ນັກວິທະຍາສາດປະເທດອັງກິດ ເຜີຍແຜ່ຜົນງານການວິໄຈຄົນສູງອາຍຸ ເມື່ອອອກກຳລັງກາຍຫຼາຍຂຶ້ນ ສາມາດຊ່ວຍປ້ອງກັນບໍ່ໃຫ້ລະບົບພູມຄຸ້ມກັນຮ່າງກາຍເສື່ອມລົງ, ເຊິ່ງນັກຂີ່ລົດຖີບທາງໄກ ອາຍຸ 80 ປີ ທີ່ຂີ່ລົດຖີບອອກກຳລັງກາຍເປັນປະຈຳ ມີລະບົບພູມຄຸ້ມກັນດີເທົ່າກັບຄົນອາຍຸ 20 ປີ.
ທີມນັກວິທະຍາສາດໃນປະເທດອັງກິດ ສະເໜີຜົນງານການວິໄຈທີ່ຖືກນຳມາພິມເຜີຍແຜ່ໃນວາລະສານ Aging Cell ໂດຍໃຫ້ຮູ້ວ່າ: ຄົນສູງອາຍຸອອກກຳລັງກາຍຫຼາຍຂຶ້ນ ເມື່ອອາຍຸເພີ່ມຂຶ້ນອາດຊ່ວຍປ້ອງກັນບໍ່ໃຫ້ລະບົບພູມຄຸ້ມກັນໃນຮ່າງກາຍເສື່ອມລົງ ແລະ ຍັງເປັນການຊ່ວຍປ້ອງກັນການຕິດເຊື້ອໄດ້ ໂດຍຜົນການວິໄຈບັນດານັກຂີ່ລົດຖີບອາຍຸສູງ ຈຳນວນ 125 ຄົນ ທີ່ອອກກຳລັງກາຍດ້ວຍການຂີ່ລົດຖີບທາງໄກເປັນປະຈຳ ໃນຈຳນວນນີ້ມີບາງຄົນອາຍຸສູງເກີນ 80 ປີແລ້ວ ພົບວ່າ: ຄົນອາຍຸສູງເຫຼົ່ານີ້ ມີລະບົບພູມຄຸ້ມກັນຂອງຮ່າງກາຍທຽບເທົ່າກັບຄົນອາຍຸ 20 ປີ.
ສາດສະດາຈານ ນໍແມນ ລາຊາຣັດ ອາຍຸ 82 ປີ ຂອງວິທະຍາໄລ King’s College ໃນນະຄອນຫຼວງລອນດອນ ປະເທດອັງກິດ, ເຊິ່ງມີສ່ວນຮ່ວມໃນງານວິໄຈ ແລະ ຮ່ວມຂຽນຜົນງານວິໄຈຄັ້ງນີ້ ກ່າວວ່າ: ຖ້າການອອກກຳລັງກາຍເປັນຢາ, ທຸກຄົນກໍຄວນປະຕິບັດ ເນື່ອງຈາກວ່າການອອອກຳລັງກາຍມີຄຸນປະໂຫຍດຢ່າງຫຼວງຫຼາຍຕໍ່ຮ່າງກາຍ ລວມທັງຈິດໃຈ, ກ້າມເນື້ອ ແລະ ລະບົບພູມຄຸ້ນກັນຂອງຮ່າງກາຍ.

ຂະນະທີ່ ສາດສະດາຈານ ເຈເນັດ ລອດ ຜູ້ອຳນວຍການສະຖາບັນ Inflammation and Aging ແຫ່ງມະຫາວິທະຍາໄລເບີມິງແຮມ ປະເທດອັງກິດ, ເຊິ່ງຮ່ວມຂຽນບົດວິໄຈ ກ່າວວ່າ: ລະບົບພູມຄຸ້ມກັນຮ່າງກາຍຂອງຄົນເຮົາຈະຫຼຸດລົງປີລະປະມານ 2-3%. ຫຼັງຈາກອາຍຸ 20 ກວ່າປີ, ເຊິ່ງເປັນເຫດຜົນວ່າ ເປັນຫຍັງເມື່ອເຮົາອາຍຸສູງຂຶ້ນ ຈຶ່ງຕິດເຊື້ອພະຍາດງ່າຍຂຶ້ນ ລວມທັງການເປັນພະຍາດມະເຮັງ. ໃນຂະນະທີ່ນັກຂີ່ລົດຖີບ ທີ່ມີອາຍຸ 70-80 ມີຈະມີລະບົບພູມຄຸ້ມກັນ ຄືກັບຄົນໜຸ່ມສາວ ອາຍຸ 20 ປີ, ເຊິ່ງເຂົາເຈົ້າສາມາດປ້ອງກັນການຕິດເຊື້ອພະຍາດຕ່າງໆໄດ້ດີ.

ທີມນັກວິໄຈ ໄດ້ກວດເລືອດ ເພື່ອຊອກຫາ T-Cells, ເຊິ່ງຊ່ວຍລະບົບພູມຄຸ້ມກັນຂອງຮ່າງກາຍໃນການຈັດການກັບການຕິດເຊື້ອ, ເຊິ່ງນັກວິໄຈຄະນະນີ້ ພົບວ່າ: ນັກຂີ່ລົດຖີບທາງໄກ ມີ T-Cells ໃນເລືອກລະດັບດຽວກັນກັບຄົນອາຍຸ 20-29 ປີ, ຈຶ່ງເຮັດໃຫ້ທີມນັກວິໄຈເຊື່ອວ່າ: ການອອກກໍາລັງກາຍຂອງຄົນອາຍຸສູງຈະຊ່ວຍໃຫ້ຄົນຕອບສະໜອງຕໍ່ຢາວັກຊິນໄດ້ດີຂຶ້ນ ລວມທັງປ້ອງກັນການຕິດເຊື້ອ ເຊັ່ນ: ໄຂ້ຫວັດໃຫຍ່.

ກຸ່ມນັກວິໄຈສູງອາຍຸກຸ່ມນີ້ ເປັນສະມາຊິກກຸ່ມຂີ່ລົດຖີບທາງໄກ Audax ທີ່ຈັດກິດຈະກຳທີ່ລົດຖີບທາງໄກ ໄລຍະ 100-300 ກິໂລແມັດ; ໃນນີ້, ມີແມ່ເຖົ້າ ແພມ ໂຈນ ອາຍຸ 79 ປີ ກ່າວວ່າ: ປັດຈຸບັນ, ຜູ້ກ່ຽວຂີ່ລົດຖີບເພື່ອສຸຂະພາບ ກ່າວເຖິງຜົນຂອງການຂີ່ລົດຖີບວ່າ: ມີສຸຂະພາບແຂງແຮງດີຂຶ້ນ ແລະ ມີຄວາມມ່ວນຊື່ນໃນເວລາຢູ່ຮ່ວມກັບສັງຄົມຫຼາຍຄົນ. ຂະນະທີ່, ພໍ່ເຖົ້າ ໄບຣອັນ ມັດຄິນ ອາຍຸ 82 ປີ ກ່າວເຖິງຜົນໄດ້ຮັບຈາກການຂີ່ລົດຖີບທາງໄກອັນດັບທຳອິດ ຄື: ຜົນຈາກການກວດຮ່າງກາຍອອກມາວ່າ ໄຂມັນໃນຮ່າງກາຍເທົ່າກັບເດັກອາຍຸ 19 ປີ, ສ່ວນ ພໍ່ເຖົ້າ ຈິມ ວູດ ອາຍຸ 64 ປີ ເຊິ່ງອາຍຸນ້ອຍກວ່າໝູ່ໃນກຸ່ມ ບອກວ່າ ຮູ້ສຶກມີຄວາມສຸກຫຼາຍຂຶ້ນໃນເວລາຂີ່ລົດຖີບ ແລະ ໄດ້ເຫັນທິວທັດທຳມະຊາດທີ່ສວຍງາມ ເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ ແລະ ມີສຸຂະພາບແຂງແຮງນຳອີກ.