ວັນທີ 2 ກຸມພາ 2021,ໂຮງຮຽນທິດສະດີການເມືອງ ແລະ ກົມສື່ມວນຊົນ ກະຊວງ ປກສ ໄດ້ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ( ສສຊ )ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II, ເຜີຍແຜ່ໂດຍ ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງ ການເມືອງ ປກສ; ພັອ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ປກສ,ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານນໍາພາບັນຊາທຸກຂັ້ນ ແລະ ພະນັກງານນັກຮົບເຂົ້າຮ່ວມ. 

ພັອ ພອນເພັງ ຫຼ້າບັນດິດ ແລະ ພັອ ບຸນສີ ທໍາມະລັງສີ ໄດ້ເຜີຍແຜ່ມະຕິວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກຕໍ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ການເສີມຂະຫຍາຍສິດເປັນເຈົ້າຂອງປະ ຊາຊົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ແລະ ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງຂັ້ນນະຄອນຫຼວງວຽງຈັນ ກ່ຽວກັບການແຕ່ງ ຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ.

ນອກນັ້ນ,ທັງສອງທ່ານ ຍັງກ່າວວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II (2021-2026) ແມ່ນເຫດການການເມືອງທີ່ສໍາຄັນຂອງຊາດ ເຊິ່ງດໍາເນີນໃນບັນຍາ ກາດທີ່ປະເທດຊາດ ສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ຕໍ່ເນື່ອງຕະຫຼອດໄລຍະ 30 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ແລະ ດໍາເນີນໃນບັນຍາກາດຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ດັ່ງກ່າວຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນດ້ວຍຄວາມຮັບຜິດຊອບສູງ.

ສະນັ້ນ,ການເຜີຍແຜ່ເອກະສານການເລືອກຕັ້ງໃນຄັ້ງນີ້ ກໍເພື່ອແນໃສ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໂດຍສະເພາະແມ່ນພະນັກງານ ນັກຮົບໃນກຳລັງ ປກສ ເຂົ້າໃນການເລືອກຕັ້ງ ສສຊ ແລະ ສສຂ ເພື່ອເຮັດໃຫ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ກາຍ ເປັນປາງບຸນໃຫຍ່ຂອງຊາດ ແລະ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ,ເປັນປະຊາທິປະໄຕ,ຖືກຕ້ອງຕາມກົດໝາຍ,ປະຫຍັດ ແລະ ປະຕິ ບັດໃຫ້ໄດ້3ຄາດໝາຍໃຫຍ່ຄືຜູ້ມີສິດປ່ອນບັດຕ້ອງຕື່ນຕົວສະໝັກໃຈໄປໃຊ້ສິດເລືອກຕັ້ງໃຫ້ໄດ້ຮ້ອຍສ່ວນຮ້ອຍ,ຮັບປະກັນບໍ່ໃຫ້ມີບັດຕາຍ, ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ