ຮື້ຖອນປ້າຍໂຄສະນາ ຕິດຕັ້ງບໍ່ຖືກຕ້ອງ ຢູ່ຖະໜົນໄກສອນ ພົມວິຫານ

0
930

ໜ່ວຍງານຄຸ້ມຄອງປ້າຍໂຄສະນາ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ ລົງຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ຕິດຕັ້ງບໍ່ມີໃບອະນຸຍາດ ຢູ່ຖະໜົນໄກສອນ ພົມວິຫານ ໃນວັນທີ 11-12 ມັງກອນ 2021 ເພື່ອເປັນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃນການສັນຈອນ.

ທ່ານ ຄໍາໝອນ ຈອມມະນີວົງ ຫົວໜ້າຂະແໜງເຄຫາ ແລະ ຜັງເມືອງ ທັງເປັນ ຫົວໜ້າຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຄຸມຄອງປ້າຍໂຄສະນາ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

ພາຍຫຼັງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ມີແຜນທີ່ຈະລົງຈັດສັນ ແລະ ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ 21 ເສັ້ນທາງຫຼັກ, ທາງພາກສ່ວນກ່ຽວຂ້ອງ ກໍໄດ້ຮີບຮ້ອນລົງແກ້ໄຂ້ ໂດຍສົມທົບກັບບັນດາເມືອງຕ່າງໆ.

ສະເພາະໃນວັນທີ 11-12 ມັງກອນ 2021, ໜ່ວຍງານຂອງພວກເຮົາ ໄດ້ສົມທົບກັບ ເມືອງໄຊເສດຖາ ລົງຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ຕິດຕັ້ງບໍ່ມີໃບອະນຸຍາດ ໂດຍສະເພາະແມ່ນ ບັນດາປ້າຍທີ່ຕັ້ງຢູ່ເຂດສະຫງວນຂອງທາງ ໂດຍເລີ່ມແຕ່ ຄ້ອຍໂພນເຄັງ ຫາ ຫໍປະຊຸມແຫ່ງຊາດ.

ການຮື້ຖອນປ້າຍໃນຄັ້ງນີ້ ມີທັງປ້າຍນ້ອຍ ແລະ ໃຫຍ່ 100 ກວ່າປ້າຍ ແລະ ຮື້ຖອນຮົ້ວທີ່ກວມເອົາເຂດສະຫງວນ ຈໍານວນ 5 ຈຸດ; ນອກນີ້, ຍັງໄດ້ກວດກາເບິ່ງຕາມເສັ້ນທາງດັ່ງກ່າວ ເມື່ອພົບເຫັນເສັ້ນທາງຈຸດໃດເປື້ອນ, ບ່ອນກໍ່ສ້າງທີ່ບໍ່ມີຮົ້ວອ້ອມ ພວກເຮົາກໍໄດ້ແນະນຳໃຫ້ພໍ່-ແມ່ປະຊາຊົນໃຫ້ອ້ອມຮົ້ວ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍດີ.

ນອກນັ້ນ, ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ ໄດ້ໃຫ້ຮູ້ອີກວ່າ: ຜ່ານມາ, ເມືອງໄຊເສດຖາ ໄດ້ເອົາໃຈໃສ່ໃນຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມເສັ້ນທາງຕ່າງໆຂອງເມືອງ ໂດຍກຳນົດເອົາ 5 ເສັ້ນທາງສາຍຫຼັກ ຄື:

  • ຖະໜົນໄກສອນ ພົມວິຫານ ແຕ່ປະຕູໄຊ ຫາ ຫຼັກ 6
  • ຖະໜົນກຳແພງເມືອງ ແຕ່ຂົວຮ່ອງແຊງ ຫາ ໂພນທັນ
  • ຖະໜົນ 23 ສິງຫາ ແຕ່ປະຕູໄຊ ຫາ ທາດຫຼວງ
  • ຖະໜົນໜອງບອນ ແຕ່ວັດທາດຝຸ່ນ ຫາ ໜອງບອນ
  • ເສັ້ນທາງແຕ່ວົງວຽນທາດຫຼວງ ຫາ ໜອງໜ່ຽງ

ນອກນີ້, ຍັງມີບັນດາເສັ້ນທາງຍ່ອຍອີກຈໍານວນໜຶ່ງ. ເຊິ່ງຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ບາງຈຸດກໍສາມາດແກ້ໄຂໄດ້, ບາງຈຸດກໍຍັງຄ້າງຄາບໍ່ສາມາດແກ້ໄຂໄດ້ໝົດ, ແຕ່ບາງຈຸດແກ້ໄຂແລ້ວ ກໍກັບຄືນມາຕິດຕັ້ງປ້າຍ, ເທີບເງີບຄືນອີກຄືເກົ່າ ເຮັດໃຫ້ການລົງແກ້ໄຂຂອງພວກເຮົາ ພົບຄວາມຫຍຸ້ງຍາກ.