ໃນປີ 2017 ຜ່ານມາ, ທົ່ວເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ມີຄະດີເກີດຂຶ້ນທັງໝົດ 291 ເລື່ອງ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 37 ເລື່ອງ, ຈາກຄະດີທີ່ເກີດຂຶ້ນ ເຈົ້າໜ້າທີ່ເມືອງສາມາດມ້າງໄດ້ 200 ກວ່າເລື່ອງ ກັກຕົວໄດ້ 169 ຄົນ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮັກສາຄວາມສະຫງົບ ປີ 2017 ແລະ ທິດທາງແຜນການປີ 2018 ກອງບັນຊາການ ປກສ ເມືອງສີສັດຕະນາກ ຈັດຂຶ້ນໃນວັນທີ 9 ມີນາ 2018 ເປັນກຽດເຂົ້າຮ່ວມໂດຍ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ ແລະ ທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງປະທານ ປກຊ-ປກສ ເມືອງສີສັດຕະນາກ, ມີບັນແຂກຮັບເຊີນ, ພະນັກງານ-ນັກຮົບທົ່ວກອງບັນຊາການເຂົ້າຮ່ວມ; ໃນພິທີ, ພັທ ອິນພອນ ບຸນພະຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ກ່າວວ່າ: ໃນປີ 2017 ທົ່ວເມືອງສີສັດຕະນາກ ມີຄະດີເກີດຂຶ້ນທັງໝົດ 291 ເລື່ອງ, ເຈົ້າໜ້າທີ່ແກ້ໄຂໄດ້ 229 ເລື່ອງ; ໃນນັ້ນ, ຄະດີລັກຊັບພົນລະເມືອງເກີດຂຶ້ນ 221 ເລື່ອງ ແກ້ໄຂໄດ້ 165 ເລື່ອງ, ຊິງຊັບພົນລະເມືອງ 23 ເລື່ອງ ແກ້ໄຂໄດ້ 20 ເລື່ອງ, ປຸ້ນຊັບ 9 ເລື່ອງ ແກ້ໄຂໄດ້ 8 ເລື່ອງ, ສໍ້ໂກງຊັບ 13 ເລື່ອງ ແກ້ໄຂໄດ້ 10 ເລື່ອງ, ຍັກຍອກຊັບ 7 ເລື່ອງ ແກ້ໄຂໄດ້, ຊື້ຊັບຜິດກົດໝາຍ 6 ເລື່ອງ ແກ້ໄຂໄດ້ ແລະ ຄະດີອື່ນໆ; ຈາກຄະດີທີ່ເກີດຂຶ້ນສ້າງຜົນເສຍຫາຍໃຫ້ແກ່ສັງຄົມບໍ່ໜ້ອຍ ສະແດງອອກຄື: ລົດຈັກ 133 ຄັນ, ລົດໃຫຍ່ 4 ຄັນ, ໂນດບຸກ 31 ໜ່ວຍ, ໂທລະສັບ 61 ໜ່ວຍ, ເງິນ, ຄໍາຮູບປະພັນ ແລະ ເຄື່ອງອື່ນໆອີກຈໍານວນຫຼວງຫຼາຍ.

ນອກນີ້, ຍັງສາມາດຈັບກຸມຜູ້ຄ້າຂາຍ ແລະ ຜູ້ເສບຢາເສບຕິດໄດ້ 110 ເລື່ອງ ກັກຕົວໄດ້ 224 ຄົນ ຍິງ 29 ຄົນ; ໃນນີ້, ເປັນຄະດີຄ້າຂາຍ, ຂົນສົ່ງ ແລະ ມີຢາເສບຕິດ 64 ເລື່ອງ ມີຜູ້ຖືກຫາ 98 ຄົນ ຍິງ 8 ຄົນ ແລະ ມົ້ວສຸມຢາເສບຕິດ 46 ເລື່ອງ ມີຜູ້ຖືກຫາ 126 ຄົນ ຍິງ 21 ຄົນ.

ໂອກາດດຽວກັນ, ພົຈວ ບຸບຜາ ສີພົມມາ ໄດ້ເນັ້ນໃຫ້ບັນດາຄະນະພັກ-ພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ເມືອງສີສັດຕະນາກ ຈົ່ງເອົາໃຈໃສ່ສະກັດກັ້ນ ແລະ ຕ້ານອາຊະຍາກໍາ 8 ປະເພດ ຄື: ລັກຊັບພົນລະເມືອງ, ຊິງຊັບ, ປຸ້ນຊັບ, ຄາດຕະກໍາ, ທໍາຮ້າຍຮ່າງກາຍ, ສໍ້ໂກງຊັບ, ເສບຢາເສບຕິດ ແລະ ຄ້າຂາຍຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍນໍາເອົາ 3 ຫຼຸດ ຕິດພັນກັບການແກ້ໄຂປະກົດການຫຍໍ້ພາຍໃນກໍາລັງຢ່າງເຂັ້ມງວດ, ເດັດຂາດ ແລະ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ສ້າງ ແລະ ປັບປຸງຕາໜ່າງສືບຂ່າວໃຫ້ກວ້າງຂວາງ ແລະ ມີຄຸນນະພາບສາມາດຈໍາຊື່ຈື່ໜ້າເປົ້າໝາຍຖືກຕ້ອງ ແລະ ຮັບປະກັນ; ນອກນີ້, ຕ້ອງແກ້ໄຂໃຫ້ເດັດຂາດຕໍ່ຜູ້ຄ້າຂາຍຢາເສບຕິດ ເພື່ອຮັບປະກັນໃຫ້ທົ່ວເມືອງມີຄວາມສະຫງົບດີຂຶ້ນກວ່າເກົ່າ.