ໃນວັນທີ 30 ເມສາ 2021, ນັກສຶກສາລາວທີ່ຮຽນຈົບຈາກ ສປ ຈີນ ໄດ້ນຳເອົາເຄື່ອງບໍລິ ໂພກ ລວມມູນຄ່າ 5.000.000 ກ່ວາກີບ ມອບໃຫ້ໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງ ປກສ ເພື່ອເປັນການຊຸກຍູ້ປະກອບສ່ວນໃຫ້ພະນັກງານແພດໝໍໃນການປະຕິບັດໜ້າ ທີ່ວຽກງານວິຊາສະເພາະ ໂດຍສະເພາະໃນໄລຍະສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຕາງໜ້າຮັບໂດຍ ພັອ ດຣ ນາງ ພຸດມາລາ ພັນທະມິດ ຫົວໜ້າອຳນວຍການໂຮງໝໍ 5 ເມສາ, ຕາງໜ້ານັກສຶກສາມອບໂດຍ ພັທ ເກໄຊ ລໍວັນຮຽນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ.

ສຳລັບເຄື່ອງທີ່ນຳມາມອບປະກອບມີ ນ້ຳດື່ມ 70 ແພັກ, ຜ້າອັດປາກ-ອັດດັງ 20 ກັບ, ໝີ່່ 5 ແກັດ, ກາເຟ 2 ແກັດ ແລະ ໂອວັນຕິນ 2 ແກັດ. ໂອກາດດັ່ງກ່າວ, ພັອ ດຣ ນາງ ພຸດມາລາ ພັນທະມິດ ກໍໄດ້ສະແດງຄວາມຂອບໃຈມາຍັງນັກສຶກສາທີ່ໄດ້ປະກອບສ່ວນຊຸກຍູ້ຕໍ່ພະນັກ ງານແພດໝໍໃນຄັ້ງນີ້ ແລະ ເພື່ອເປັນຂັວນກຳລັງໃຫ້ແພດ-ໝໍໃນການປະຕິວັດວຽກງານໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19.