ໃນວັນທີ 28 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເງິນ​ຊ່ວຍ​ເຫຼືອ ຈາກພາກ ສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າທັງໝົດ 1,25 ຕື້​ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ  ຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກ ລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ 5 ພາກ​ສ່ວນ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມອບເງິນຈຳນວນ 500 ລ້ານກີບ; ສະມາຄົມ​ຈີນ-ວຽງ​ຈັນ ຊຸດ​ທີ 21 ມອບ​ເງິນ​ຈຳນວນ 300 ລ້ານ​ກີບ; ມູນ​ນິທິ​ຈີນ-ວຽງ​ຈັນ ມອບ​ເງິນຈຳນວນ 200 ລ້ານ​ກີບ; ​ໂຮງຮຽນ​ມັດ ທະຍົມ​ສົມບູນ ລຽວ​ໂຕ​ວ໌ ມອບ​ເງິນຈຳນວນ 200 ລ້ານ​ກີບ; ສະ​ຖາ​ບັນ​ປົກ​ປ້ອງ​​ເງິນ​ຝາກ ມອບ​ເງິນ​ຈຳນວນ 50 ລ້ານ​ກີບ.

ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ​ແລະ ຊົມ​ເຊີຍ ຕໍ່ບັນດາພາກສ່ວນ ທີ່​ໄດ້ມອບ​ເງິນຊ່ວຍເຫຼືອລັດຖະບານ ​ເພື່ອນຳ​ໃຊ້​ເຂົ້າ​ໃນວຽກ​ງານ​ປ້ອ​ງກັນ, ສະກັດກັ້ນ, ຄວບ​ຄຸມ ແລະ ແກ້​ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງ​ນີ້,​ ພ້ອມ​ທັງ ສັນຍາວ່າ ຈະນໍາໃຊ້​ເງິນ  ທີ່​ໄດ້​ຮັບ​ການຊ່ວຍເຫຼືອດັ່ງກ່າວ ໃຫ້ຖືກກັບເປົ້າໝາຍ ແລະ ເກີດປະ​ໂຫຍດ​ສູງ​ສຸດ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງ​ໄດ້​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ​ສະພາບ​ການ​ແຜ່ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ໃນ​ໂລກ ​ແລະ ພາຍ​ໃນ ສປປ ລາວ, ລວມທັງ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ​ໃນ​ໄລຍະ​ຜ່ານ​ມາ, ຕະຫຼອດ​ຮອດ ຄວາມ​ພະຍາຍາມ ​ແລະ ​ເອົາ​ໃຈ​ໃສ່ ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ ​ໃນ​ການ​ແກ້​ໄຂບັນຫາ​ການ​ແຜ່​ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ​ໂດຍ​ສະ​ເພາະ ການ​ກຳນົດ ​ແລະ ຈັດ​ຕັ້ງ​ປະຕິບັດ ມາດ​ຕະການ​ຕ່າງໆ ຂອງ​ລັດຖະ ບານ, ຄະນະ​ສະ​ເພາະ​ກິດ ​ແລະ ອົງການ​ປົກຄອງ​ຂັ້ນ​ຕ່າງໆ. ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ຮ່ວມ​ກັບ​ລັດ​ຖະ​ບານ ໃນ​ການເປັນ​ເຈົ້າ​ການ ປະ​ຕິ​ບັດ​ບັນ​ດາມາດ​ຕະ​ການປ້ອງກັນ, ສະ​ກັດ​ກັ້ນ, ຄວບ​ຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງ​ເຂັ້ມ​ງວດ ​ໂດຍ​ເລີ່​ມຈາກ​ຄວາມ​ເປັນ​ເຈົ້າ​ການຂອງ​ຕົນ​ເອງ, ຄອບຄົວ, ຊຸມ​ຊົນ ​ແລະ ການຈັດ​ຕັ້ງ​ທຸກ​ຂັ້ນ ​ເພື່ອ​ປະກອບສ່ວນ​ເຮັດ​ໃຫ້ ສາມາດ​ຄວບຄຸມ​ການ​ແຜ່ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ຄັ້ງນີ້ ​ໄດ້​ໂດຍ​ໄວ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.