ໃນວັນທີ 28 ເມສາ 2021, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ໄດ້ຖະແຫຼງຂ່າວຢ່າງເປັນທາງການ ວ່າ: ໃນວັນທີ 27 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,055 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 93 ຄົນ,ໃນນັ້ນ, ມີນະຄອນຫຼວງວຽງຈັນ 75 ຄົນ, ແຂວງຈຳປາສັກ 11 ຄົນ, ຫຼວງພະບາງ 4 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນ, ຊື່ງມາຮອດປະຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມ 604 ຄົນ, ບໍ່ມີຜູ້ເສຍຊີວິດ, ປິ່ນປົວຫາຍດີ 50 ຄົນ ( ກໍລະນີທີ 52 ອອກໂຮງໝໍ ), ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 554  ຄົນ ດັ່ງນີ້:  ຢູ່ນະຄອນຫຼວງວຽງຈັນ 405 ຄົນ ( ໃໝ່ 75), ແຂວງຈຳປາສັກ 81 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ 22 ຄົນ (ໃໝ່ 3), ແຂວງບໍ່ແກ້ວ 14 ຄົນ, ແຂວງສາລະວັນ 6 ຄົນ, ແຂວງອຸດົມໄຊ 2 ຄົນ, ແຂວງຫຼວງນ້ຳທາ 4 ຄົນ, ແຂວງວຽງຈັນ 7 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນນະຄອນຫຼວງວຽງຈັນ, ຜົ້ງສາລີ 2 ຄົນ, ແຂວງຫຼວງພະບາງ 6 ຄົນ (ໃໝ່ 4), ແຂວງໄຊຍະບູລີ 1 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ຊຽງຂວາງ 1 (ໃໝ່ 1). ສໍາລັບຄົນເຈັບທຸກຄົນທີ່ໄດ້ນອນປີ່ຍປົວຢູ່ແຕ່ລະແຂວງນັ້ນແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ຕໍ່ກັບສະພາບດັ່ງກ່າວນີ້, ທີ່ເຫັນວ່າ ສປປ ລາວ ໄດ້ກວດພົບຜູ້ຕິດເຊື້ອເພີ່ມໃນທຸກໆມື້ນີ້ ທາງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ໄດ້ຮຽງຮ້ອງໝົດທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍ່ຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຮຽງຮ້ອງໃຫ້ອຳນາດການປົກຄອງທຸກຂັ້ນໃຫ້ຕິດຕາມເອົາໃຈໃສ່ກວດກາການຈັດຕັ້ງປະຕິບັດຂອງແຈ້ງການດັ່ງກ່າວ ໂດຍສະເພາະການເຄື່ອນໄຫວໄປມາຂອງປະຊາຊົນທີ່ຫ້າມອອກຈາກເຮືອນ ແລະ ຫ້າມການເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າມີການພົບເຫັນການເຂົ້າມາແບບຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂອງຕົນ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ, ບັນຫາສຳຄັນອີກອັນໜື່ງກໍ່ຄື ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ( ເຮືອນ, ໂຮງແຮມ, ຫໍພັກ, ສະຖານທີ່ທີ່ຈັດກຽມໄວ້ ) ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້ ( ເຊົ້າ-ແລງ ) ແລະ  ໃຫ້ໄປກວດຫາເຊື້ອພະຍາດ COVID-19 ຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາມາລະ ຍາດ ໃນເວລາໄອ – ຈາມໃຫ້ອັດປາກ ແລະ  ດັງດ້ວຍກົກແຂນ ຫຼື ໃຊ້ເຈ້ຍອະນາໄມ ແລະ ຖີ້ມເຈ້ຍອະນາໄມໃສ່ຖັງຂີ້ເຫຍື້ອທັນທີ ແລະ ພາຍຫຼັງກວດ ແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນອື່ນ.

ໃນລະຫ່ວາງລໍຖ້າຜົນກວດ ແມ່ນໃຫ້ມີສະຕິອຸ່ນອຽນທຸ່ນທ່ຽງ, ໃຫ້ຢູ່ແຕ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ຫ້າມເດັດຂາດບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ສຳລັບຜູ້ສົ່ງອາຫານ, ນ້ຳດື່ມແມ່ນໃຫ້ສົ່ງຢູ່ໜ້າຫ້ອງ ແລະ ອອກໄປທັນທີພາຍຫຼັງສົ່ງອາຫານ; ຖ້າຜົນກວດຂອງທ່ານພົບເຊື້ອ (+) ແມ່ນຈະມີພະນັກງານແພດໂທແຈ້ງຜົນກວດທ່ານພາຍໃນ 2-3 ວັນພາຍຫຼັງເກັບຕົວຢ່າງ ແລະ ຈະມີລົດແພດໄປຮັບທ່ານຢູ່ສະຖານທີ່ພັກເພື່ອໄປປີ່ນປົວຢູ່ຕາມໂຮງໝໍທີ່ໄດ້ກຳນົດໄວ້.