ໂດຍການປະຕິບັດຕາມຄໍາສັ່ງເລກທີ 15/ນຍ ແລະ ຄໍາແນະນຳ ເລກທີ 006/ຈນວ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ໃນການກວດກາຕິດຕາມການເດີນທາງ, ການຂົນສົ່ງລະຫວ່າງເຂດແດນ ເມືອງຕໍ່ເມືອງ. ດັ່ງນັ້ນ ກໍາລັງ ປກຊ-ປກສ ເມືອງ, ຕະຫຼອດຮອດອໍານາດການປົກຄອງບ້ານ ພາຍໃນເມືອງໄຊເຊດຖາ ຈຶ່ງໄດ້ຕັ້ງຈຸດກວດກາຍານພາຫະນະ, ບຸກຄົນທີ່ຈະເຂົ້າ-ອອກເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ.

ພັທ ສີສົມພູ ພົງລາດສະສີ ຮອງຫົວໜ້າພະແນກຕໍາຫຼວດ ຜູ້ຊີ້ນໍາວຽກງານຈະລາຈອນເມືອງໄຊເສດຖາ ທັງເປັນຮອງຫົວໜ້າຈຸດກວດ ຢູ່ 3 ແຍກບ້ານຊຽງດາ ໃຫ້ສໍາພາດຕໍ່ນັກຂ່າວສື່ມວນຊົນ ປກສ ໃນວັນ ທີ 28 ເມສາ 2021 ໃຫ້ຮູ້ວ່າ: ອີງໃສ່ຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ກ່ຽວກັບການເຝົ້າລະວັງ ການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19; ຄະນະຮັບຜິດຊອບໃນແຕ່ລະຈຸດກໍຈະມີກໍາລັງ ປກຊ-ປກສ ເມືອງ, ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ; ເຊິ່ງເມືອງໄຊເສດຖາ ປະກອບມີ 7 ຈຸດກວດກາຄົນເຂົ້າ-ອອກ; ເຊິ່ງແຕ່ລະຈຸດກວດກາກໍໄດ້ພ້ອມກັນຈັດຕັ້ງປະຕິບັດກັນມາແຕ່ວັນທີ 22 ເມສາຜ່ານມາ ແລະ ສຳລັບຈຸດກວດ 3 ແຍກບ້ານຊຽງດາ ກຳລັງ ປກຊ-ປກສ ແລະ ອຳນາດການປົກຄອງທຸກພາກສ່ວນແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍໄດ້ໂຄສະນາໃຫ້ພໍ່-ແມ່ປະຊາຊົນທຸກຊັ້ນຄົນມີສະຕິລະວັງຕົວບໍ່ໄປບ່ອນທີ່ມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ຖ້າບໍ່ມີຄວາມຈໍາເປັນແມ່ນບໍ່ໃຫ້ອະນຸຍາດໃຫ້ອອກ-ເຂົ້າ ຫຼື ເດີນທາງໄປຈຸດອື່ນໆ ຢູ່ແຕ່ໃນບ້ານໃນເຮືອນຂອງຕົນເອງ, ອະນຸຍາດ ໃຫ້ບຸກຄົນທີ່ມີຄວາມຈຳເປັນ ເຊັ່ນ: ໄປຕະຫຼາດ, ໄປໂຮງໝໍ, ລົດໂຮງໝໍ, ລົດກູ້ໄພ ແລະ ພະນັກງານທະຫານ-ຕໍາຫຼວດຜູ້ທີ່ໄປປະຈໍາການ, ແລະ ຄັ້ງທີ່ຈະອອກຈາກເຮືອນແມ່ນໃຫ້ໃສ່ຜ້າປິດປາກ-ດັງ, ລ້າງມື້ດ້ວຍນໍ້າຢາຂ້າ ເຊື້ອເປັນປະຈຳ. ຜ່ານການຈັດຕັ້ງປະຕິບັດເຫັນວ່າ ພໍ່ແມ່ປະຊາຊົນສ່ວນຫຼາຍມີຄວາມເຂົ້າໃຈ ແລະ ໃຫ້ການຮ່ວມມືເປັນຢ່າງດີ; ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວ-19 ໃຫ້ຫຼຸດລົງ.

ໂອກາດດັ່ງກ່າວ, ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ແລະ ປະຊາຊົນ ເປັນເຈົ້າການຮ່ວມກັນ, ຮ່ວມມື້ກັນປະຕິບັດມາດຕະການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຖ້າບໍ່ມີຄວາມຈຳເປັນບໍ່ຄວນອອກໄປ ໃສ່, ຢູ່ບ້ານຢູ່ເຮືອນແລ້ວທ່ານຈະປອດໄພ.

ຂ່າວ: ຄຳໂຖ