ກົມປ້ອງກັນກໍາລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ໃນວັນທີ 6 ມີນາຜ່ານມາ, ໂດຍການເປັນປະທານຂອງ ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມປ້ອງກັນກໍາລັງ, ມີຄະນະກົມ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັອ ທອງເພັດ ມະນີສະຫວັນ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: 1 ປີຜ່ານມາ, ຄະນະນໍາ-ຄະນະກົມ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ ສະແດງອອກຄື: ຮັບເອກະສານຂາເຂົ້າໄດ້ 292 ສະບັບ, ເອກະສານຂາອອກ 363 ສະບັບ, ຜະລິດປ້າຍຊື່ 2.278 ຄູ່, ຜະລິດບັດເຂົ້າ-ອອກກະຊວງ 254 ສະບັບ, ຂຽນບົດໂຄງການເຮັດບັດປະຈໍາຕົວຂອງກໍາລັງ ປກສ ສໍາເລັດ, ສົມທົບກັບກົມກວດກາ-ກວດການກະຊວງ ຂຽນບົດໂຄງການກວດກາ-ຄຸ້ມຄອງກໍາລັງ, ສົມທົບກັບກົມກອງທີ່ກ່ຽວຂ້ອງກວດກາມາດຖານເງື່ອນໄຂນັກຮຽນຊັ້ນ ມ 7 ຢູ່ໂຮງຮຽນວັດທະນະທໍາຊົນເຜົ່າເດັກກໍາພ້າ ຫຼັກ 67; ຄຽງຄູ່ກັນນີ້, ຄະນະນໍາ-ຄະນະກົມ ຍັງໄດ້ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານ-ນັກຮົບ ເປັນຕົ້ນແມ່ນ: ໄດ້ສະເໜີມະຫາຊົນກ້າວໜ້າຮຽນສະໜັບສະໜູນ 3 ສະຫາຍ, ສະເໜີສະມາຊິກພັກສໍາຮອງເລື່ອນຂຶ້ນສົມບູນ 5 ສະຫາຍ ຍິງ 4 ສະຫາຍ, ໄດ້ຮັບການເລື່ອນຊັ້ນ ຮຕ ຂຶ້ນ ຮທ 5 ສະຫາຍ, ຮທ ຂຶ້ນ ຮອ 2 ສະຫາຍ, ຮອ ຂຶ້ນ ພັຕ 2 ສະຫາຍ, ພັຕ ຂຶ້ນ ພັທ 1 ສະຫາຍ, ສະເໜີຂັ້ນເທິງອອກໃບອະນຸມັດສ້າງຄອບຄົວໄດ້ 4 ສະຫາຍ.

ທິດທາງແຜນການປີ 2018, ຄະນະນໍາ-ຄະນະກົມປ້ອງກັນກໍາລັງຈະສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໜ້າທີ່ຮັບຜິດຊອບ ເປັນຕົ້ນແມ່ນຊອກຮູ້, ກໍາແໜ້ນສະພາບດ້ານຕັ້ງໜ້າ ແລະ ປະກົດການຫຍໍ້ທໍ້ທາງດ້ານແນວຄິດການເຄື່ອນໄຫວຂອງພະນັກງານ-ນັກຮົບໃນທົ່ວກໍາລັງ ປກສ, ສືບຕໍ່ຜະລິດປ້າຍຊື່ ແລະ ບັດເຂົ້າ-ອອກກະຊວງ ປກສ ໃຫ້ເປັນປົກກະຕິຕໍ່ເນື່ອງ, ຜະລິດແຈກຢາຍໂລໂກ້ຕິດລົດຈັກ, ລົດໃຫຍ່ເຂົ້າ-ອອກກະຊວງ ປກສ ຢ່າງຕໍ່ເນື່ອງ, ສືບຕໍ່ປະສານສົມທົບກັບກົມກອງທີ່ກ່ຽວຂ້ອງເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.