ກະຊວງ ປກສ ​ໄດ້​ຈັດ​ພິທີ​ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ​ໃນ​ວັນ​ທີ 27 ເມສາ 2021 ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ,​ ມີ​ຄະນະພັກ, ຄະນະຫ້ອງ, 3 ກອງພັນ ແລະ ກອງຮ້ອຍ​ເອກະລາດ ເຂົ້າ​ຮ່ວມ.

ພັອ ຄອນສະຫວັນ ສົມພະໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 772/ປກສ ລົງວັນທີ 23 ເມສາ 2021 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການປ້ອງກັນທີ່ຕັ້ງ; ໃນນີ້ຕົກລົງແຕ່ງຕັ້ງ ພັອ ໄມສອນ ຈິດວິລະພົນ ເປັນຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນໃຫ້ຮັກສາໄວ້ຄືເກົ່າ.

ໃນໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ເນັ້ນໃຫ້ຜູ້ທີ່ຖືກແຕ່ງຕັ້ງ ຈົ່ງເຕົ້າໂຮມຄວາມສາ ມັກຄີກັນເປັນໝູ່ຄະນະໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ. ຄະນະກອງບັນຊາ ການຕ້ອງມີຄວາມເປັນເອກະພາບກັນໃນເວລາຕັດສິນບັນຫາ ຫຼື ວຽກສໍາຄັນຕ່າງໆ, ຮູ້ປັບຕົວເຂົ້າຫາກັນ, ຮັບຟັງຄໍາຄິດເຫັນຂອງພະນັກງານ-ນັກຮົບ ພາຍໃນກົມກອງຢູ່ສະເໝີ ແລະ ທີ່ສໍາຄັນຕ້ອງມີຄວາມສັດຊື່ບໍລິສຸດຕໍ່ກັບຕົນເອງ, ການຈັດຕັ້ງ ແລະ ພະນັກງານ-ນັກຮົບ; ນອກນັ້ນ ຕ້ອງເປັນຜູ້ກ້າເຮັດ, ກ້າທໍາ ແລະ ກ້າຮັບຜິດຊອບໃນໜ້າທີ່ວຽກງານ ເພື່ອແນໃສ່ເຮັດໃຫ້ວຽກງານມີຜົນສໍາເລັດເປັນກ້າວໆ.