ການສະເຫຼີມສະຫຼອງການຮ່ວມມືລະຫວ່າງ ບໍລິສັດ ໂຕໂກ ຈາຢາລາວປະກັນໄພ ຈຳກັດ ແລະ ບໍລິສັດ ຟໍເຕ້ ປະກັນໄພກຳປູເຈຍ ຈຳກັດ ໄດ້ຈັດຂຶ້ນທ້າຍອາທິດທີ່ຜ່ານມາ, ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສອນເພັດ ອິນທະວົງ ຮອງຫົວໜ້າກົມຄຸ້ມຄອງລັດວິສາຫະກິດ ລັດລົງທຶນ ກະຊວງການເງິນແຫ່ງ ສປປ ລາວ, ທ່ານ ນາງ ຫໍ ໂສວັດທະນາ ຮອງຫົວໜ້າກົມປະກັນໄພ ແລະ ບຳນານ ກະຊວງການເງິນ ປະເທດກຳປູເຈຍ, ມີຜູ້ອຳນວຍການໃຫຍ່ ບໍລິສັດຟໍເຕ້ ປະກັນໄພກຳປູເຈຍ ຈຳກັດ ແລະ ບໍລິສັດໂຕໂກ ຈາຢາລາວປະກັນໄພ ຈຳກັດ, ອຳນວຍການບໍລິສັດໂຕໂກ ຈາຢາລາວປະກັນໄພຈຳກັດ, ມີຄະນະຜູ້ບໍລິຫານຂອງທັງສອງບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຢຸກ ຈຳເຣີນຣິດ ຜູ້ອຳນວຍການໃຫຍ່ ບໍລິສັດຟໍເຕ້ ປະກັນໄພກຳປູເຈຍ ຈຳກັດ ກ່າວວ່າ: ແຜນການຮ່ວມມືການລົງທຶນຂອງທັງສອງບໍລິສັດ ທີ່ໄດ້ລົງນາມເຊັນສັນຍາການຮ່ວມກັນໃນຕົ້ນປີ 2018 ຜ່ານມາ; ບໍລິສັດຟໍເຕ້ ປະກັນໄພກຳປູເຈຍ ຈຳກັດ ໄດ້ເຂົ້າຮ່ວມຖືຮຸ້ນກັບບໍລິສັດໂຕໂກ ຈາຢາລາວປະກັນໄພ ຈຳກັດ ເພື່ອພັດທະນາຂະແໜງການໃນປະເທດ, ເພີ່ມຄວາມໝັ້ນໃຈການປະສົບຜົນສຳເລັດການປະກັນໄພພາຍໃນ ສປປ ລາວ. ເຊິ່ງບໍລິສັດ ຟໍເຕ້ ປະກັນໄພກຳປູເຈຍ ຈຳກັດ ເປັນບໍລິສັດແຖວໜ້າທາງດ້ານປະກັນໄພ ໄດ້ເລີ່ມບາດກ້າວທຳອິດ ໃນການຂະຫຍາຍທຸລະກິດໃນພາກພື້ນ ດ້ວຍການເຂົ້າຮ່ວມຖືຮຸ້ນກັບບໍລິສັດ ໂຕໂກ ຈາຢາລາວປະກັນໄພ ຈຳກັດ ເຊິ່ງເປັນໜຶ່ງໃນ ບໍລິສັດປະກັນໄພ ຊັ້ນນຳຂອງປະເທດ. ບໍລິສັດ ຟໍເຕ້ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທໍາອິດ ໃນການເຮັດທຸລະກິດຂົງເຂດພາກພື້ນ ເຊິ່ງທັງສອງປະເທດ ໄດ້ມີວັດທະນະທຳທີ່ໃກ້ຄຽງກັນ ແລະ ຢູ່ໃນລະດັບການພັດທະນາອັນດຽວກັນ, ຂະແໜງການປະກັນໄພກໍເຊັ່ນດຽວກັນ ເຊິ່ງມີທັງຄວາມທ້າທາຍ ແລະ ກາລະໂອກາດ. ໃນປີ 2017 ບໍລິສັດ ຟໍເຕ້ ປະກັນໄພກຳປູເຈຍ ຈຳກັດ ຍັງສາມາດຮັກສາຕຳແໜ່ງການເປັນບໍລິສັດ ແຖວໜ້າໃນປະເທດກຳປູເຈຍ ໃນຕະຫຼອດໄລຍະ 15 ປີຕິດຕໍ່ກັນ, ເປັນບໍລິສັດທີ່ໄດ້ຮັບລາງວັນການປະກັນໄພດີເດັ່ນ ເຊິ່ງໄດ້ສ້າງຕັ້ງຂຶ້ນໃນປະເທດກຳປູເຈຍ ຕັ້ງ ແຕ່ປີ 1998 ແລະ ໃນປັດຈຸບັນສາມາດຄອງສ່ວນແບ່ງການຕະຫຼາດໃນປະເທດເຖິງ 46% ແລະ ເປັນທີ່ຮັບຮູ້ກ່ຽວກັບຄວາມທັນສະໄໝ.

ການຂະຫຍາຍເຂົ້າສູ່ການຕະຫຼາດທີ່ໃໝ່ໃນ ສປປ ລາວ ແມ່ນໜຶ່ງໃນຍຸດທະສາດໄລຍະຍາວ ເພື່ອສ້າງພື້ນຖານ ແລະ ຄວາມເຂັ້ມແຂງໃນພາກພື້ນຂອງສອງປະເທດລາວ-ກຳປູເຈຍ ເຊິ່ງລວມມີການພັດທະນາຜະລິດຕະພັນໃໝ່ໆ ແລະ ການສຶກສາຄວາມເປັນໄປໄດ້ຂອງຕະຫຼາດໃນພາກພື້ນ ເພື່ອໃຫ້ສາມາດປະສົບຜົນສຳເລັດຕາມເປົ້າໝາຍ, ການຮ່ວມທຶນແມ່ນຈະສາມາດເສີມຂະຫຍາຍຊື່ສຽງຂອງຜູ້ໃຫ້ປະກັນໄພ ພ້ອມທັງເຮັດໃຫ້ອັນດັບຂອງມູນຄ່າເພີ່ມທາງທຸລະກິດດີຂຶ້ນ.