ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງຂະແໜງກະສິກຳ-ປ່າໄມ້ ຈົ່ງເພີ່ມທະວີຊີ້ນໍາວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ມີການພັດທະນາຢ່າງແຂງແຮງ, ແນໃສ່ສ້າງໃຫ້ຊາວກະສິກອນມີລາຍຮັບຕົວຈິງເພີ່ມຂຶ້ນ ແລະ ຊົນນະບົດມີໃບໜ້າອັນໃໝ່.

ທິດຊີ້ນໍາຂອງທ່ານປະທານປະເທດ ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມກອງປະຊຸມກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວປະເທດ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ໃນວັນທີ 7 ມີນານີ້, ໂດຍເນັ້ນໃຫ້ສຸມໃສ່ແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຕິດພັນກັບການປະຕິບັດຕົວຈິງ ຕັ້ງໜ້າຮັບປະກັນໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ເຮັດວຽກງານກະສິກໍາລ້ວນໆ ສາມາດຮັບປະກັນໃຫ້ຕົນເອງມີເຂົ້າກິນ, ມີສະບຽງອາຫານພຽງພໍ, ນໍາພາປະຊາຊົນເຮັດກະເສດຈາກລະດັບງ່າຍດາຍໄປສູ່ລະດັບສູງ ແລະ ເປີດກວ້າງຂະແໜງການຜະລິດສະບຽງອາຫານຢູ່ເຂດທີ່ມີເງື່ອນໄຂ ພ້ອມທັງຊຸກຍູ້ໃຫ້ມີການນໍາໃຊ້ເຕັກນິກ ແລະ ກົນຈັກການຜະລິດທີ່ທັນສະໄໝ ທັງສາມາດເປັນບ່ອນສາທິດໃຫ້ຊາວກະສິກອນໄດ້ຮຽນຮູ້ ແລະ ໝູນໃຊ້ຕໍ່ໄປ; ການຜະລິດກະສິກໍາເປັນສິນຄ້າ ຕ້ອງເປັນເຈົ້າການປະສານສົມທົບ ກັບຂະແໜງອຸດສາຫະກໍາ-ການຄ້າ, ຂະແໜງທະນາຄານ, ຂະແໜງໄຟຟ້າ ແລະ ຂະແໜງການອື່ນໆໃນການຄົ້ນຄວ້າຫາທາງອອກຊ່ວຍປະຊາຊົນ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າຢ່າງມີຈຸດສຸມ ໂດຍຕິດພັນກັບອຸດສາຫະກໍາປຸງແຕ່ງ, ການຈັດຕັ້ງການຜະລິດ, ເສດຖະກິດຮ່ວມມືຂອງປະຊາຊົນ ແລະ ຫຼາຍຮູບແບບເສດຖະກິດ, ຊ່ວຍແຫຼ່ງທຶນ ແລະ ຊອກຕະຫຼາດໃຫ້ກັບປະຊາຊົນ.

ພ້ອມດຽວກັນນີ້, ຕ້ອງໄດ້ເອົາໃຈໃສ່ຟື້ນຟູ ແລະ ຂະຫຍາຍປ່າໄມ້, ປັບປຸງຍຸດທະສາດປ່າໄມ້ແບບຍືນຍົງທີ່ໄດ້ຮັບຮອງເອົາແລ້ວ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ປັບປຸງກົດໝາຍປ່າໄມ້ທີ່ໄດ້ປະກາດໃຊ້ມາດົນແລ້ວ ເພື່ອໃຫ້ເປັນເຄື່ອງມືຄຸ້ມຄອງມະຫາພາກທີ່ຮັດກຸມ, ກວດກາຄືນເນື້ອທີ່ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນ, ວາງມາດຕະການຄຸ້ມຄອງໃຫ້ເຂັ້ມງວດ, ປົກປັກຮັກສາປ່າໄມ້ໄປພ້ອມກັບການສົ່ງເສີມການທ່ອງທ່ຽວທໍາມະຊາດ ສົມຄູ່ກັບການພັດທະນາຊົນນະບົດຕິດພັນກັບການລຶບລ້າງຄວາມທຸກຍາກ ໂດຍຖືເອົາການຜະລິດກະສິກໍາເປັນວຽກໃຈກາງ ເຊິ່ງໝາກຫົວໃຈຂອງການພັດທະນາ ແລະ ຕ້ອງຮັບປະກັນຄວາມຍືນຍົງທາງດ້ານເສດຖະກິດ-ສັງຄົມ ແລະ ສະພາບແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ພ້ອມທັງສ້າງອາຊີບທີ່ໝັ້ນຄົງໃຫ້ກັບຊາວຊົນນະບົດ ດ້ວຍການຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມໃນກິດຈະການຕ່າງໆທີ່ຕິດພັນກັບວຽກງານກະສິກໍາ ແລະ ຂະແໜງການອື່ນໆ, ໃຫ້ເຂົາເຈົ້າເປັນເຈົ້າການໃນການເຂົ້າຮ່ວມການຜະລິດອຸດສາຫະກໍາ, ການປຸງແຕ່ງ, ການບໍລິການ ແລະອື່ນໆ.