Running at sunrise couple exercising for marathon and workout fitness; Shutterstock ID 173779142; PO: TODAY.com

ຫຼາຍທ່ານເຄີຍຖາມວ່າ ການອອກກຳລັງກາຍຂະນະທີ່ທ້ອງວ່າງດີ ຫຼື ບໍ ໂດຍສະເພາະໃນຕອນເຊົ້າ ກ່ອນຈະຮັບປະທານອາຫານ. ຫຼ້າສຸດ, ມີການວິໄຈພົບວ່າ: ການອອກກຳລັງກາຍໃນຂະນະທ້ອງວ່າງ ຈະດີຕໍ່ສຸຂະພາບໃນໄລຍະຍາວ, ເຊິ່ງນັກວິໄຈຈາກມະຫາວິທະຍາໄລບາດ ປະເທດອັງກິດ ເປີດເຜີຍເຖິງການວິເຄາະຜົນຂອງການກິນອາຫານກັບການອົດອາຫານ ໂດຍວັດແທກຈາກປະຕິກິລິຍາຂອງຢິນໃນເນື້ອເຍື່ອຂອງໄຂມັນທີ່ສະໜອງຕໍ່ການອອກກຳລັງກາຍ.

ນັກວິໄຈໄດ້ທົດລອງສຶກສາກຸ່ມຜູ້ຊາຍທີີ່ມີນ້ຳໜັກຫຼາຍເກີນພິກັດ ໃຫ້ຍ່າງເປັນເວລາ 1 ຊົ່ວໂມງ ແລະ ໄດ້ຮັບອັອກຊີເຈນສູງສຸດ 60% ໃນຂະນະທີ່ທ້ອງວ່າງ. ຈາກນັ້ນ, ອີກ 2 ຊົ່ວໂມງ ຈຶ່ງໃຫ້ກິນອາຫານເຊົ້າປະເພດຄາໂບໄຮເດຼດທີ່ມີແຄຣໍຣີສູງ ທີມນັກວິໄຈໄດ້ເກັບຕົວຢ່າງເລືອດຫຼາຍຄັ້ງ. ຫຼັງຈາກກຸ່ມທົດລອງຊາຍໄດ້ກິນອາຫານ ຫຼື ອົດອາຫານຫຼັງຈາກອອກກຳລັງກາຍ ລວມທັງເກັບຕົວຢ່າງເນື້ອເຍື່ອທັນທີ ກ່ອນ ແລະ ຫຼັງການຍ່າງອອກກຳລັງກາຍ 1 ຊົ່ວໂມງ ພົບວ່າ: ຢີນທີ່ສະແດງອອກໃນເນື້່ອເຍື່ອ ຊື່: PDK4 (Pyruvate Dehydroenase Kinase 4) ແລະ ເອນໄຊທີ່ຊ່ວຍເພີ່ມການລະລາຍໄຂມັນ Hormone-Sensitive Lipase (HSL) ເພີ່ມຂຶ້ນເມື່ອອົດອາຫານ ແລະ ອອກກຳລັງກາຍ, ເຊິ່ງຈະຫຼຸດລົງເມື່ອກິນອາຫານກ່ອນອອກກຳລັງກາຍ.

ນອກນີ້, ການອອກກຳລັງກາຍກ່ອນກິນອາຫານເຊົ້າ ແມ່ນບໍ່ຄວນອອກກຳລັງກາຍໜັກ ຫຼື ອອກຫຼາຍເກີນໄປ ເພາະຈະເຮັດໃຫ້ຫິວອາຫານຫຼາຍຫຼັງຈາກອອກກຳລັງກາຍ. ແຕ່ຄວນຈະເປັນການອອກກຳລັງກາຍແບບເບົາໆ ເຊັ່ນ: ການຍ່າງ ແລະ ຖ້າຫາກຕ້ອງການໃຫ້ມີນ້ຳໜັກທີ່ດີກໍຕ້ອງເລືອກກິນອາຫານຢ່າງຖືກຕ້ອງເໝາະສົມ.