ປີ 2020 ໄດ້ປ່ອຍຕົວນັກໂທດທີ່ໝົດໂທດ ແລະ ອະໄພຍະໂທດ 1.198 ຄົນ.

0
965

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາບັນດາຄ້າຍຈັດຕັ້ງປະຕິບັດການສຶກສາອົບຮົມນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງປະຈໍາແຕ່ລະໄຕມາດໄດ້ສໍາເລັດ ຜ່ານການສຶກສາອົບຮົມດັ່ງກ່າວ ເຮັດໃຫ້ນັກໂທດ, ຜູ້ຖືກດັດສ້າງມີແນວຄິດອຸ່ນອຽນທຸ່ນທ່ຽງ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງກາຍເປັນພົນລະເມືອງດີ ເມື່ອພົ້ນໂທດອອກໄປ.ເຊິ່ງໃນ 1 ປີຜ່ານມາ ໄດ້ປ່ອຍຕົວນັກໂທດທີ່ໝົດໂທດ ແລະ ປ່ອຍຕົວອະໄພຍະໂທດ ຕາມດໍາລັດຂອງປະທານປະເທດ ທັງໝົດ 1.198 ຄົນ.

ໃນກອງປະຊຸມສະຫຼຸບວຽກງານຄຸມຂັງ-ດັດສ້າງ ປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ໃນວັນທີ 25 ມັງກອນ ຜ່ານມາ, ເປັນປະທານໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ, ຄ້າຍຄຸມ ຂັງ,ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກ່າວວ່າ: ວຽກ ງານສຶກສາອົບຮົມນັກໂທດ,ຜູ້ຖືກຫາ,ຜູ້ຖືກດັດສ້າງ. ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໄດ້ໃຈຢ່າງໃກ້ສິດຕິດແທດ ເຊິ່ງເປັນວຽກງານທີ່ສໍາຄັນ ເພື່ອຫັນປ່ຽນໃຫ້ນັກໂທດ, ຜູ້ຖືກດັດສ້າງກາຍເປັນພົນລະເມືອງດີໃນເມື່ອພົ້ນໂທດອອກໄປສູ່ສັງຄົມ.

ພ້ອມນີ້,ຍັງໄດ້ເອົາໃຈໃສ່ຝຶກອົບຮົມວິຊາຊີບໃຫ້ເຂົາເຈົ້າ ໂດຍອີງໃສ່ເງື່ອນໄຂສະພາບແວດລ້ອມ ແລະ ຄວາມສາມາດຕົວຈິງຂອງແຕ່ລະຄ້າຍໂດຍເລັ່ງໃສ່ການປູກຝັງລ້ຽງສັດ,ຫັດຖະກໍາຈັກສານ,ແກະສະຫຼັກ,ຖັກແສ່ວ,ເຟີນິເຈີ,ປັ້ນດິນບ໋ອກ,ກໍ່່ສ້າງເພື່ອໃຫ້ເຂົາເຈົ້່າມີອາຊີບຕິດຕົວເມື່ອ ພົ້ນໂທດອອກໄປ ແລ້ວນໍາເອົາຄວາມຮູ້ຄວາມສາມາດດັ່ງກ່າວໄປປະ ກອບອາຊີບທີ່ບໍ່ຜິດກົດໝາຍ ແລະ ບໍ່ກັບໄປກະທໍາຜິດອີກ. ຜ່ານການຈັດຕັ້ງປະຕິບັດເຫັນວ່າ ມີຫຼາຍຄ້າຍສາມາດສ້າງລາຍຮັບຈາກການຜະລິດແກ້ໄຂຊີວິດການເປັນຢູ່ຂອງນັກໂທດ ກໍຄື ພະນັກງານນັກຮົບໄດ້ດີ.

ທິດທາງແຜນການໃນຕໍ່ໜ້າ,ສືບຕໍ່ຄົ້ນຄວ້າເນື້ອໃນ,ວິທີການສຶກສາອົບຮົມໃຫ້ມີຫຼາຍຮູບແບບທີ່ອຸດົມສົມບູນເຮັດໃຫ້ເຂົ້າໃຈຈະແຈ້ງຕໍ່ແນວທາງອັນຖືກຕ້ອງຂອງພັກລັດ, ໃຫ້ເຂົາເຈົ້າຕັ້ງໜ້າຝຶກຝົນຫຼໍ່ຫຼອມດັດສ້າງຕົນເອງ, ຕີຖອຍແນວຄິດຫວັງໂຕນໜີໃຫ້ຫຼຸດໜ້ອຍຖອຍລົງ, ສຸມໃສ່ອອກແຮງງານຝຶກວິຊາຊີບໃຫ້ນັກໂທດ, ຜູ້ຖືກດັດສ້າງເພື່ອແກ້ໄຂຊີວິດການເປັນຢູ່ ແລະ ພັດທະນາຄ້າຍໃຫ້ດີຂຶ້ນເທື່ອລະກ້າວ.

ພາບ-ຂ່າວ: ຄຳໂຖ ວັນນະລາດ