ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດທົ່ວແຂວງ ປະຈຳປີ 2017 ແລະ ວາງທິດທາງແຜນການ ປະຈຳປີ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ແຂກຮັບເຊີນ ແລະ ກົມກອງທົ່ວທະຫານແຂວງ ເຂົ້າຮ່ວມ, ໃນວັນທີ 2 ມີນາ 2018.

ພັທ ດາວນ້ອຍ ບຸດບົວທອງ ຮັກສາການຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: 1 ປີຜ່ານມາ, ວຽກງານປ້ອງກັນຊາດທົ່ວແຂວງໄຊຍະບູລີ ໄດ້ເອົາໃຈໃສ່ປະຕິບັດວຽກງານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ 5 ບຸກທະລຸ ທີ່ ຄະນະພັກກະຊວງປ້ອງກັນປະເທດວາງອອກ; ເຊິ່ງເຫັນໄດ້ວ່າມີຜົນສຳເລັດຫຼາຍດ້ານທີ່ຕັ້ງໜ້າ ອັນໄດ້ປະກອບສ່ວນສຳຄັນເຂົ້າ ໃນການປະຕິບັດແນວທາງນະໂຍບາຍ, ມະຕິ-ຄຳສັ່ງ, ລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ, ກົດລະບຽບຂອງກອງທັບວາງອອກ ໂດຍສະເພາະແມ່ນເຮັດໃຫ້ສະພາບການໃນທົ່ວແຂວງ ມີຄວາມສະຫງົບໂດຍພື້ນຖານ, ມີສະຖຽນລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບ, ການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ສ້າງບ້ານເປັນບ້ານພັດທະນາ; ປັດຈຸບັນ, ທົ່ວແຂວງມີບ້ານປ້ອມໝັ້ນ 152 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນມີ 52 ກຸ່ມບ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 383 ບ້ານ ແລະ ສ້າງຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 11.264 ຄອບຄົວ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດ ມາໄດ້ໃນ 1 ປີຜ່ານມາ ພ້ອມທັງເນັ້ນບາງບັນຫາທີ່ສຳຄັນທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດໃນຕໍ່ໜ້າເຊັ່ນ: ສະມາຊິກພັກ, ພະນັກງານນຳພາ-ບັນຊາແຕ່ລະຂັ້ນ ຕ້ອງໄດ້ສືບຕໍ່ບຸກທະລຸທາງດ້ານການເມືອງ, ທັດສະນະຄວາມຮູ້ຄວາມສາມາດເຂົ້າໃນວຽກງານ, ຮັກສາໄດ້ຄວາມສະຫງົບໃນຂອບເຂດກົມກອງຮັບຜິດຊອບ ກໍຄືໃນທົ່ວແຂວງໃຫ້ໄດ້ໂດຍພື້ນຖານ, ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ, ພ້ອມກັນຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຍຸດທະສາດຫັນປ່ຽນ ໂດຍສັນຕິຂອງພວກອິດທິກຳລັງປໍລະປັກທີ່ຫວັງມ້າງເພທຳລາຍລະບອບຂອງພວກເຮົາ, ສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນຂອງຕົນໃຫ້ໄດ້ຢ່າງເຂັ້ມງວດ ພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃຫ້ມີຜົນສຳເລັດ ແລະ ໄດ້ຮັບຜົນດີ.