ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ເດີນທາງໄປຮັບເອົາຕົວ ນາງ ພາວະດີ ວິພາກອນ ຫຼື ຕຸກຕິກ ( ເອື້ອຍຮັກຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 59 ) ກັບຄືນ ສປປ ລາວ ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ໃນວັນທີ 30 ເມສາ 2021, ນໍາພາໂດຍ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ພ້ອມດ້ວຍຄະນະ ເພື່ອນຳຕົວມາດຳເນີນຄະດີຕາມກົດໝາຍ ສປປ ລາວ.

ພັອ ສາຍສະໝິງ ສີວິໄລ ໃຫ້ຮູ້ວ່າ:

ໂດຍພາຍໃຕ້ທິດຊີ້ນໍາຂອງ ຄະນະນໍາ ກະຊວງ ປກສ ກໍຄື ກົມໃຫຍ່ສັນຕິບານ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ກ່ຽວກັບ ການນໍາເອົາ ນາງ ພາວະດີ ວິພາກອນ ກັບຄືນ ສປປ ລາວ ເພື່ອມາດຳເນີນການສອບສວນ ແລະ ດຳເນີນຄະດີຕາມກົດໝາຍ, ດັ່ງທີ່ພວກເຮົາຮູ້ແລ້ວວ່າ:

ຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ນາງ ຕິນ່າ ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 59 ໄດ້ພ້ອມກັນເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວ, ຊຶ່ງອາດເປັນໜຶ່ງໃນສາເຫດໃນການນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດຢູ່ໃນ ສປປ ລາວ ດັ່ງໃນສະພາບປັດຈຸບັນ.

ຈາກນັ້ນ, ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ກ່ຽວຂ້ອງສືບຄົ້ນ, ຊອກຫາ ນາງ ພາວະດີ ວິພາກອນ ຈຶ່ງໄດ້ຮູ້ວ່າ: ໃນວັນທີ 15 ເມສາ 2021, ຜູ້ກ່ຽວລັກລອບເດີນທາງອອກຈາກ ສປປ ລາວ ຢູ່ເຂດບໍລິເວນບ້ານໝາກນາວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄປບ້ານເດື່ອ ອໍາເພີທ່າບໍ່ ແຂວງໜອງຄາຍ ຣາຊະອານາຈັກໄທ; ຮອດວັນທີ 16 ເມສາ 2021, ນາງ ພາວະດີ ວິພາກອນ ຮູ້ສຶກບໍ່ສະບາຍ ຈຶ່ງໄດ້ໄປກວດສຸຂະພາບຢູ່ໂຮງໝໍໜອງຄາຍ, ຜົນກວດພົບວ່າ ຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍດັ່ງກ່າວ.

ເມື່ອໄດ້ຮັບຂໍ້ມູນດັ່ງທີ່ກ່າວມານັ້ນ, ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຈຶ່ງໄດ້ປະສານສົມທົບກັບ ເຈົ້າໜ້າທີ່ ຕມ ຣາຊະອານາຈັກໄທ ເພື່ອນໍາສົ່ງຕົວ ນາງ ພາວະດີ ວິພາກອນ ກັບມາ ສປປ ລາວ ພາຍຫຼັງປິ່ນປົວພະຍາດຫາຍດີແລ້ວ ແລະ ເຈົ້າໜ້າທີ່ໄທ ດໍາເນີນຄະດີສໍາເລັດແລ້ວ ຈຶ່ງໄດ້ສົ່ງ ນາງ ພາວະດີ ຕາມຄວາມຮຽກຮ້ອງຕ້ອງການຂອງ ລັດຖະບານ ສປປ ລາວ.

ສໍາລັບ ນາງ ພາວະດີ ວິພາກອນ, ທາງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ດໍາເນີນການສືບສວນ-ສອບສວນຜູ້ກ່ຽວຕາມກົດໝາຍ ຊຶ່ງການກະທໍາຂອງຜູ້ກ່ຽວລະເມີດກົດໝາຍ ສປປ ລາວ ແລະ ຈະຮີບຮ້ອນດໍາເນີນການຕ່າງໆຕໍ່ຜູ້ກ່ຽວຕາມຄວາມເໝາະສົມ ແລະ ຈະແຈ້ງຂໍ້ມູນທີ່ລະອຽດໃຫ້ສັງຄົມຮັບຊາບ ຕາມເວລາອັນຄວນ.

ພັອ ສາຍສະໝິງ ສີວິໄລ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ເຈົ້າໜ້າທີ່ ຕມ ໄທ ທີ່ໄດ້ໃຫ້ການຮ່ວມມືໃນຄັ້ງນີ້, ຊຶ່ງເປັນເພື່ອນມິດບ້ານໃກ້ເຮືອນຄຽງທີ່ດີມາໂດຍຕະຫຼອດ ໄດ້ໃຫ້ຄວາມຮ່ວມມືໃນການສົ່ງຕົວຜູ້ທີ່ລັດຖະບານ ແລະ ສັງຄົມລາວ ຕ້ອງການທີ່ສຸດໃນໄລຍະນີ້, ຫວັງວ່າຈະໄດ້ຮັບການຮ່ວມມືທີ່ດີແບບນີ້ຕະຫຼອດໄປ.