ໃນໄລຍະປະຕິບັດຕາມຄໍາສັ່ງ ເລກທີ 15/ ນຍ ວ່າດ້ວຍມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ສປປ ລາວ ເລີ່ມແຕ່ວັນທີ 21 ເມສາ ເຖິງວັນທີ 5 ພືດສະພາ 2021, ມາຮອດວັນທີ 28 ເມສາ 2021 ນີ້ເຫັນວ່າສະພາບການສັນຈອນຕາມທ້ອງຖະໜົນໃນນະຄອນຫຼວງວຽງຈັນ ແມ່ນມີຄວາມເປັນລະບຽບຮຽບດີ, ການສັນຈອນຕາມທ້ອງຖະໜົນມີລັກສະນະເບົາບາງ, ນັກຂັບຂີ່, ພໍ່ແມ່ປະຊາຊົນ ແມ່ນມີສະຕິໃນການຂັບຂີ່ພະຫະນະ ແລະ ປະຕິບັດລະບຽບການສັນຈອນໄດ້ດີ.

ພັທ ວິລະພົງ ສະເໜຫາ ຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 29 ເມສາ 2021 ວ່າ: ໃນໄລະຍະປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ນີ້, ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ໃນການໂຄສະຍາເຜີຍລະບຽບການສັນຈອນຢູ່ຕາມ 4 ແຍກໄຟແດງແຕ່ລະຈຸດ, ຕາມທາງຮອບທາງຊອຍ, ເສັ້ນທາງຫຼັກທີ່ເຫັນວ່າມີການສັນຈອນຫຼວງຫຼາຍ ເຊິ່ງໃນນັ້ນ, ໄດ້ມີການແນະນໍາໃຫ້ນັກຂັບຂີ່, ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕໍາຫຼວດ ແລະ ສາມັນຊົນທຸກຊັ້ນຄົນໃຫ້ປະຕິບັດລະບຽບການສັນຈອນ ໃນຊ່ວງໄລຍະດັ່ງກ່າວນີ້ຢ່າງເຄັງຄັດ, ເຂັ້ມງວດ. ນອກນັ້ນ, ຍັງໄດ້ຊີ້ນໍາ ແລະ ຈັດວາງກໍາລັງລົງສົມທົບກັບພາກສ່ວນກ່ຽວຂ້ອງ, ບ້ານ ເພື່ອຕັ້ງຈຸດກວດຢູ່ບັນດາຈຸດເຂົ້າ-ອອກແຕ່ລະເມືອງ, ລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ທາງຮອບທາງຊອຍຂອງແຕ່ລະບ້ານ ລວມທັງໝົດປະມານ 30 ກວ່າຈຸດ ເພື່ອກວດກາບັນດາຜູ້ທີ່ຈະສັນຈອນເຂົ້າ-ອອກ ຕາມແຕ່ລະຈຸດ ຖ້າບໍ່ມີວຽກຈໍາເປັນແມ່ນບໍ່ໃຫ້ມີການເຂົ້າ-ອອກ, ແຕ່ຖ້າມີຈຸດປະສົງ ຫຼື ວຽກຈໍາເປັນແມ່ນໃຫ້ມີໜັງສືຢັ້ງຢືນຈາກພາກສ່ວນກ່ຽວຂ້ອງຈິ່ງຈະໃຫ້ອອກໄປຕາມຈຸດປະສົງຂອງແຕ່ລະຄົນໄດ້.

ຜ່ານການປະຕິບັດຕາມມາດຕະການດັ່ງກ່າວນີ້ ເຫັນວ່າ: ສະພາບການສນຈອນຢູ່ໃນນະຄອນຫຼວງວຽງຈັນ ແມ່ນເປັນລະບຽບຮຽບຮ້ອຍດີ, ການສັນຈອນແມ່ນປະຕິບັດລະບຽບ, ກົດໝາຍຢ່າງຖືກຕ້ອງ ແລະ ສິ່ງສໍາຄັນແມ່ນບໍ່ມີການເກີດອຸບັດຕິເຫັນຕາມທ້ອງຖະໜົນຈັກລາຍ, ສະນັ້ນ, ຈາກສະພາບດັ່ງກ້າວນີ້ ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ແມ່ນຈະສືບຕໍ່ໃນການໂຄສະນາ, ເຜີຍແຜ່, ແນະນໍາ ຕໍ່ບັນດານັກຂັບຂີ່, ພະນັກງານ, ທະຫານຕໍາຫຼວດ, ພໍ່ແມ່ປະຊາຊົນ, ປະຊາຊົນທຸກຊັ້ນຄົນ ໃຫ້ສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ 19 ນີ້ໃຫ້ໄດ້ດີ ແລະ ເຄັງຄັດ, ເຂັ້ມງວດ, ຖ້າບໍ່ມີວຽກຈໍາເປັນກໍຂໍໃຫ້ທຸກຄົນກັກຕົວຢູ່ໃນບ້ານເຮືອນຂອງຕົນເອງ.