ໃນວັນທີ 25 ເມສາ 2021, ຢູ່ອົງການໄອຍາການປະຊາຊົນສູງສຸດ ໄດ້ຍົກລະດັບການປ້ອງກັນໂຄວິດ-19 ດ້ວຍການສັກວັກແຊັງກັນພະຍາດໂຄວິດ-19 ໃຫ້ຄະນະນໍາ ແລະ ພະນັກງານ-ລັດຖະກອນ ຂອງອົງການໄອຍາການປະຊາຊົນສູງສຸດ; ເຊິ່ງມີ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເປັນຜູ້ນໍາພາຊັກວັກແຊັງ, ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະນຳ, ພະນັກງານອາວຸດໂສບຳນານ, ມີພະນັກງານ-ລັດຖະກອນ ຕະຫຼອດຮອດຄອບຄົວຂອງອົງການໄອຍາການ ເຂົ້າຮ່ວມສັກວັກແຊັງໃນຄັ້ງນີ້.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ:

ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ໃນທົ່ວໂລກການລະບາດຂອງພະຍາດໂຄວິດ-19 ນັບມື້ນັບເພີ່ມຂຶ້ນ, ຜູ້ຄົນທີ່ຕິດເຊື້ອມີຈໍານວນເພີ່ມຂຶ້ນຢ່າງບໍ່ລົດລະ ແລະ ສໍາລັບຢູ່ ສປປ ລາວ ຂອງພວກເຮົາ ໂດຍສະເພາະຢູ່ນະຄອນຄອນຫຼວງວຽງຈັນ ຕາມຖະແຫຼງຂ່າວຂອງ ຄະນະສະເພາະກິດລະດັບຊາດ ກໍເຫັນວ່າ ຜູ້ຕິດເຊື້ອພະຍາດດັ່ງກ່າວ ມີຈຳນວນເພີ່ມຂຶ້ນ.

ສະນັ້ນ, ຈຶ່ງໄດ້ດຳເນີນການສັກວັກແຊັງ ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ກໍຄື ກະຊວງສາທາລະນະສຸກ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ຕໍ່ສຸຂະພາບຂອງພະນັກງານ-ລັດຖະກອນ ທັງປະຈໍາການ ແລະ ອອກພັກຜ່ອນຮັບອຸດໜູນບໍານານ ຕະຫຼອດຮອດຄອບຄົວຍາດພີ່ນ້ອງຂອງບັນດາທ່ານ ໂດຍສະເພາະ ການສ້າງພູມຕ້ານທານຕໍ່ການລະບາດຂອງພະຍາດໂຄວິດ-19 ທັງເປັນການຍົກລະດັບມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ.

ທັງນີ້, ກໍເພື່ອຜັນຂະຫຍາຍຄໍາສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021, ອົງການໄອຍະການປະຊາຊົນສູງສຸດ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ, ແຕ່ງຕັ້ງຄະນະຮັບຜິດຊອບກວດກາ, ເຂັ້ມງວດໃນການເຂົ້າ-ອອກບໍລິເວນ ສໍານັກງານອົງການໄອຍະການປະຊາຊົນສູງສຸດ, ຈັດແບ່ງພະນັກງານ-ລັດຖະກອນ ປະຈໍາການແກ້ໄຂວຽກງານ ເພື່ອຮັກສາໄລຍະຫ່າງ ຕາມຄໍາແນະນໍາຂອງ ຄະນະສະເພາະກິດລະດັບຊາດ ກ່ຽວກັບ ການປ້ອງກັນການລະບາດຂອງພະຍາດໂຄວິດ-19.

ເຊິ່ງສິ່ງສໍາຄັນແມ່ນ ເປີດຂະບວນການຊັກວັກແຊັງໃຫ້ຄະນະພັກ-ຄະນະນໍາ, ພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ ຕະຫຼອດຮອດສະມາຊິກໃນຄອບຄົວ ເພື່ອປ້ອງກັນພະຍາດໂຄວິດ-19.