ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ ໄດ້ລົງກວດກາສຳຫຼວດການເບີກປ່າ ແລະ ປັບພື້ນທີ່ດິນ ຂອງໂຮງຮຽນວັດທະນາທຳ ຫຼັກ 67 ເພື່ອກະກຽມປູກຕົ້ນໄມ້ໃນວັນທີ 25 ພຶດສະພາທີ່ຈະມາເຖິງນີ້.

ສຳລັບການລົງສຳຫຼວດພື້ນທີ່ດິນໃນຄັ້ງນີ້ແມ່ນລວມພື້ນທີ່ທັງໝົດ 25 ເຮັກຕາ, ມາຮອດປັດຈຸບັນການບຸກເບີກ ແລະ ປັບພື້ນທີ່ດິນ, ການອະນາໄມ ແລະ ການອ້ອມຮົ່ວ ແມ່ນສຳເລັດແລ້ວ 90%, ການກະກຽມປູກຕົ້ນໄມ້ຄັ້ງນີ້, ແມ່ນໄດ້ຮັບການສະໜັບສະໜູນເບ້ຍໄມ້ ຈາກບໍລິສັດບົວລະພາ ເປັນຕົ້ນແມ່ນກົກວິກ.

ຂ່າວ: ບຸນພະຈັນ