ຕອນແລງວັນທີ 29 ເມສາ 2021, ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນ​ຊ່ວຍ​ເຫຼືອ ຈາກພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ລວມມູນຄ່າ 2,5 ລ້ານໂດລາສະຫະລັດ ແລະ 250 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນໂອກາດນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ  ກ່າວຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂ ການແພ່ລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 3 ພາກ​ສ່ວນ ຄື: ບໍລິສັດ ດອກງິ້ວຄຳ ມອບເງິນ ຈໍານວນ 2,5 ລ້ານໂດລາສະຫະລັດ; ບໍລິສັດ PS ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດ ມອບອຸປະກອນ (ຜ້າປິດປາກ-ດັງ ຈຳນວນ 40 ແກັດ ແລະ ເຈວລ້າງມື ຈຳນວນ 20 ແກັດ) ແລະ ເງິນຈຳນວນ 100 ລ້ານກີບ, ລວມມູນຄ່າທັງໝົດ 150 ລ້ານກີບ; ແລະ ບໍລິສັດ ນິວຈິບເຊັງ ມອບເງິນ ຈໍານວນ 100 ລ້ານກີບ.

ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ​ແລະ ຊົມ​ເຊີຍ ຕໍ່ບັນດາບໍລິສັດ ທີ່​ໄດ້ປະກອບສ່ວນອຸປະກອນ ແລະ ທຶນຮອນ ຕາມຄວາມສາມາດຂອງຕົນ ​ເຂົ້າ​ໃນການຈັດຕັ້ງປະຕິບັດວຽກ​ງານ​ປ້ອ​ງກັນ, ສະກັດກັ້ນ, ຄວບ​ຄຸມ ແລະ ແກ້​ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ,​ ຊຶ່ງການປະກອບສ່ວນດັ່ງ ກ່າວ ໄດ້ສະແດງເຖິງຄວາມເສຍສະຫຼະ, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ພວມປະ ຕິບັດໜ້າທີ່ ຕ້ານການແພ່ລະບາດຂອງພະຍາດໂຄວິດ -19, ພ້ອມ​ທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້​ເງິນດັ່ງກ່າວໃຫ້ຖືກກັບຈຸດປະສົງ-ເປົ້າ ໝາຍ ແລະ ເກີດປະ​ໂຫຍດ​ສູງ​ສຸດ. ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງ​ໄດ້​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ​ສະພາບ​ການ​ແພ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ຢູ່​ໃນ​ໂລກ ​ກໍຄືພາຍ​ໃນ ສປປ ລາວ, ລວມທັງ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ໃນ​ໄລຍະ​ຜ່ານ​ມາ, ຕະຫຼອດ​ຮອດຄວາມ​ພະຍາຍາມ ​ແລະ ​ເອົາ​ໃຈ​ໃສ່ ຂອງ​ທຸກ​ພາກສ່ວນ​ໃນ​ສັງຄົມ ໃນ​ການ​ແກ້​ໄຂບັນຫາ​ການ​ແພ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ​ໂດຍ​ສະ​ເພາະການ​ຈັດ​ຕັ້ງ​ປະຕິບັດມາດ​ຕະການ​ຕ່າງໆຂອງ​ລັດຖະບານ ກໍຄືຄະນະ​ສະ​ເພາະ​ກິດ ​ແລະ ອົງການ​ປົກຄອງ​ຂັ້ນ​ຕ່າງໆວາງອອກ. ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາ ຍົກລັດຖະມົນຕີຍັງໄດ້ສະເໜີໃຫ້ບັນດາບໍລິສັດທີ່ໄດ້ປະກອບສ່ວນມອບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ແລະ ຊຸກຍູ້ການນຳໃຊ້ເງິນດັ່ງກ່າວໃຫ້ມີຄວາມໂປ່ງໃສ, ສ່ອດຄ່ອງກັບເປົ້າໝາຍ ກໍຄືເນື້ອໃນຈິດໃຈຂອງການຊ່ວຍເຫຼືອຢ່າງແທ້ຈິງ.

ອັນສຳຄັນ, ທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຮ່ວມ​ກັບ​ລັດ​ຖະ​ບານເປັນ​ເຈົ້າ​ການປະ​ຕິ​ບັດ​ບັນ​ດາມາດ​ຕະ​ການປ້ອງກັນ, ສະ​ກັດ​ກັ້ນ, ຄວບ​ຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງ​ເຂັ້ມ​ງວດ ​ໂດຍ​ເລີ່​ມຈາກ​ຄວາມ​ເປັນ​ເຈົ້າ​ການຂອງ​ຕົນ​ເອງ, ຄອບຄົວ, ຊຸມ​ຊົນ ​ແລະ ການຈັດ​ຕັ້ງ ໃນ​ຂັ້ນຂອງຕົນ ​ເພື່ອສາມາດຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍໄວ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດລົງ, ແນໃສ່ປະກອບສ່ວນ​ເຮັດ​ໃຫ້ການຈັດຕັ້ງປະຕິບັດຄາດໝາຍສູງ ສຸດ “ບໍ່ໃຫ້ມີຜູ້ເສຍຊີວິດ” ​ຈາກການ​ແພ່ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ຢູ່ ສປປ ລາວ ຄັ້ງນີ້ ​ໃຫ້ປະກົດຜົນເປັນຈິງ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.