຖານຂອງບໍລິສັດກໍ່ສ້າງ-ສ້ອມແປງຂົວທາງ ແລະ ບໍລິສັດທີ່ປຶກສາ, (ສອງ). ໄດ້ນໍາພາ-ຊີ້ນໍາພັດທະນາດ້ານໂຍທາທາງນ້ໍາ ໂດຍເຊັນສັນຍາການຮ່ວມມືລົງທຶນພັດທະນາທໍາ ທຽບເຮືອຂອງທ່າເຮືອຫວຸງອ່າງ ກັບ ສສ.ຫວຽດນາມ ໃນການເພີ່ມຮຸ້ນໃຫ້ແກ່ ສປປລາວ ຈາກ 20% . ມາເປັນ 60%, ໄດ້ປັບປຸງເຄື່ອງຫມາຍການເດີນເຮືອ ແລະ ສໍາເລັດການສໍາຫຼວດເສດຖະກິດເຕັກນິກ ການປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍຫາຫລວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້ຕະຫຼອດປີ. (ສາມ). ໄດ້ນໍາພາ-ຊີ້ນໍາຍົກສູງຄຸນນະພາບດ້ານການບິນພົນລະເຮືອນ ຊຶ່ງຖືກຮັບຮອງຈາກອົງການ ການບິນພົນລະເຮືອນສາກົນ ກ່ຽວກັບຄວາມປອດໄພການບິນຮອບດ້ານໃນປີ 2015 ແລະ ວຽກງານ ປ້ອງກັນຄວາມປອດໄພການບິນໃນປີ 2018, ໄດ້ສໍາເລັດການກໍ່ສ້າງຂະຫຍາຍອາຄານສະຫນາມບິນ ສາກົນ ວັດໄຕ, ກໍາລັງຈັດຕັ້ງປະຕິບັດໂຄງການກໍ່ສ້າງສະຫນາມບິນໜອງຄ້າງ, ຊຶ່ງຄາດວ່າຈະສໍາເລັດ ໃນທ້າຍ ປີ 2021 ແລະ ໂຄງການປັບປຸງກໍ່ສ້າງສະຫນາມບິນຫ້ວຍຊາຍ ເພື່ອຍົກລະດັບສິ່ງອໍານວຍ ຄວາມສະດວກຂອງອາຄານຜູ້ໂດຍສານໃຫ້ທັນສະໄຫມເທື່ອລະກ້າວ, ປະຈຸບັນມີສະຫນາມບິນທັງຫມົດ 12 ແຫ່ງ, ໃນນັ້ນ ສະຫນາມບິນສາກົນ 4 ແຫ່ງ. (ສີ່). ໄດ້ນໍາພາ-ຊີ້ນໍາພັດທະນາດ້ານທາງລົດໄຟ ໂດຍສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ, ມາຮອດປັດຈຸບັນການກໍ່ສ້າງໂຄງລ່າງພື້ນຖານ, ປະຕິບັດໄດ້ 94,15% ກໍາລັງຈັດຕັ້ງ – ປະຕິບັດໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ໄທ ໄລຍະ II (ຕອນທີ 2) ແຕ່ສະຖານີທ່ານາແລ້ງ ສະຖານີວຽງຈັນ (ບ້ານຄໍາສະຫວາດ) ປະຕິບັດໄດ້ 21,81%, ພ້ອມກັນນີ້ ກໍໄດ້ເປີດການແລ່ນລົດໄຟ ຂົນສົ່ງສິນຄ້າ ລາວ-ໄທ; (ຫ້າ). ໄດ້ນໍາພາ-ຊີ້ນໍາພັດທະນາການຂົນສົ່ງທາງບົກ ແລະ ການຂົນສົ່ງຂ້າມແດນ ການຂົນສົ່ງໂດຍສານ ບັນດາແຂວງໃນຂອບເຂດທົ່ວປະເທດມີທັງຫມົດ 119 ສາຍທາງ; ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງ ມີສາຍທາງການແລ່ນລົດໂດຍສານປະຈໍາທາງ ລາວ-ໄທ, ລາວ-ຈີນ, ລາວ-ຫວຽດນາມ ແລະ ລາວ-ກໍາປູເຈຍ ລວມທັງຫມົດມີ 81 ສາຍທາງ, ໃນ 5 ປີຜ່ານມາບໍລິການຂົນສົ່ງໂດຍສານເພີ່ມຂຶ້ນ 15%, ໃນນັ້ນ ບໍລິມາດຂົນສົ່ງໂດຍສານລະຫວ່າງປະເທດໄດ້ 7,5 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນສະເລ່ຍ 4,5% ຕໍ່ປີ. ການຂົນສົ່ງສິນຄ້າ ໄດ້ນໍາໃຊ້ການບໍລິການທ່າບົກ 05 ແຫ່ງຄື: ສະຖານີລົດໄຟທ່ານາແລງ. (ນະຄອນຫຼວງວຽງຈັນ), ເຊໂນ (ສະຫວັນນະເຂດ), ວັງເຕົ່າ (ຈໍາປາສັກ), ນາເຕີຍ (ຫຼວງນ້ໍາທາ) ແລະ ທ່າແຂກ. (ຄໍາມ່ວນ); ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດຕັ້ງປະຕິບັດ. ສັນຍາວ່າດ້ວຍການອໍານວຍຄວາມສະດວກ ແກ່ການຂົນສົ່ງຂ້າມແດນ ສະບັບທົດລອງ. 4. ພວກເຮົາໄດ້ສືບຕໍ່ເປັນໃຈກາງປະສານສົມທົບກັບພາກສ່ວນຕ່າງໆ ເພື່ອປັບປຸງກົນໄກ ແລະ ຂອດ ບໍລິການຢູ່ດ່ານຊາຍແດນ ແລະ ຕາມສາຍທາງໃຫ້ຄ່ອງຕົວ ແລະ ສ້າງຄວາມໂປ່ງໃສ, ການກວດກາ ຕ່າງໆ ບໍ່ໃຫ້ຊໍ້າຊ້ອນກັນ. ອັນພົ້ນເດັ່ນພວກເຮົາໄດ້ເປັນເຈົ້າການຊຸກຍູ້ ແລະ ສ້າງສໍາເລັດດໍາລັດວ່າດ້ວຍ ດ່ານຊາຍແດນ ແລະ ສະຫນາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018, ຊຶ່ງ ເປັນນິຕິກໍາທີ່ສໍາຄັນໃນການຈັດຕັ້ງປະຕິບັດການອໍານວຍຄວາມສະດວກ ໃຫ້ແກ່ການຂົນສົ່ງຜ່ານແດນ ຂອງ ສປປ ລາວ, ໃນ 5 ປີ ຜ່ານມາ ບໍລິມາດການຂົນສົ່ງສິນຄ້າ ເພີ່ມຂື້ນ 9,47%. 5. ສໍາລັບທິດທາງແຜນການໃນຕໍ່ໜ້າ, ທ່ານໄດ້ກ່າວວ່າ, ເພື່ອສືບຕໍ່ເສີມຂະຫຍາຍທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດໃຫ້ເກີດຜົນປະໂຫຍດສູງ ສຸດ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ຫນ້າຈະຕ້ອງໄດ້ສຸມໃສ່ 5 ວຽກດັ່ງນີ້: (ໜຶ່ງ). ພັດທະນາລະບົບຕາຫນ່າງເສັ້ນທາງຕາມລະບົບຕາຫນ່າງເຊື່ອມໂຍງແບບ 3911 ຄື: ສາຍຕັ້ງ 3 ເສັ້ນ, ສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ສາຍຕັ້ງ ແລະ ສາຍຂວາງ 11 ເສັ້ນ ທີ່ໄດ້ຕາມມາດຖານ ເຕັກນິກຂອງເສັ້ນທາງຫຼວງອາຊຽນ, ສ້າງຂົວຂ້າມນ້ໍາຂອງປາກຕະພານ-ເຂັ້ມມະລາດ, ຂົວຂ້າມ , ນໍາຂອງສໍາລັບທາງລົດໄຟ ນະຄອນຫຼວງວຽງຈັນ-ຫນອງຄາຍ, ສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເສັ້ນທາງເຊື່ອມຕໍ່ທີ່ສິ້ນສຸດ ແລະ ມີປະສິດທິຜົນທີ່ສຸດລະ ຫວ່າງ ນະຄອນຫຼວງວຽງຈັນ ນະຄອນຫຼວງຮ່າໂນ້ຍ; ປັບປຸງລະບົບບູລະນະຮັກສາເສັ້ນທາງດ້ວຍການສ້າງຕັ້ງກອງສ້ອມແປງເສັ້ນທາງ ເປັນປົກກະຕິປະຈໍາແຕ່ລະຕອນທາງຕາມຮູບແບບທຸລະກິດທີ່ເຫມາະສົມ. (ສອງ). ສູ້ຊົນໃຫ້ສໍາເລັດການກໍ່ສ້າງ ແລະ ດໍາເນີນການບໍລິການ ການຂົນສົ່ງທາງລົດໄຟ ລາວ-ຈີນ; ລະດົມທຶນ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ-ທ່າແຂກ-ມູຢາ ແລະ ສຶກສາຄວາມເປັນ ໄດ້ເສັ້ນ ທາງລົດໄຟ ແຕ່ທ່າແຂກ-ສະຫວັນນະເຂດ-ຈໍາປາສັກ-ຊາຍແດນ ລາວ-ກໍາປູເຈຍ ແລະ ຈໍາປາສັກ-ວັງເຕົ້າ. (ສາມ). ສືບຕໍ່ປັບປຸງເຄື່ອງຫມາຍການເດີນເຮືອຕາມລໍາແມ່ນ້ໍາຂອງ, ປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍຫາຫລວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້, ເຊື່ອມຈອດການຄົມມະນາຄົມທາງນໍ້າ ກັບທາງບົກ ດ້ວຍການສ້າງເສັ້ນທາງເຂົ້າເຖິງດ່ານ ແລະ ນໍາໃຊ້ສາງຮ່ວມກັນ. (ສີ່). ສ້າງເສັ້ນທາງບິນທີ່ເຊື່ອມຈອດກັບສາກົນ ເພີ່ມຂຶ້ນຕາມຄວາມຕ້ອງການ ຂອງຕະຫລາດການບິນ ພາຍໃນ, ລະຫວ່າງປະເທດ ແລະ ການບິນຜ່ານໃນແຕ່ລະໄລຍະ; ປັບປຸງສະຫນາມບິນສາກົນຢ່າງຫນ້ອຍ ໃຫ້ໄດ້ມາດຕະຖານການບໍລິການພື້ນຖານ ຂອງພາກພື້ນ; ສໍາຫຼວດ ແລະອອກແບບສະຫນາມບິນ ສາກົນແຫ່ງໃຫມ່ ຢູ່ນະຄອນຫຼວງວຽງຈັນ ແລະ ເຊໂນ ເພື່ອສ້າງໃຫ້ເປັນສະຫນາມບິນທາງຜ່ານຂອງພາກພື້ນ ແລະ (ຫ້າ). ຈັດຕັ້ງການບໍລິການໂລຊິດສະຕິກຕາມ 3 ຍຸດທະສາດຄື: ຍຸດທະສາດການເຕົ້າໂຮມສິນຄ້າ; – ຍຸດທະສາດການສົ່ງເສີມພາກທຸລະກິດ ແລະຍຸດທະສາດການຂະຫຍາຍຕະຫຼາດຂົນສົ່ງໂດຍນໍາໃຊ້ການ ບໍລິການ ຢູ່ທ່າບົກ 5 ແຫ່ງ ສະຖານີລົດໄຟທ່ານາແລ້ງ, ທ່າແຂກ, ເຊໂນ, ວັງເຕົາ ແລະ ນາເຕີຍ. ສົ່ງເສີມບໍລິສັດຂົນສົ່ງສິນຄ້າ ຂອງລາວ ໃຫ້ກ້າວຂຶ້ນເປັນບໍລິສັດໂລຊິດສະຕິກ ໃຫ້ໄດ້ຢ່າງຫນ້ອຍ 20% ຂອງຈໍານວນ ບໍລິສັດທັງຫມົດ, ສ້າງສະມາຄົມຂົນສົ່ງສິນຄ້າ ມີຄວາມສາມາດໃນການຄຸ້ມຄອງທຸກບໍລິ ສັດຂົນສົ່ງລະຫວ່າງປະເທດ.

ສະຫາຍ ຮສ ປອ ພຸດ ສິມມາລາວົງ ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ແກ່ສະມາຊິກພັກ, ພະນັກງານ ທົ່ວອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຂຶ້ນປະກອບຄໍາເຫັນໃນຫົວຂໍ້ “ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ” ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ:

1. ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ແມ່ນປັດໄຈສໍາຄັນຂອງການພັດທະນາ ເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ ຊື່ງແມ່ນຄວາມຈໍາເປັນ ແລະ ທັງເປັນທ່າອ່ຽງລວມໃນການພັດທະນາຢູ່ໃນໂລກປັດຈຸບັນ; ການພັດທະນາຕາມຮູບແບບດັ່ງກ່າວມັນຕິດພັນກັບການເຕີບໂຕຂອງຂະແຫນງການເສດຖະກິດ ກັບການຮັບປະກັນການນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ, ມັນຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ຍັງມີເປົ້າຫມາຍສ້າງຄວາມກົມກຽວລະຫວ່າງປັດໄຈເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມທີ່ຍືນຍົງ ພາຍໃຕ້ຄວາມໂປ່ງໃສໃນການຄຸ້ມຄອງ,ຄວາມເທົ່າທຽມກັນ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ, 2. ນອກ ນັ້ນມັນຍັງຊ່ວຍກະຕຸ້ນການລົງທຶນ ແລະ ການສ້າງນະວັດຕະກໍາໃຫມ່ຮັບປະກັນໄດ້ການພັດທະນາທີ່ຍືນຍົງ, ເຫັນໄດ້ຄວາມສໍາຄັນຄືດັ່ງກ່າວ ອົງການສະຫະປະຊາຊາດຈຶ່ງໄດ້ຕົກລົງຮັບຮອງເອົາເປັນເປົ້າຫມາຍການພັດທະນາລວມຂອງໂລກທີ່ເອີ້ນວ່າ ເປົ້າຫມາຍການພັດທະນາແບບຍືນຍົງ ຫຼື SD Gs, ພັກເຮົາກໍໄດ້ຮັບຮອງເອົາຮູບແບບການພັດທະນາດັ່ງກ່າວ ຊຶ່ງສະແດງອອກໃນມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢ່າງຈະແຈ້ງວ່າ ສ້າງເສດຖະກິດ-ສັງຄົມແຫ່ງຊາດໄປຕາມທິດ ພັດທະນາແບບສີຂຽວ ແລະ ຍືນຍົງ, 3. ເພື່ອຜັນຂະຫຍາຍ ແລະ ປະຕິບັດນະ ໂຍບາຍດັ່ງກ່າວ, ຕະຫຼອດໄລຍະ 05 ປີຜ່ານມາ ຄະນະພັກກະຊວງສຶກສາທິການ ແລະ ກິລາ ໃນຖານະເປັນໃຈກາງຂອງວຽກງານພັດທະນາຊັບພະຍາກອນມະນຸດໄດ້ນໍາພາຈັດຕັ້ງປະຕິບັດຢູ່ຂະແຫນງການຂອງຕົນ ແລະ ສົມທົບກັບຂະແໜງການກ່ຽວຂ້ອງອື່ນໆ ດັ່ງນີ້: (ໜຶ່ງ). ໄດ້ດໍາເນີນການສຶກສາ, ຄົ້ນຄວ້າວິໄຈກ່ຽວກັບແນວຄິດ-ທິດສະດີ ແລະ ບົດຮຽນໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງຂອງບຸກຄົນ ແລະ ປະເທດຕ່າງໆ ເພື່ອຄວາມເຂົ້າໃຈ ແລະ ເປັນບົດຮຽນໃຫ້ແກ່ການພັດທະນາຢູ່ປະເທດພວກເຮົາໄດ້ສ້າງໃຫ້ມີນັກວິຊາການທີ່ມີຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບການພັດທະນາໃນທິດທາງດັ່ງກ່າວຕາມນະໂຍບາຍຂອງພັກໄດ້ຈໍານວນຫນຶ່ງ; (ສອງ). ໄດ້ປູກຈິດສໍານຶກກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ໃຫ້ແກ່ນັກຮຽນ, ນັກສຶກສາ ໂດຍການນໍາເອົາຄວາມຮູ້ໃນເລື່ອງດັ່ງກ່າວເຂົ້າໃນຫຼັກສູດ ເປັນຕົ້ນແມ່ນຫຼັກສູດໃນລະດັບການສຶກສາຊັ້ນສູງ ແລະ ແຊກຊ້ອນເຂົ້າໃນວິຊາຕ່າງໆ ທີ່ສິດສອນຢູ່ໃນທຸກລະບົບການສຶກສາ ອັນໄດ້ເຮັດໃຫ້ພົນລະເມືອງລາວ ໂດຍສະເພາະແມ່ນຄົນຮຸ້ນຫນຸ່ມມີຄວາມຮັບຮູ້ຄວາມເຂົ້າໃຈກ່ຽວກັບການພັດທະນາຕາມທິດສີຂຽວ ແລະ ຍືນຍົງຫຼາຍຂຶ້ນ ແລະ ໄດ້ຄ່ອຍໆກາຍ ເປັນຈິດສໍານຶກລວມຂອງສັງຄົມເທື່ອລະກ້າວ; (ສາມ). ໄດ້ພະຍາຍາມປັບປຸງຄຸນນະພາບຢູ່ທຸກຊັ້ນ ແລະ ທຸກລະບົບຂອງການສຶກສາ, ໄດ້ມີການຮ່ວມມືຫຼາຍຂຶ້ນລະຫວ່າງສະຖານການສຶກສາ ແລະ ຜູ້ປະກອບການ ເປັນຕົ້ນແມ່ນການພັດທະນາຫຼັກສູດຮ່ວມກັນ, ການຝຶກປະຕິບັດ ແລະ ການປະເມີນນັກຮຽນ-ນັກສຶກສາຮ່ວມກັນ; ທັງນີ້ກໍເພື່ອຮັບປະກັນໃຫ້ການສ້າງຄົນສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງ ຢູ່ໃນສັງຄົມ (ສີ່). ໄດ້ພະຍາຍາມຫັນປ່ຽນໂຄງປະກອບໃນການພັດທະນາຊັບພະຍາ ກອນມະນຸດ ໂດຍເຮັດໃຫ້ມີຄວາມສອດຄ່ອງຂຶ້ນ ຄືໄດ້ສຸມໃສ່ພັດທະນາວຽກງານອາຊີວະສຶກສາເປັນຕົ້ນໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບກໍໄດ້ມີການຂະຫຍາຍໄປທົ່ວປະເທດ, ໄດ້ນໍາເອົາວິຊາຊີບເຂົ້າໃນການສິດສອນຢູ່ບາງໂຮງຮຽນສາມັນສຶກສາ ແລະ ການສຶກສານອກໂຮງຮຽນ. ຊຶ່ງໃນສົກຮຽນ 2019-2020 ມີນັກຮຽນ-ນັກສຶກສາ 52.252 ຄົນ ໄດ້ເຂົ້າຮຽນຢູ່ໃນສະຖານທີ່ໂຮງຮຽນອາຊີວະສຶກສາ ໃນຂະນະທີ່ ມະຫາວິທະຍາໄລແຫ່ງຕ່າງໆມີນັກສຶກສາ 39.277 ຄົນ ອັນເປັນການສ້າງແຮງງານຂັ້ນພື້ນຖານເພື່ອຕອບສະຫນອງແກ່ການພັດທະນາເສດຖະກິດ ແລະ ສັງຄົມ ໄດ້ຫຼາຍຂຶ້ນ;(ຫ້າ). ໄດ້ສົ່ງເສີມການພັດທະນາຫລັກສູດ ແລະ ການສ້າງຊັບພະຍາກອນມະນຸດໃນສາຂາວິຊາທີ່ຕິດພັນສະເພາະກັບການພັດທະນາສີຂຽວ ແລະ ຍືນຍົງໃນສະຖາບັນການສຶກສາຊັ້ນສູງຕ່າງໆ ເປັນຕົ້ນ: ການຜະລິດ ແລະ ປຸງແຕ່ງກະສິກໍາ, ເຕັກໂນໂລຊີຊີວະພາບ, ການຄຸ້ມຄອງຊັບພະຍາກອນ ປ່າໄມ້ ແລະ ສິ່ງແວດລ້ອມ, ວິທະຍາສາດສິ່ງແວດລ້ອມ, ການຈັດສັນແຫຼ່ງນ້ໍາ, ການທ່ອງທ່ຽວແບບອະນຸລັກ, ການຈັດສັນພື້ນທີ່ເພື່ອການພັດທະນາ ແລະ ອື່ນໆ. ໄດ້ເພີ່ມຄວາມເອົາໃຈໃສ່ໃນການໃຫ້ຄວາມຮູ້ທາງດ້ານວິທະຍາສາດ-ເຕັກໂນໂລຊີ, ວິສະວະກໍາ ແລະຄະນິດສາດ ຫຼື STEM ໃຫ້ແກ່ຄົນຮຸ້ນຫນຸ່ມຢູ່ໃນທຸກຊັ້ນການສຶກສາ. (ຫົກ). ໄດ້ສົ່ງເສີມການປະດິດສ້າງ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອໃຫ້ກາຍເປັນປັດໄຈສໍາຄັນຂະຫຍາຍກໍາລັງການຜະລິດ ແລະ ເສດຖະກິດພູມປັນຍາ, ຍົກສູງປະສິດທິພາບການຜະລິດ ແລະ ການແກ່ງແຍ່ງແຂ່ງຂັນ; ລົງທຶນຢ່າງເໝາະສົມເຂົ້າໃນການຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ, ປັບປຸງລະບຽບການ, ກົນໄກຄຸ້ມຄອງການເຄື່ອນໄຫວດັ່ງກ່າວ; 4. ຈາກການປະຕິບັດໄດ້ບັນດາວຽກງານຂ້າງເທິງນັ້ນ, ໄດ້ເຮັດໃຫ້ການພັດທະນາຊັບພະຍາ ກອນມະນຸດ ເພື່ອຕອບສະຫນອງການພັດທະນາເສດຖະກິດ-ສັງຄົມ ມີການຫັນປ່ຽນໄປໃນທິດທາງທີ່ດີຂຶ້ນ, ເປັນຕົ້ນແມ່ນສັງຄົມໄດ້ໃຫ້ຄວາມສົນໃຈໃນການຮຽນລະດັບອາຊີວະສຶກສາ ແລະ ບັນດາວິຊາຊີບທີສາມາດສ້າງວຽກເຮັດງານທໍາໄດ້ດ້ວຍຕົນເອງຫຼາຍຂຶ້ນ, 5. ເພື່ອສືບຕໍ່ການພັດທະນາຊັບພະຍາກອນມະນຸດເວົ້າລວມ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາຕາມທິດສີຂຽວ ແລະ ຍືນຍົງນັ້ນ, ກະຊວງສຶກສາທິການ ແລະ ກະລາໄດ້ກໍານົດເອົາ 04 ມາດຕະການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໄລຍະແຕ່ປີ 2021 – 2025 ຄື: (ໜື່ງ). ຕ້ອງສ້າງຄວາມເຂັ້ນແຂງໃຫ້ລະບົບການບໍລິຫານ, ປັບປຸງໄກໃນການພັດທະນາ ຊັບພະຍາກອນມະນຸດ, ສືບຕໍ່ຂະຫຍາຍຜົນຂອງການປະຕິຮູບການສຶກສາໃນໄລຍະຜ່ານມາ ແລະ ສືບຕໍ່ປັບປຸງຄຸນນະພາບຂອງການສຶກສາ; (ສອງ). ດໍາເນີນການພັດທະນາຊັບພະຍາກອນມະນຸດຢ່າງມີຈຸດສຸມ, ເປັນຕົ້ນແມ່ນບັນດາສາຂາວິຊາ ແລະ ລະດັບວຸດທິທີ່ມີຄວາມຕ້ອງການຕົວຈິງຢູ່ໃນສັງຄົມ ເລັ່ງໃສ່ຊຸກຍູ້ການຮຽນຮູ້ບັນດາວິຊາ ເຊັ່ນ: ວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ;(ສາມ). ລະດົມກໍາລັງ ແລະ ຊັບພະຍາກອນເຂົ້າໃສ່ການພັດທະນາຊັບພະຍາກອນມະນຸດທີ່ສາມາດເຂົ້າສູ່ການ ຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ, ແນໃສ່ເຮັດໃຫ້ຄວາມຕ້ອງການ ແລະ ການສະຫນອງກໍາລັງແຮງງານໃນຂົງເຂດຕ່າງໆໄດ້ຮັບການສະຫນອງຢ່າງສົມເຫດສົມຜົນ; (ສີ່). ບຸກທະລຸພັດທະນາຊັບພະຍາກອນມະນຸດໃຫ້ມີບາດລ້ຽວໃຫມ່ຢ່າງແຂງແຮງ, ເປັນຕົ້ນແມ່ນຕ້ອງປະຕິຮູບລະບົບການສຶກສາ ແລະ ກໍ່ສ້າງ ນັກວິຊາການໃນຂະແຫນງການໃຫມ່ຂອງຍຸກອຸດສາຫະກໍາ 4.0

ທ່ານ ເກຍ ອູ້ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນ ໂລມາຄໍາ ທີ່ແຂວງສະຫວັນນະເຂດ ໄດ້ມີຄໍາເຫັນ “ການມີສ່ວນ ຮ່ວມຂອງ ພາກທຸລະກິດເອກະຊົນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄໍາປ່າແຫນ ເມືອງຊົນນະບູລີ ແລະ ບ້ານປ່າກ້ວຍ ເມືອງຈໍາພອນ ແຂວງສະຫວັນນະເຂດ” ຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເມື່ອຕອນບ່າຍວັນທີ 13 ມັງກອນ 2021:

1. ບ້ານຄໍາປ່າແຫນ ແລະ ບ້ານປ່າກ້ວຍ ມີ 261 ຄອບຄົວ, ມີ 1.528 ຄົນ, ຊົນເຜົ່າບຣູ, ເປັນເຂດ ຊົນນະບົດ, ດິນປ່າໂຄກປົນຊາຍ, ຫີນແຮ່, ແຫ້ງແລ້ງ ແລະ ຂາດແຫຼ່ງນໍ້າ, ການດໍາລົງຊີວິດຂອງປະຊາຊົນຈໍານວນຫນຶ່ງເຮັດນາປູກເຂົ້າແຕ່ບໍ່ກຸ້ມກິນ ແລະ ອີກຈໍານວນຫນຶ່ງອາໃສການຂໍທານລ້ຽງຊີບມາແຕ່ດົນ. ເພື່ອແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ຕົນເອງໄດ້ສະຫມັກໃຈໃນການເຂົ້າມີສ່ວນຮ່ວມແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍປະກອບສ່ວນຊັບສ່ວນຕົວຈໍານວນຫນຶ່ງ ພ້ອມທັງແນວຄວາມຄິດ, ເວລາ ແລະ ເຫື່ອແຮງລົງເຮັດຕົວຈິງ, ສ້າງພື້ນຖານການຜະລິດຫຼາຍສິ່ງຫຼາຍຢ່າງອັນຈໍາເປັນແບບຍືນຍົງ ແລະ ຄົງຕົວ ພາປະຊາຊົນອອກແຮງງານເຮັດການຜະລິດຕົວຈິງຢູ່ກັບທີ່, ເພື່ອຈຸດປະສົງ, ເປົ້າຫມາຍຫັນປ່ຽນການດໍາລົງຊີວິດແບບເລື່ອນລອຍ “ຂໍທານ” ໃຫ້ມາອອກແຮງ ງານເຮັດກິນຢູ່ກັບທີ່, ການຊ່ວຍເຫຼືອໄລຍະທີ 1 (ປີ 2016 ມີ 27 ຄອບຄົວ), ໄລຍະທີ 2 (ປີ 2017-2018 ເພີ່ມອີກ 5 ຄອບຄົວ), ໃນ 3 ປີ ລວມ 77 ຄອບຄົວ, ຈໍານວນ 482 ຄົນ; 2. ຮູບແບບການຈັດຕັ້ງປະຕິບັດມີ: (1) ຫນ່ວຍງານທີ່ປຶກສາ, (2) ຫນ່ວຍງານພາກສະຫນາມ, ໂດຍໃຫ້ຍຶດ ຕາມທິດນໍທີ່ວ່າ: “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ”, ຜ່ານໄລຍະ 3 ປີຜ່ານມາໄດ້ຊວ່ຍເຫຼືອປະຊາຊົນທັງ 2 ບ້ານ ຄື: ເບື້ອງຕົ້ນສ້າງຕັ້ງກອງທຶນເຂົ້າກິນ, ໃຫ້ອາຫານການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມື ແລະ ກົນຈັກຮັບໃຊ້ ການຜະລິດ ພາຫະນະບໍລິຫານ, 3. ຕໍ່ມາໄດ້ຄົ້ນຄວ້າຫາດິນປຸກສ້າງ, ດິນທໍາການຜະລິດໃນຮູບແບບບຸກເບີກ ຈັດສັນໄດ້ແລ້ວ ແບ່ງປັນກັນກັບເຈົ້າຂອງດິນຕາມທີ່ໄດ້ຕົກລົງກັນໄວ້ໃນເບື້ອງຕົ້ນ; ໄດ້ດິນປຸກສ້າງຈໍານວນ 40 ຕອນ, ຈັດສັນໃຫ້ 36 ຄອບຄົວເປົ້າຫມາຍ ທີ່ຢູ່ກະແຈກກະຈາຍໄດ້ເຂົ້າມາໂຮມຢູ່ບ້ານໃຫຍ່, ພ້ອມ ປຸກເຮືອນເຄິ່ງຖາວອນໃຫ້, ໄດ້ສ້ອມແປງຕໍ່ເຕີມເຮືອນທັງສອງບ້ານ 82 ຫຼັງ, ເຈາະນ້ໍາບາດານໄດ້ 141 ບໍ່, ສ້າງບ່ອນຮຽນຮູ້ຖ່າຍທອດກິດຈະກໍາຕ່າງໆ 1 ແຫ່ງ ເພື່ອໃຫ້ປະຊາຊົນ ແລະ ນ້ອງນັກຮຽນໄດ້ເຮັດຕົວຈິງແຕ່ລະມື້, ເຮັດສວນປູກຜັກໄດ້ 108 ຕອນ, ໃຫ້ແນວພັນຜັກ 28 ຊະນິດ, ເຮັດຝຸ່ນບົ່ມໄດ້ 995 ໂຕນ, ຈັດສັນ ດິນບຸກເບີກເຮັດນາໃຫມ່ໄດ້ 200,3 ເຮັກຕາ ໃຫ້ 111 ຄອບຄົວ, ປັບນາເກົ່າຄືນ 24,2ເຮັກຕາ, ຂົນດິນປູກຝັງເຂົ້າໃສ່ເນື້ອທີ່ນາໃຫມ່, 4. ຊົດເຊີຍເອົາດິນຈາກປະຊາຊົນໄດ້ 48 ເຮັກຕາກວ່າ ມາເປັນກໍາມະສິດຂອງລັດ, ມອບໃຫ້ປະຊາຊົນນໍາໃຊ້ສືບທອດໄດ້ (ແຕ່ຫ້າມຊື້ຂາຍ), ຈົກຫນອງສະໃຫຍ່ 117 ຫນອງ, ໃນເນື້ອທີ່ 21 ເຮັກຕາກວ່າ ໃຫ້ 85 ຄອບຄົວ ແລະ 04 ຫນອງ ໃຫ້ເປັນຫນອງລວມຂອງບ້ານ; ຈົກຫນອງນ້ອຍ 94 ຫນອງ ໃຫ້ 47 ຄອບຄົວ ທົດລອງລ້ຽງປາດຸກ, ລ້ຽງກົບ; ໃຫ້ແນວພັນສັດລ້ຽງ ເປັນຕົ້ນ: ແບ້, ຫມູ, ເປັດ, ໄກ່, ຫອຍ, ປາ ຫຼາຍຊະນິດ; ຜົນຜະລິດຂອງປະຊາຊົນໃນ 2 ບ້ານ ທີ່ເກັບກູ້ໄດ້ ແລະ ຫາມາໄດ້ເຫຼືອກິນແລ້ວ ໂຄງການຮັບເກັບຊື້ໃຫ້ທັງໝົດ, 5. ນອກຈາກນີ້, ໄດ້ຈັດສັນດິນປຸກສ້າງໂຮງຮຽນ, ໂຮງໝໍນ້ອຍ, ຕະຫຼາດນ້ອຍ, ສ້າງຫ້ອງການບ້ານ ແລະ ເກັບຊື້ໃຫ້ທັງຫມົດ. ຈັດສັນດິນປຸກສ້າງໂຮງຮຽນ, ໂຮງຫມໍນ້ອຍ, ຕະຫຼາດນ້ອຍ, ສ້າງທອງ ສະໂມສອນໃຫ້ 01 ຫຼັງ, ເຄື່ອງກະຈາຍສຽງຄົບຊຸດໃຫ້ 02 ບ້ານ, ສ້ອມແປງ, ຕໍ່ເຕີມຫ້ອງຮຽນ, ສ້າງເງື່ອນໄຂໃຫ້ລູກຫຼານໃນເກນອາຍຸໃຫ້ໄດ້ເຂົ້າໂຮງຮຽນທັງຫມົດ, ສ້າງວິດຖ່າຍໄດ້ 65 ຫ້ອງ, ປະກອບຕູ້ຢາປະຈຳບ້ານ, ເຮັດບັດປະກັນສັງຄົມ, ສ້າງກອງທຶນສຸຂະພາບໄດ້ 300 ລ້ານກີບ, ສ້າງສາງເກັບມ້ຽນເຂົ້າ, ຕັ້ງໂຮງສີເຂົ້ານ້ອຍ-ກາງ 3 ເຄື່ອງ, ຕັ້ງກອງທຶນເຂົ້າເປືອກໄດ້ 126 ໂຕນ, ຕັດທາງຕາຜ້າບ້ານ, ສ້າງທາງໃຫມ່ລວມຄວາມຍາວ 8,7 ກິໂລແມັດ, ຊື້ດິນ 1 ຕອນ ສ້າງສໍານັກສົງບ້ານຄໍາປ່າແຫນ, ຮ່ວມກັບປະຊາຊົນຈັດຕັ້ງບຸນບ້ານ 3 ຄັ້ງ ຊຶ່ງເມື່ອກ່ອນບໍ່ເຄີຍມີ, ປັດຈຸບັນ ປະຊາຊົນທັງສອງບ້ານໄດ້ເຊື່ອຖືສາດສະຫນາພຸດທັງຫມົດນັ້ນ.6. ນອກຈາກນັ້ນ,ຕົນເອງໄດ້ຊ່ວຍ ເຫຼືອແລ້ວ, ກໍ່ຍັງມີຫຼາຍພາກສ່ວນຂອງອົງການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ, ອົງການຈັດຕັ້ງສັງຄົມ, ບໍລິສັດ, ຫ້າງຮ້ານ, ບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດກໍໃຫ້ການຊ່ວຍເຫຼືອ ເປັນຕົ້ນ: ໄດ້ມີວິຊາການຈາກຫຼາຍຂະແຫນງການລົງສຸມໃສ່, ໄດ້ສ້າງໂຮງຮຽນປະຖົມ, ໂຮງຮຽນອະນຸບານ, ໂຮງຫມໍນ້ອຍ, ເຈາະນ້ໍາບາດານ, ໃຫ້ລົດໄຖນາ, ໃຫ້ສັດລ້ຽງ (ແບ້), ປະກອບສ່ວນເປັນເງິນ ແລະ ວັດຖຸສິ່ງ ຂອງຫຼາຍຢ່າງ ມີມູນຄ່າທັງຫມົດ 7 ຕື້ກວ່າກີບ; 7. ທຶນຂອງຄອບຄົວຂ້າພະເຈົ້າມີມູນຄ່າ 15 ຕື້ກວ່າກີບ, ການຊ່ວຍເຫຼືອ 03 ປີ ລວມເປັນເງິນ 22 ຕື້ກວ່າກີບ, ໂດຍສັງລວມແລ້ວການຊ່ວຍເຫຼືອໃນໄລຍະ 3 ປີ ຂອງຕົນພ້ອມດ້ວຍຫນ່ວຍງານ ຮ່ວມກັບອົງການຈັດຕັ້ງພັກ-ລັດ ພ້ອມກັນຈັດຕັ້ງປະຕິບັດ ເຮັດບັນລຸຫນ້າວຽກທີ່ເຊັນໄວ້ໃນບົດບັນທຶກ, ໄດ້ສ້າງພື້ນຖານການຜະລິດຫຼາຍສິ່ງຫຼາຍຢ່າງ, ເກີດມີຫນໍ່ແຫນງຄວາມສົມດຸນທາງດ້ານນິເວດດີຂຶ້ນ, ກໍ່ໃຫ້ເກີດວົງຈອນຂອງຊີວະນາໆພັນພາຍໃນ ທ້ອງຖິ່ນດັ່ງກ່າວ, ເປັນເງື່ອນໄຂສະດວກໃນການທໍາມາຫາກິນ, ປະຊາຊົນສ່ວນຫຼາຍໄດ້ຫັນປ່ຽນພຶດຕິກໍາການດໍາລົງຊີວິດແບບເກົ່າ, ຄອງເດີມ, ເລື່ອນລອຍ ໄດ້ຫັນມາເປັນເຈົ້າການອອກແຮງງານເຮັດກິນຢູ່ກັບທີ່. ດ້ວຍຄວາມຮູ້ສຶກເປັນເຈົ້າຂອງຊັບສິນຫຼາຍສິ່ງ, ຫຼາຍຢ່າງເປັນຂອງຕົນເອງ ທີ່ເມື່ອກ່ອນພວກເພິ່ນບໍ່ເຄີຍມີ, 8. ຜ່ານການຈັດຕັ້ງປະຕິບັດໃນ 3 ປີ ເຫັນໄດ້ເຖິງຄວາມເປັນຫ່ວງເປັນໄຍ ຈາກການນໍາຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນຕ່າງໆ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຖິງວ່າຈະເປັນໂຄງການຂະຫນາດນ້ອຍ, ມີມູນຄ່າຫນ້ອຍ ແຕ່ກໍ່ແມ່ນນ້ໍາໃຈ, ການປະກອບສ່ວນຕາມກໍາລັງ ແຮງທາງດ້ານວັດຖຸ ແລະ ຈິດໃຈ ຂອງຕົນ; 9. ໃນປັດຈຸບັນນີ້, ຕົນເອງ ກໍຍັງສືບຕໍ່ປະກອບສ່ວນໃນ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ 02 ບ້ານ ຢູ່ເມືອງນອງ ແຂວງສະຫວັນນະເຂດ ໂດຍມີຊື່ໂຄງການວ່າ: “ໂຄງການຮ່ວມໃຈສາຍໄຍໂລມາຄໍາ” ເປັນໂຄງການຮ່ວມທຶນ ລະຫວ່າງຕົນເອງ ກັບ ທ່ານ ສາຍສະຫມອນ ກວານເມືອງຈັນ ເພື່ອປະກອບສ່ວນສ້າງເງື່ອນໄຂໃຫ້ເມືອງນອງໄດ້ພົ້ນທຸກໃນຕໍ່ຫນ້າ.

ທ່ານ ສົມໄຊ ລຸນທະປັນຍາ ຜູ້ອໍານວຍການບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດ ຈໍາກັດຜູ້ດຽວ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປປ ລາວໃນຫົວຂໍ້ “ການພັດທະນາກາເຟທີ່ມີສະມັດຕະພາບສູງຕິດພັນກັບຕະຫຼາດທີ່ໝັ້ນຄົງ”:

1. ໂດຍເຊື່ອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ທີ່ໄດ້ກໍານົດວ່າ: “ສຸມໃສ່ພັດທະນາກະສິກໍາໃຫ້ທັນສະໄຫມ, ໂດຍນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃຫມ່ທີ່ເປັນມິດກັບສິ່ງແວດລ້ອມເຂົ້າໃນການຜະລິດກະສິກໍາ ແລະ ໃຫ້ສອດຄ່ອງກັບດິນຟ້າອາກາດ” ແລະ ເຫັນໄດ້ທ່າແຮງຄວາມອຸດົມສົມບູນຂອງດິນຟ້າອາກາດຢູ່ເຂດພູພຽງບໍລະເວນ ແລະ ບົດຮຽນການຜະລິດຂອງຕ່າງປະເທດ ເຫັນວ່າການປູກກາເຟແມ່ນມີອະນາຄົດ, ມີຕະຫຼາດທີ່ໝັ້ນຄົງ, ບວກກັບການນໍາພາ-ຊີ້ນໍາຂອງຄະນະພັກ-ອໍານາດການປົກຄອງແຂວງຈໍາປາສັກ ໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ, ບໍລິສັດຕົນ ໄດ້ເລີ່ມລົງມືປູກ-ບໍາລຸງລ້ຽງກາເຟຢ່າງຈິງຈັງ, ເຊິ່ງໄດ້ເລີ່ມໂຄງການມາແຕ່ເດືອນ 7 ປີ 2012 ຢູ່ເຂດບ້ານກົງຕູນ, ເມືອງປາກຊ່ອງ ແຂວງຈໍາປາສັກ (ມາຮອດປະຈຸບັນແມ່ນໄດ້ 8 ປີເຕັມ), 2. ປັດຈຸບັນ ບໍລິສັດມີເນື້ອທີ່ປູກກາເຟແລ້ວ 125 ເຮັກຕາ ໃນນັ້ນ ມີເນື້ອທີ່ໃຫ້ໝາກຈໍານວນ 100 ເຮັກຕາ, ການປູກແມ່ນປູກເທື່ອລະຫນ້ອຍໃນແຕ່ລະປີ, ພ້ອມທັງສຶກສາແກ້ບັນຫາຄວາມສ່ຽງ ຈາກພະຍາດ, ສັດຕູພືດ ເປັນຕົ້ນ: ເຊື້ອລາ, ເພັ້ຍ, ດ້ວງເຈາະລໍາ, ມອດເຈາະໝາກ, ຕົ້ນກາເຟເຫຼືອງຕາຍຫຼືບໍ່ສົມບູນ ຍ້ອນຂາດທາດອາຫານ ແລະຜົນກະທົບຈາກໄພທໍາມະຊາດ, ແຫ້ງແລ້ງ, ນ້ໍາຫມອກກ້າມຕົກ (ນໍ້າໝອກເກືອ) ອັນເປັນສາຍເຫດໃຫ້ຕົ້ນກາເຟຕາຍໝົດໃນຄືນດຽວໄດ້, ບັນຫາຕ່າງໆເຫຼົ່ານີ້ ພວກຂ້າພະເຈົ້າສາມາດປ້ອງກັນ ແລະ ແກ້ໄຂ ໄດ້ໂດຍພື້ນຖານ, ເຮັດໃຫ້ສວນກາເຟມີຄວາມອຸດົມສົມບູນ, ຕົ້ນກາເຟຂຽວງາມຕະຫຼອດ, ປີ 2018, 2019 ແລະ 2020 ບໍ່ມີຕົ້ນກາເຟຕາຍຍ້ອນພະຍາດ, ບົ້ງແມງ ແລະ ໄພທໍາມະຊາດແຕ່ຢ່າງໃດ ທັງຍັງໃຫ້ໝາກຢ່າງສະຫມໍ່າສະເໝີ ແລະ ເພີ່ມຂຶ້ນ, 3. ສະຫຼຸບໄດ້ວ່າ, ມາຮອດປະຈຸບັນບໍລິສັດ ສາມາດສໍາເລັດບາດກ້າວທໍາອິດຂອງການປູກ ແລະ ບໍາລຸງລ້ຽງກາເຟໃຫ້ມີສະມັດຕະພາບສູງ, ມີຄຸນນະພາບ ແລະ ມີຕະຫຼາດທີ່ຫມັ້ນຄົງ, ສະແດງອອກໃນຕົວ ເລກການຜະລິດ ດັ່ງລຸ່ມນີ້: ໜື່ງ. ປີ 2018 ເກັບກາເຟໃນເນື້ອທີ່ 70 ເຮັກຕາ ໄດ້ກາເຟ 1.450 ໂຕນ (ຫມາກແດງ). ສອງ. ປີ 2019 ເກັບກາເຟໃນເນື້ອທີ່ 80 ເຮັກຕາ ໄດ້ກາເຟ 1.750 ໂຕນ (ຫມາກແດງ). ສາມ. ປີ 2020 ເກັບກາເຟໃນເນື້ອທີ່ 100 ເຮັກຕາ, ຄາດວ່າ ຈະໄດ້ກາເຟຢູ່ 2.100 ໂຕນ (ຫມາກແດງ), ສະເລ່ຍບໍ່ຕໍ່າກ່ວາ 20 ໂຕນ ຕໍ່ເຮັກຕາ, ຄິດເປັນເງິນ 50.000.000 – 60.000.000 ກີບ ຕໍ່ເຮັກຕາ(ໃນລາຄາ 2.500 ກີບ/ກລ), 4. ນອກຈາກຈະມີສະມັດຕະພາບທີ່ສູງແລ້ວ, ຄຸນນະພາບຂອງກາເຟກໍດີ, ເມັດກາເຟມີຄວາມສົມບູນ ເມັດໃຫຍ່ ແລະ ມີຂະຫນາດແຕ່ ເບີ 16 ຂຶ້ນໄປ ເຖິງ 85%, ຊຶ່ງເປັນຄຸນນະພາບທີ່ຕະຫລາດຕ້ອງການ ມີລາຄາສູງກວ່າກາເຟ ທົ່ວໄປທີ່ມີເມັດນ້ອຍ. ປັດຈຸບັນ ຢູ່ໃນສວນກາເຟຂອງຕົນເອງມີຄົນງານປະຈໍາຈໍານວນ 100 ຄົນ, ໃນນັ້ນ ວິຊາການ 10 ຄົນ, ນອກນັ້ນ,​ ໃນລະດູການເກັບກ່ຽວ ມີປະຊາຊົນເຂົ້າມາເກັບຫມາກກາເຟ (ເປັນກໍາມະກອນລາຍວັນ) 300-400 ຄົນຕໍ່ວັນ, ສ້າງລາຍຮັບໃຫ້ເຂົາເຈົ້າບໍ່ຕ່ໍາກວ່າ 70.000 ກີບຕໍ່ວັນໃນໄລຍະ 120 ວັນ (4 ເດືອນ),5. ກ່ຽວກັບການຊື້-ຂາຍ ແລະ ການຕະຫຼາດ, ປັດຈຸບັນຍັງບໍ່ມີຕະຫຼາດສົ່ງອອກໂດຍກົງ, ເພາະປະລິມານກາເຟ ສໍາເລັດຮູບເປັນໝາກສ້ອມ ທີ່ພ້ອມສົ່ງ ອອກ ຜະລິດໄດ້ບໍ່ທັນພຽງພໍ ເຊັ່ນ: ໜື່ງ. ປີ 2018 ຜະລິດໄດ້ 250 ໂຕນ,ສອງ. ປີ 2019 ຜະລິດໄດ້ 300 ໂຕນ, ສາມ. ປີ 2020 ຜະລິດໄດ້ 360 ໂຕນ, 6. ດ້ວຍເຫດນີ້, ຈຶ່ງບໍ່ສາມາດສົ່ງອອກຕ່າງປະເທດໄດ້ໂດຍກົງ ມີແຕ່ສົ່ງອອກກັບທີ່ຢູ່ທີ່ສາງ ໃຫ້ບໍລິສັດອື່ນທີ່ສົ່ງອອກ, ໃນ 03 ປີຜ່ານມາ ກໍຂາຍໄດ້ລາຄາດີສົມຄວນ ຖ້າທຽບໃສ່ລາຄາທົ່ວໄປ ແລະ ລາຄາຕະຫຼາດໂລກ ແລະ ໃນຕໍ່ໜ້າ ບໍລິສັດກໍມີທິດທາງ ແລະ ແຜນການກະ ກຽມສົ່ງໄປຕ່າງປະເທດ,7. ເພື່ອໃຫ້ຕະຫລາດສົ່ງອອກມີຄວາມຫມັ້ນຄົງ ຕົນຄິດວ່າ ແຕ່ລະກຸ່ມບໍລິສັດຜູ້ຜະລິດ ແລະ ສົ່ງອອກກາເຟ ຕ້ອງມີກາເຟເພື່ອກຽມສົ່ງອອກຢ່າງຫນ້ອຍຕ້ອງມີກາເຟເພື່ອກຽມສົ່ງອອກຢ່າງຫນ້ອຍ 5.000 ໂຕນ ຕ້ອງມີເນື້ອທີ່ປະ 2.000-2.500 ເຮັກຕາຂຶ້ນໄປ ຈຶ່ງຈະສາມາດຮອງຮັບ ແລະ ຄໍ້າປະກັນການເຊັນສັນຍາຊື້ຂາຍລ່ວງຫນ້າກັບຕ່າງປະເທດໄດ້, 8. ດັ່ງນັ້ນ ເພື່ອຮັບປະກັນໃຫ້ກາເຟລາວ ມີຕະຫຼາດໝັ້ນຄົງຕ້ອງໄດ້ສົ່ງເສີມຊາວສວນກາເຟທີ່ປູກກາເຟເປັນອາຊີບໃນເຂດພູພຽງບໍລິເວນ ແລະ ບ່ອນອື່ນໆທີ່ມີເນື້ອທີ່ປະມານ 70.000 ເຮັກຕາ​ ໃຫ້ປູກກາເຟທີ່ມີສະມັດຕະພາບສູງໄດ້ບໍລິມາດຫຼາຍ ມີລາຍຮັບດີ​ ເຖິງ​ ສູງ ແລະ ເປັນທີ່ຕ້ອງການຂອງຕະຫຼາດ,9. ຈາກການຈັດຕັ້ງປະຕິບັດຕົວຈິງ ແລະ ບົດຮຽນທີ່ຖອດຖອນໄດ້ ສາມາດສະຫຼຸບໄດ້ວ່າ: ເຂດພູພຽງບໍລະເວນ ມີທ່າແຮງສູງໃນການຜະລິດກາເຟ, ສາມາດຍົກສະມັດຕະພາບການຜະລິດໃຫ້ສູງເທົ່າທຽມກັບສະມັດຕະພາບຂອງບັນດາປະເທດຕ່າງໆໄດ້, ບົດຮຽນ ຂອງບໍລິສັດສາມາດເຮັດໃຫ້ສະມັດຕະພາບກາເຟ (Arabica) ບັນລຸໄດ້ 15-20 ໂຕນຕໍ່ເຮັກຕາ ແລະ ກາເຟ (Robusta) ໄດ້ 25-30 ໂຕນ ຕໍ່ເຮັກຕາ ຢ່າງສະໝໍ່າສະເໝີ (ທຸກປີ), ຖ້າບັນລຸໄດ້ຕາມນີ້ ກໍຈະມີລາຍຮັບ ບໍ່ຕໍ່າກວ່າ 40-60 ລ້ານກີບ ຕໍ່ເຮັກຕາ, ຖ້າໄລ່ລຽງກັບຄ່າໃຊ້ຈ່າຍຕົ້ນທຶນ ເຫັນວ່າກຸ້ມຄ່າ ແລະ ມີລາຍຮັບດີ,10. ເພື່ອປະກອບສ່ວນສົ່ງເສີມການປູກ-ບໍາລຸງລ້ຽງກາເຟ ຢູ່ພູພຽງບໍລະເວນໃຫ້ມີສະມັດຕະພາບສູງ ແລະ ຄຸນນະພາບດີ ຕາມບົດຮຽນຕົວຈິງທີ່ບໍລິສັດໄດ້ດໍາເນີນມາ, ຊຶ່ງໃນປີ 2020 ຜ່ານມາ ໄດ້ມີກຸ່ມສະຫະກອນຜູ້ຜະລິດ ແລະ ສົ່ງອອກກາເຟ ຂອງເມືອງປາກຊ່ອງ, ເມືອງເລົ່າງາມ, ເມືອງທ່າແຕງ ແລະ ຈາກບໍລິສັດຜູ້ລົງທຶນປູກກາເຟເປັນສິນຄ້າຂອງຕ່າງປະເທດຈໍານວນໜຶ່ງເຂົ້າມາທັດສະນະສຶກສາ, ແລກປ່ຽນຖອດຖອນບົດຮຽນ ແລະ ໄດ້ຢັ້ງຢືນວ່າ ການພັດທະນາກາເຟ ຂອງຕົນມີສະມັດຕະພາບສູງ, ຄຸນນະພາບດີ ແລະ ມີຕະຫຼາດທີ່ໝັ້ນຄົງ,11. ບົນຈິດໃຈດັ່ງກ່າວ, ບໍລິສັດ ຈຶ່ງມີແນວຄວາມຄິດຈະສົ່ງເສີມ ແລະ ຜັນຂະຫຍາຍການຜະລິດກາເຟທີ່ມີສະມັດຕະພາບສູງ, ມີຄຸນນະພາບ ແລະ ຕະຫຼາດຫມັ້ນຄົງ ຮ່ວມກັບປະຊາຊົນຊາວສວນຜູ້ສະໝັກໃຈ ປະຕິບັດນະໂຍບາຍ 2+3 ຂອງລັດຖະບານລາວ, ພ້ອມນັ້ນ ຂໍສະເໝີຕໍ່ພາກລັດຊ່ວຍສ້າງເງື່ອນໄຂໃນການເຂົ້າເຖິງແຫຼ່ງທຶນ ສົ່ງເສີມດອກເບ້ຍບໍ່ສູງໃຫ້ບໍລິສັດ ແລະ ຊາວສວນໄດ້ກູ້ຢືມເພື່ອທໍາການຜະລິດ ຊຶ່ງຕ້ອງມີຕົ້ນທຶນການໃຊ້ຈ່າຍ ແລະ ຄວນປັບປຸງຮູບແບບການຈັດຕັ້ງການຜະລິດເປັນກຸ່ມ ຫຼື ສະຫະກອນ ເພື່ອໃຫ້ຜູ້ຜະລິດມີຄວາມເຂັ້ມແຂງ ແລະ ຮັບປະກັນໄດ້ປະລິມານ ແລະ ຄຸນນະພາບ, ເຈລະຈາເປີດຕະຫຼາດກາເຟກັບຕ່າງປະເທດໃຫ້ກວ້າງຂວາງໂດຍສະເພາະກັບປະເທດເພື່ອນບ້ານ.

ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ໄດ້ປະກອບຄໍາຄິດເຫັນໃນຫົວຂໍ້ “ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະໃຫມ່” ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປລາວ ໃນຕອນບ່າຍວັນທີ 13 ມັງກອນ 2021

1. ອົງການຈັດຕັ້ງຂອງພັກປະກອບສ່ວນຫຼາຍຢ່າງຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາໄລຍະໃໝ່(ກອງປະຊຸມໃຫຍ່), ບົດບາດ ແລະ​ ໜ້າທີ່ຂອງແນວລາວສ້າງຊາດ ແມ່ນອົງການສໍາພັນທາງການເມືອງຂອງທົ່ວສັງຄົມ, ເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງສັງຄົມ ແລະ ບຸກ ຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະຫນາ, ເພດ-ໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ,2. ສະ ຫະພັນນັກຮົບເກົ່າລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກ ແມ່ນອົງການຈັດຕັ້ງການເມືອງສັງຄົມ, ເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກ ແລະ ພົນລະເມືອງ ທີ່ຢູ່ໃນຄວາມຮັບຜິດຊອບຂອງອົງການຕົນຄວາມຈິງແລ້ວ 3 ອົງການຈັດຕັ້ງໃຫຍ່ຂອງພັກທີ່ກ່າວມານັ້ນ ເປັນອົງປະກອບສໍາຄັນທີ່ຕັດແຍກບໍ່ໄດ້ໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ທີ່ມີພັກປະຊາຊົນປະຕິວັດລາວເປັນແກນນໍາ,3. ສາມອົງການໃຫຍ່ດັ່ງກ່າວ, ໄດ້ມີການຮ່ວມມືເປັນພິເສດ ແລະຍັງໄດ້ປະສານສົມທົບກັບບັນດາອົງການພາຄີ ແລະພາກສ່ວນຕ່າງໆ ຊຶ່ງໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດບາງວຽກງານອັນພົ້ນເດັ່ນ ຄື: ໜື່ງ. ເປັນເຈົ້າການລົງພົບປະໂອ້ລົມ, ໂຄສະນາ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ຢູ່ທ້ອງຖິ່ນຮາກຖານ ເພື່ອໃຫ້ປະຊາຊົນບັນດາເຜົ່າປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລະບຽບ-ກົດຫມາຍຂອງລັດ, ໃຫ້ມີຄວາມສາມັກຄີປອງດອງ, ມີຄວາມສະເຫມີພາບຍິງ-ຊາຍ, ມີຄວາມຕື່ນຕົວເປັນເຈົ້າການສ້າງບ້ານພັດທະນາ; ສອງ. ມີຄວາມຕື່ນຕົວ ທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງບ້ານເມືອງ ແລະເຂົ້າຮ່ວມຂະບວນການຕ່າງໆຂອງຄະນະພັກ ແລະອົງການປົກຄອງທ້ອງຖິ່ນເປັນປົກກະຕິ, ເຂົ້າຮ່ວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ຕັ້ງຫນ້າປະກອບ ສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄຽງຄູ່ກັບຄວາມສາມາດປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ,ສາມ. ນອກນັ້ນ, ອົງການເຫຼົ່ານີ້ຍັງໄດ້ສົ່ງເສີມໃຫ້ເດັກນ້ອຍໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ປະຊາຊົນ, ໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງກວ້າງຂວາງ ແລະ ທົ່ວເຖິງ, ສີ່. ພ້ອມດຽວກັນ, ຍັງໄດ້ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າສ້າງບ້ານໃຫ້ເປັນບ້ານພົ້ນທຸກ, ມີກອງທຶນພັດທະນາບ້ານ ຫຼືມີຄັງສະສົມຂອງບ້ານ ແລະ ພື້ນຖານເສດຖະກິດຂອງບ້ານ ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງເທື່ອລະກ້າວ, ຫ້າ. ໄດ້ເອົາໃຈໃສ່ຊຸກຍູ້ການສ້າງ ແລະສົ່ງເສີມຕົວແບບໃນການພັດທະນາແກ້ໄຂຄວາມທຸກຍາກ ແລະ ຫຼາຍໆກິດຈະກໍາຢ່າງເປັນຂະບວນຟົດຟື້ນ ເຂົ້າຮ່ວມວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ວັນສໍາຄັນອື່ນໆ ຕິດພັນກັບຂະບວນການຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນ ມີຜົນສໍາເລັດອັນພົ້ນເດັ່ນເປັນຕົ້ນ: ຂະບວນການສ້າງຄອບຄົວສາມັກຄີປອງດອງໄດ້ 745.760 ຄອບຄົວ, ບ້ານ ສາມັກຄີປອງດອງ 5.002 ບ້ານ ແລະ ເມືອງສາມັກຄີປອງ ດອງ 9 ເມືອງ, ຫົກ. ຂະບວນການປະຕິບັດຂໍ້ ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນຮົບເກົ່າລາວ ໄດ້ 393 ບ້ານ; ຂະບວນການປະຕິບັດຂໍ້ ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ 17 ແຂວງ-ນະຄອນຫຼວງ, 135 ເມືອງ, 7.987 ບ້ານ ແລະ1.032.648 ຄອບຄົວ, ຂະບວນ ການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນ ກໍາມະບານລາວ ໄດ້ 17 ແຂວງ ແລະ 10 ກະຊວງ-ອົງການ, ເຈັດ. ຂະບວນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວຫນຸ່ມປະຊາຊົນປະຕິວັດລາວ ໄດ້ 12 ແຂວງ-ນະຄອນຫຼວງ, 16 ກະຊວງ, 15 ອົງການ,141 ເມືອງ ແລະ ຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງກອງເຍົາວະຊົນທັນວາ ໃນທົ່ວປະເທດ ໄດ້ 78%; 4. ໃນໄລຍະໃຫມ່ ກໍຄື ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປປລາວ ໄດ້ກໍານົດແຈ້ງໃນແຜນງານທີ ສອງຈະຕ້ອງໄດ້ສືບຕໍ່ເອົາໃສ່ຄື: ໜື່ງ. ສາມອົງການຈັດຕັ້ງໃຫຍ່ເຫຼົ່ານີ້ ຕ້ອງສືບຕໍ່ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະເສີມຂະຫຍາຍກໍາລັງແຮງຂອງທົ່ວປວງຊົນ, ປຸກລະດົມມະຫາຊົນ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ, ປະກອບຄໍາຄິດຄໍາເຫັນໃນການກໍານົດແນວທາງນະໂຍບາຍຂອງພັກ ໃນຖານະເປັນອົງການພື້ນຖານການເມືອງ ແລະ ຕົວແທນສິດຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ; ສອງ. ສືບຕໍ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການຂໍ້ແຂ່ງຂັນຂອງແຕ່ລະອົງການຢ່າງແຂງແຮງ, ປັບປຸງການເຄື່ອນໄຫວສ້າງຂະບວນການມະຫາຊົນ ດ້ວຍຫຼາຍຮູບຫຼາຍສີ, ຫຼາຍລະດັບ, ຫຼາຍຂະຫນາດແຕກຕ່າງກັນ ແລະແທດເຫມາະກັບແຕ່ລະເປົ້າຫມາຍ, ແຕ່ລະຊັ້ນຄົນໃນສັງຄົມແນໃສ່ສ້າງໃຫ້ມີບັນດາຕົວແບບດີເດັ່ນ;ສາມ. ພ້ອມກັນນັ້ນ, ຕ້ອງສືບຕໍ່ຕັ້ງຫນ້າ ເປັນເຈົ້າການໃນການປຶກສາຫາລື ແລະປະສານສົມທົບໃນການເຄື່ອນໄຫວ ກັບບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ່າງໆ;ສີ່. ສືບຕໍ່ປັບປຸງກົນໄກປະສານງານ ກັບສະຫະພັນນັກຮົບເກົ່າລາວ ແລະບັນດາອົງການຈັດ ຕັ້ງມະຫາຊົນຂອງພັກ, ສືບຕໍ່ຜັນຂະຫຍາຍມະຕິວ່າດ້ວຍວຽກງານແນວໂຮມ ແລະວຽກງານມະຫາຊົນຂອງພັກ ໃນໄລຍະໃຫມ່ ໃຫ້ກວ້າງຂວາງ, ທົ່ວເຖິງທຸກຮາກຖານ ແລະ ເປັນຮູບປະທໍາ.

ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດນ້ໍາກັດຢູ່ລະປ່າ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປປລາວ ໃນຫົວຂໍ້ “ການພັດທະນາການທ່ອງທ່ຽວແບບຍືນຍົງ”

1. ຍ້ອນເຫັນໄດ້ຄວາມສໍາຄັນຂອງການພັດທະນາການທ່ອງທ່ຽວທໍາມະຊາດ ແບບຍືນຍົງ, ຕາມທິດຊີ້ນໍາຂອງພັກເຮົາ, ຕົນເອງຈຶ່ງໄດ້ສົມທົບແໜ້ນກັບຄະນະພັກ, ອົງການປົກຄອງແຂວງອຸດົມໄຊ ດໍາເນີນການສຶກສາ, ສໍາຫຼວດຄວາມເປັນໄປໄດ້ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍໃສ່ຊື່ໂຄງການວ່າ: “ສະຖານທີ່ທ່ອງທ່ຽວທໍາມະຊາດນ້ໍາກັດຢູ່ລະປ່າ”, 2. ຈຸດປະສົງເປົ້າຫມາຍຂອງໂຄງການແມ່ນເລັ່ງໃສ່ 3 ເປົ້າໝາຍຕົ້ນຕໍ ຄື:(ໜຶ່ງ). ເພື່ອອະນຸລັກຮັກສາ ແລະ ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບການອະນຸລັກວິຖີຊິວິດ ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ຕາມທິດພັດທະນາ ສີຂຽວ ແລະ ຍືນຍົງ. (ສອງ). ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວໃຫມ່ໃຫ້ມີຄວາມຫຼາກຫຼາຍ ແລະ ໄດ້ມາດ ຕະຖານລະດັບສາກົນ ເພື່ອຊ່ວຍດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໃຫ້ເຂົ້າມາທ່ຽວປະເທດລາວ ເຮົາໃຫ້ຫຼາຍຂຶ້ນ. (ສາມ). ສ້າງອາຊີບ ສ້າງວຽກເຮັດງານທໍາ ສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ເພື່ອປະກອບສ່ວນ ຊ່ວຍລົບລ້າງຄວາມທຸກຍາກໃຫ້ປະຊາຊົນ ຕາມແນວທາງນະໂຍບາຍ ຂອງພັກ-ລັດເຮົາ,2. ໃນການຈັດຕັ້ງປະຕິບັດໂຄງການ ພວກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການຮ່ວມມືປະ ສານສົມທົບແຫນ້ນຈາກ 3 ພາກສ່ວນຄື: ລັດ, ຜູ້ລົງທຶນ ແລະ ປະຊາຊົນໃນທ້ອງຖິ່ນ, ເຊີ່ງໃນນັ້ນ ສຸມໃສ່ 4 ວຽກງານຈຸດສຸມຄື:(ໜຶ່ງ). ວຽກງານອະນຸລັກ-ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ; (ສອງ). ວຽກງານສ້າງບຸກຄະລາກອນ ໂດຍເລັ່ງໃສ່ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທ້ອງຖິ່ນເປັນຕົ້ນຕໍ ໂດຍປະສົມປະສານການອະນຸລັກຮັກສາແບບວິຖີຊີວິດຂອງຊົນເຜົ່າໃນ ທ້ອງຖິ່ນເຂົ້າໃນວຽກງານທ່ອງທ່ຽວ;(ສາມ). ວຽກງານການສ້າງພື້ນຖານໂຄງລ່າງ ແລະ ຜະລິດຕະພັນການທ່ອງທ່ຽວ ແລະ (ສີ່). ວຽກງານພາກການຕະຫຼາດ; 3. ຜ່ານການຈັດຕັ້ງປະຕິບັດຕົວຈິງ, ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ສະແດງອອກຄື: (ໜື່ງ). ບໍລິສັດ ໄດ້ມີການລົງທຶນຢ່າງຫຼວງຫຼາຍເຂົ້າໃນການພັດທະນາໂຄງການ ເຮັດໃຫ້ໂຄງການກາຍເປັນຮູບປະທໍາ. (ສອງ). ເປັນເຈົ້າການປະສານສົມທົບກັບອົງການປົກຄອງແຂວງ ແລະ ປະຊາຊົນໃນທ້ອງຖິ່ນ ໃນ ການອະນຸລັກ-ຟື້ນຟູ ຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໃນເຂດອ່າງໂຕ່ງຂອງສາຍນ້ໍາກັດປ່າສະຫງວນແຫ່ງຊາດພູຂອງຜີ. ອັນພົ້ນເດັ່ນ ແມ່ນສາມາດຫຼຸດຜ່ອນການບຸກລຸກທໍາລາຍທໍາມະຊາດ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ສັດບົກ, ສັດນ້ໍາ ແລະ ຊີວະນາໆພັນກໍ່ມີຈໍານວນເພີ່ມຂື້ນເລື້ອຍໆ. (ສາມ). ປະກອບສ່ວນໃນການອະນຸລັກວັດທະນະທໍາ, ວິຖີຊິວິດ, ຮີດຄອງປະເພນີຂອງປະຊາຊົນ ບັນດາເຜົ່າໃນທ້ອງຖິ່ນ ໂດຍສະເພາະເຜົ່າກຶມມຸໃນເຂດໂຄງການ ດ້ວຍການສ້າງບ້ານຊົນເຜົ່າ, ຮັກສາການນຸ່ງຖື ແລະ ເຊື່ອມສານວິຖີການດໍາລົງຊີວິດໃຫ້ຕິດພັນກັບໂຄງການຢ່າງກົມກຽວ.(ສີ່). ສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນພື້ນທີ່ໂຄງການໄດ້ຫຼາຍຮ້ອຍກວ່າຄົນ, ຊ່ວຍຝຶກອົບຮົມໃຫ້ປະຊາຊົນທີ່ເຂົ້າມາເຮັດວຽກໃນໂຄງການຫັນປ່ຽນຈາກການອາໄສຫາກິນຕາມທໍາມະຊາດ ກາຍເປັນບຸກຄະລາກອນທີ່ມີຄຸນນະພາບໃນວິຊາສະເພາະດ້ານຕ່າງໆ ທີ່ຕິດພັນກັບການບໍລິການ ການທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. (ຫ້າ). ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບ ເຊິ່ງຈະກາຍເປັນຜະລິດຕະພັນສົ່ງອອກກັບທີ່ມີຄວາມຍືນຍົງ, ສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມແກ່ປະຊາຊົນ, ອົງການປົກຄອງແຂວງ ກໍ່ຄືປະເທດຊາດຂອງເຮົາໃນໄລຍະຍາວ. 4. ຈາກຜົນສໍາເລັດດັ່ງທີ່ໄດ້ກ່າວມານັ້ນ, ສະຖານທີ່ທ່ອງທ່ຽວນ້ໍາກັດບໍລະປ່າ ຈຶ່ງເປັນທີ່ນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ, ສາມາດຖອດບາງບົດຮຽນໄດ້ວ່າ: “ການ ພັດທະນາການທ່ອງທ່ຽວທີ່ຕິດພັນກັບການອະນຸລັກທໍາມະຊາດ ໂດຍປະຊາຊົນມີສ່ວນຮ່ວມ ແລະ ອະນຸລັກວິຖີຊິວິດ ຂອງປະຊາຊົນໃນທ້ອງຖິ່ນ ຄວນໄດ້ເອົາໃຈໃສ່” ດັ່ງນີ້: (ໜຶ່ງ). ມີແນວທາງ, ນະໂຍບາຍທີ່ຖືກຕ້ອງ, ໄດ້ຮັບການຊຸກຍູ້, ສະຫນັບສະຫນູນຈາກທຸກຂັ້ນ, ທຸກ ຂະແຫນງການ ຈຶ່ງສາມາດເຮັດໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.(ສອງ). ບໍລິສັດມີຄວາມຕັດສິນໃຈສູງໃນການພັດທະນາໂຄງການຕາມແນວທາງນະໂຍບາຍ ຂອງພັກ ແລະກົດຫມາຍ, ລະບຽບການ ຂອງລັດ, ແນ່ໃສ່ຜົນປະໂຫຍດ ຂອງລັດ, ປະຊາຊົນເປັນຕົ້ນ ຕໍ່, ການລົງທຶນໃນກິດຈະການດັ່ງກ່າວ ເປັນການລົງທຶນທີ່ໃຫ້ຜົນຕອບແທນໃນໄລຍະຍາວ ແລະ ມີ ຄວາມສ່ຽງສູງ, ຈຶ່ງເຫັນວ່າ ຖ້າລັດບໍ່ມີນະໂຍບາຍສົ່ງເສີມເປັນພິເສດ ຈະມີຄວາມເປັນໄປໄດ້ຍາກ. (ສາມ). ການອະນຸລັກສິ່ງແວດລ້ອມທໍາມະຊາດ ແລະ ວິຖີຊິວິດ ຂອງປະຊາຊົນບັນດາເຜົ່ານັ້ນ ຕ້ອງ ໄດ້ເພີ່ມທະວີວຽກງານການຮ່ວມມືປະສານງານ ລະຫວ່າງ ພາກລັດ, ຜູ້ລົງທຶນ ແລະ ປະຊາຊົນ; ເພີ່ມ ທະວີວຽກງານແນວຄິດ, ເພີ່ມທະວີນະໂຍບາຍສົ່ງເສີມພິເສດ; ພ້ອມກັນນີ້ ຕ້ອງໄດ້ມີການລົງທຶນ ຢ່າງຫຼວງຫຼາຍໂດຍບໍ່ຫວັງຜົນກໍາໄລໃນໄລຍະສັ້ນ.5. ສໍາລັບທິດທາງໃນການພັດທະນາໂຄງການໃນຕໍ່ຫນ້າ, ທ່ານປະທານບໍລິສັດໄດ້ເນັ້ນໃສ່ 4 ເປົ້າຫມາຍ ຄື: (ໜຶ່ງ). ປັບປຸງຂອດການບໍລິການ, ຂະຫຍາຍກິດຈະການຕາມຄວາມຕ້ອງການ ຂອງຕະຫຼາດ ແລະ ເລັ່ງໃສ່ການຂະຫຍາຍຕະຫຼາດໃຫ້ກ້ວາງຂວາງ. (ສອງ). ປະສານສົມທົບກັບອົງການປົກຄອງແຂວງເພື່ອວາງແຜນຄຸ້ມຄອງ, ອະນຸລັກ ເຂດປ່າສະຫງວນແຫ່ງຊາດພູຂອງຜີໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ. (ສາມ). ວາງແຜນແບບມີສ່ວນຮ່ວມກັບພາກລັດ, ປະຊາຊົນໃນຂອບເຂດພື້ນທີ່ໂຄງການໃນການອະນຸລັກວັດທະນະທໍາ ແລະ ຮີດຄອງປະເພນີ, ວິຖີຊີວິດຂອງບັນດາເຜົ່າໃນທ້ອງຖິ່ນໃຫ້ມີຄວາມ ຍືນຍົງຕິດພັນກັບໂຄງການ ແລະ ສ້າງແຜນພັດທະນາວິຊາອາຊີບ, ສີມືແຮງງານຂອງທ້ອງຖິ່ນໃຫ້ສາມາດສະຫນອງພຽງພໍໃນໂຄງການ. (ສີ່). ສຶກສາ ແລະ ສໍາຫຼວດຄວາມເປັນໄປໄດ້ ເພື່ອຂະຫຍາຍສາຂາຂອງກິດຈະການໃນຮູບແບບດຽວກັນໄປສະຖານທີ່ໃຫມ່ໃນທົ່ວປະເທດຕາມເງື່ອນໄຂທີ່ເອື້ອອໍານວຍ, ເຊິ່ງມາຮອດບັດຈຸບັນແມ່ນສາມາດຂະຫຍາຍສາຂາທີ່ 02 ແລ້ວ ຕັ້ງຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ, ອ່າງ ໂຕ່ງນ້ໍາປຽນ ເມືອງປາກງຶ່ມ ນະຄອນ ຫຼວງວຽງຈັນ ຊຶ່ງໂຄງການມີຊື່ວ່າ “ນ້ໍາປຽນລະປ່າ”, ເຊິ່ງມາຮອດປະຈຸບັນແມ່ນໄດ້ດໍາເນີນໂຄງການສໍາເລັດແລ້ວ 50% ຂອງແຜນແມ່ບົດ ແລະ ໄດ້ເປີດບໍລິການທົດລອງແລ້ວໃນເດືອນກໍລະກົດ 2020 ທີ່ຜ່ານມາ (CRI-FM93).