ການອອກແຮງງານ ຫຼື ເຮັດວຽກຕ່າງໆ ອາດຈະເຮັດໃຫ້ເກີດອຸບັດຕິເຫດ ແລະ ເກີດບາດແຜໄດ້. ຖ້າຫາກວ່າການຮັກສາບາດແຜບໍ່ດີ ກໍຈະພາໃຫ້ເກີດພະຍາດແຊກຊ້ອນໄດ້ ເຊັ່ນ: ບາດແຜເປັນໜອງຈາກການຕິດເຊື້ອແບັກທີເຣຍ ຖ້າຫາກເປັນເວລາດົນນານ ຊິ້ນບໍລິເວນບາດແຜອາດຈະເນົ່າເປື່ອຍ, ເຊິ່ງອາດຈະຕ້ອງຕັດອະໄວຍະວະສ່ວນນັ້ນຖີ້ມ ຫຼື ອາດເຮັດໃຫ້ເຖິງຂັ້ນເສຍຊີວິດໄດ້. ຖ້າຫາກວ່າຕິດເຊື້ອພະຍາດບາດທະຍັກເຂົ້າສູ່ຮ່າງກາຍທາງບາດແຜ ກໍອາດຈະເຮັດໃຫ້ເສຍຊີວິດໄດ້ເຊັນດຽວກັນ. ດັ່ງນັ້ນ, ຈຶ່ງຄວນໄດ້ຮັບການສັກຢາວັນຊິນ ເພື່ອປ້ອງກັນເຊື້ອພະຍາດບາດທະຍັກທຸກໆ 10 ປີ ແລະ ຕ້ອງຄິດຢູ່ສະເໝີວ່າ: ບໍ່ວ່າຈະເປັນບາດແຜນ້ອຍ ຫຼື ໃຫ່ຍ ຖ້າຫາກເປິເປື້ອນຈາກເຊື້ອພະຍາດ ອາດກໍ່ໃຫ້ເກີດການຕິດເຊື້ອໄດ້.

– ການປະຕິບັດເມື່ອເກີດບາດແຜ
1. ບາດແຜທີ່ບໍ່ເລິກຫຼາຍ ຈະມີເລືອດອອກເລັກນ້ອຍ ແລະ ເຊົາໄດ້ເອງ. ບາດແຜຈໍາພວກນີ້ບໍ່ຄ່ອຍເປັນອັນຕະລາຍ ໃຫ້ອະນາໄມບາດແຜ ໂດຍໃສ່ຢາຂ້າເຊື້ອ ເຊັ່ນ: ເບຕາດິນ, ບໍ່ຈຳເປັນຕ້ອງປິດບາດແຜ ແລະ ບາດແຜກໍ່ຈະຫາຍດີເອງ.

2. ບາດແຜກ້ວາງ ເປັນບາດແຜທີ່ເກີດຈາກການກະທົບທີ່ຮຸນແຮງ ຖ້າຫາກວ່າເປັນວັດຖຸທີ່ບໍ່ມີຄົມບາດ ແຜມັກເປັນຮອຍກວ້າງ. ບາດແຜຊະນິດນີ້ເຮັດໃຫ້ເນື້ອເຍື່ອຖືກທໍາລາຍ ແລະ ມີໂອກາດຕິດເຊື້ອພະຍາດໄດ້, ຄວນອະນາໄມບາດແຜໃຫ້ສະອາດ ຖ້າບາດແຜເລິກຫຼາຍຄວນນຳສົ່ງໂຮງໝໍ ເພາະຄົນເຈັບອາດໄດ້ຮັບອັນຕະລາຍຈາກການຕິດເຊື້ອພະຍາດໄດ້.

– ການອະນາໄມບາດແຜ
1. ລ້າງມືໃຫ້ສະອາດກ່ອນຮັກສາບາດແຜ ເພື່ອຊ່ວຍຫຼຸດຈໍານວນເຊື້ອພະຍາດຢູ່ມື.
2. ໃຊ້ສໍາລີສະອາດຈຸ່ມນໍ້າຢາລ້າງບາດແຜ ແລ້ວເຊັດຮອບໆບາດແຜ ໂດຍເຊັດຈາກທາງໃນວົນມາທາງນອກທາງດຽວ ບໍ່ຕ້ອງເຊັດລົງໃນບາດແຜໂດຍກົງ.

3. ໃສ່ຢາຂ້າເຊື້ອ ເຊັ່ນ: ເບຕາດິນ ລົງໃນບາດແຜ ເພື່ອບໍ່ໃຫ້ເກີດການຕິດເຊື້ອພະຍາດ.

4. ປົກປິດບາດແຜດ້ວຍຜ້າປິດບາດ ບໍ່ຄວນໃຊ້ສຳລີມາຫົກປິດບາດແຜ ເພາະເມື່ອບາດແຜແຫ້ງແລ້ວ ສໍາລີຈະຕິດ ກັບປ່ກບາດ ເຮັດໃຫ້ດຶງອອກຍາກເກີດຄວາມເຈັບປວດ ແລະ ອາດເຮັດໃຫ້ເລືອດໄຫຼອອກໄດ້ອີກ.

5. ອານາໄມບາດແຜເປັນປະຈໍາທຸກໆມື້, ຫຼີກລ່ຽງບໍ່ໃຫ້ບາດແຜເປິເປື້ອນ ຫຼື ປຽກນໍ້າ ເພາະອາດຈະເຮັດໃຫ້ບາດ ແຜເກີດການອັກເສບເປັນໜອງ ແລະ ເຮັດໃຫ້ບາດແຜດີຊ້າ.

6. ສັງເກດການອັກເສບຂອງບາດແຜ ເຊັ່ນ: ໄຄ່, ແດງ, ຮ້ອນ, ສີຜີວຂອງບາດແຜປ່ຽນໄປ ແລະ ມີໜອງ ຄວນຮີບຟ້າວໄປກວດນຳແພດ ເພື່ອຮັກສາທັນເວລາ.

7. ປຶກສາແພດ ເພື່ອປະເມີນວ່າ ຈຳເປັນຕ້ອງຮັບການສັກຢາວັກຊິນປ້ອງກັບບາດທະຍັກ ຫຼື ບໍ.

ນອກຈາກນັ້ນ, ບໍ່ຄວນໃຊ້ນໍ້າເຫຼົ້າລ້າງບາດແຜ ຫຼື ເຮັດຄວາມສະອາດແຜ ເພາະຈະເຮັດໃຫ້ເກີດອາການເຈັບແສບຫຼາຍຂຶ້ນ ແລະ ເຮັດໃຫ້ບາດແຜດີຊ້າ, ຖ້າໃຊ້ນໍ້າເຫຼົ້າລ້າງບາດແຜໂດຍກົງ ຈະເຮັດໃຫ້ບາດແຜເລິກເຂົ້າໄປອີກ ເນື່ອງຈາກນໍ້າເຫຼົ້າມີລິດທຳບາຍໂປຣຕີນໃນເນື້ອເຍື່ອ ເຮັດໃຫ້ເນື້ອເຍື່ອຕາຍ ແລະ ເຮັດໃຫ້ບາດແຜແສບຮ້ອນນຳອີກ.

ສະນັ້ນແລ້ວ, ຖ້າທ່ານເກີດມີບາດແຜ ຄວນໃຊ້ນໍ້າເກືອ ຫຼື ນໍ້າຢາລ້າງບາດແຜສະເພາະລ້າງ ຫຼື ຖ້າຫາກທ່ານຢູ່ເຂດຊົນນະບົດບໍ່ມີນໍ້າຢາລ້າງບາດແຜ ໃຫ້ທ່ານໃຊ້ເກືອທີ່ມີຢູ່ໃນເຮືອນຄົວ ແລະ ຕ້ອງເປັນເກືອທີ່ສະອາດ 1 ບ່ວງ ຫຼື 3 ບ່ວງ ປະສົມກັບນໍ້າສະອາດ 1 ລິດ ແລ້ວຕົ້ມໃຫ້ຟົດ; ຈາກນັ້ນ, ປະໄວ້ໃຫ້ເຢັນ ແລ້ວນຳມາລ້າງບາດແຜ ໂດຍໃຊ້ສຳລີຈຸ່ມນໍ້າເກືອມາເຊັດບໍລິເວນປາກບາດ, ສຳລັບສຳລີທີ່ໃຊ້ລ້າງບາດຄວນໃຊ້ເຊັດຄັ້ງດຽວແລ້ວຖີ້ມ ບໍ່ຄວນເອົາມາເຊັດຊໍ້າ ເພາະຈະເຮັດໃຫ້ເຊື້ອພະຍາດກັບເຂົ້າມາອີກ.