ອີ​ຊູ​ຊຸ​ເປີດ​ໂຕ “All-New Isuzu MU-X” ລົດອະ​ເນກ​ປະ​ສົງ​ລຸ້ນ​ໃໝ່​ລະ​ດັບຫຼູ ພາຍ​ໃຕ້​ນິ​ຍາມ “ຜູ້​ນຳ​ແຫ່ງ​ຄວາມ​ສຳ​ເລັດ… ທີ່​ເໜືອກວ່າ​ໃຜ” ພິກ​ໂສມ​ໃໝ່​ທັງ​ພາຍ​ໃນ ແລະ ພາຍນອກ​ ດ້​ວຍ​ການ​ອອກ​ແບບ​ທີ່ຫຼູຫຼາ, ສະ​ດວກ​ສະ​ບາຍ, ປາ​ນີດ​ໃນ​ທຸກ​ລາຍ​ລະ​ອຽດ ພ້ອມ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຄວາມ​ປອດ​ໄພ​ສຸດ​ລ້ຳເໜືອກວ່າ ​ດ້ວຍ​ລະ​ບົບ​ຊ່ວຍ​ເຫຼືອ​ຜູ້​ຂັບ​ຂີ່ ADAS ທີ່​ມາ​ພ້ອມ​ກ້ອງ​ໜ້າ​ຄູ່​ອັດ​ສະ​ລິ​ຍະຄັ້ງ​ທຳ​ອິດ ໃນ​ລົດ​ລະ​ດັບ​ດຽວ​ກັນ ລວມ​ທັງ​ພັດ​ທະ​ນາ​ສະ​ມັດ​ຖະ​ນະ​ການ​ຂັບ​ຂີ່ໃຫ້​ນຸ້ມນວນ, ໝັ້ນ​ຄົງ ແລະ ປອດ​ໄພ​ຍິ່ງ​ຂຶ້ນ; ໂດຍ​ ສ​ປ​ປ ລາວ ​ເປັນ​ປະ​ເທດ​ທຳອິດທີ່​ໄດ້ນຳເຂົ້າມາຂາຍ ​ໃນ​ລາ​ຄາ​ທີ່​ຄຸ້ມ​ຄ່າ​ກັບເຕັກ​ໂນ​ໂລ​ຊີ​ເພື່ອ​ຄວາມ​ປອດ​ໄພ​ທີ່​ດີ​ທີ່​ສຸດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ສະ​ທ້ອນ​ຕົວ​ຕົນ​ໃນ​ແບບ​ສະ​ບັບ​ຂອງ​ຜູ້​ນຳ ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ທີ່​ເໜືອກວ່າ​ໃຜ.

ກຸ່ມ​ຕ​ຣີ​ເພຊ ​ໂດຍ ມິ​ດ​ສ໌ເຕີ ​ໂທ​ຊິ​ອາ​ກິ ມາ​ເອ​ຄາ​ວະ (Toshiaki Maekawa) ປະ​ທານ ບໍ​ລິ​ສັດ ຕຣີເພຊ໌ອີ​ຊູ​ຊຸ​ເຊ​ວຊ໌ ຈຳ​ກັດ ຜູ້​ຈຳ​ໜ່າຍ​ລົດອີຊູຊຸດີແມັກ ແລະ ​ລົດ​ອີ​ຊູ​ຊຸມິວ-ເອັກ​ ໃນ​ ສ​ປ​ປ ລາວ​ ກ່າວ​ວ່າ:

“ ຫຼັງ​ຈາ​ກ​ອີ​ຊູ​ຊຸ​ໄດ້​ເປີດ​ໂຕ​ລົດ​ກະ​ບະ​ລຸ້ນ​ໃໝ່! “All-New Isuzu D-Max… Infinite Potential” ເມື່​ອຊ່ວງ​ປາຍ​ເດືອນ​ກັນ​ຍາ​ ປີ​ທີ່​ຜ່ານ​ມາ ເຊິ່ງໄດ້​ຮັບ​ກະ​ແສ​ຕອບ​ຮັບ​ເປັນ​ຢ່າງ​ດີ​​ ສາ​ມາດກວດຍອດ​ຈອງໄປຫຼາຍກວ່າ 100 ຄັນ ພາຍ​ໃນ​ໄລ​ຍະ​ເວ​ລາ​ພຽງ 10 ມື້, ຫຼ້າ​ສຸດ​ ອີ​ຊູ​ຊຸ​ຂໍ​ແນະ​ນຳ​ລົດ​ອະ​ເນກ​ປະ​ສົງ​ລຸ້ນ​ໃໝ່ All-New Isuzu MU-X”  ລຸ້ນ​ປ່ຽນ​ໂສມ​ໃໝ່​ທັງ​ພາຍໃນ ແລະ ພາຍນອກ ລວມ​ທັງ​ການ​ພັດ​ທະ​ນາ​​ດ້ານສະ​ມັດ​ຖະ​ນະ​ການ​ຂັບ​ຂີ່ ແລະ ເຕັກ​ໂນ​ໂລ​ຊີ ADAS ລະ​ບົບ​ຊ່ວຍ​ເຫຼືອ​ຜູ້​ຂັບ​ຂີ່​ກ້ອງ​ໜ້າ​ຄູ່​ທີ່​ມີ​ລະ​ບົບ​ຄວາມ​ປອດໄພຫຼາຍ​ທີ່​ສຸດ​ໃນ​ລົດ​ລະ​ດັບ​ດຽວ​ກັນ

ລົດລຸ້ນນີ້ສະ​ທ້ອນ​ຄວາມ​ເປັນ​ “ຜູ້​ນຳ​ແຫ່ງ​ຄວາມສຳ​ເລັດ … ທີ່​ເໜືອກວ່າ​ໃຜ” ໂດຍ​ເປັນ​ລົດ​ອີກ​ລຸ້ນ​ທີ່​ລູກ​ຄ້າ​ສອບ​ຖາມ​ເຂົ້າ​ມາ​ຢ່າງຫຼວງຫຼາຍ​ມາ​ໂດຍ​ຕະຫຼອດ ໂດຍ​ສະ​ເພາະ​ຊ່ອງ​ທາງ​ສື່​ອອນ​ໄລ ຕັ້ງ​ແຕ່​ການ​ເປີດ​ໂຕ​ຢູ່​ໄທ​ເມື່ອ​ຊ່ວງ​ປາຍ​ປີທີ່​ແລ້ວ ເຊິ່ງ​ລາວ​ເປັນ​ປະ​ເທດ​ທຳ​ອິດ​ຂອງ​ການ​ນຳເຂົ້າ ແລະ ​ໄດ້​ສຳ​ຜັດ​ລົດ​ອະ​ເນກ​ປະ​ສົງ​ລຸ້ນ​ໃໝ່ All-New Isuzu MU-X” ກ່ອນ​ໃຜ ; ສ່ວນລາ​ຄາ​ຂາຍ​ເລີ່ມ​ຕົ້ນ​ທີ່ 54,900 USD. ທັງນີ້, ອີ​ຊູ​ຊຸ​ເຊື່ອ​ໝັ້ນ​ວ່າ​: ລົດ​ລຸ້ນ​ໃໝ່​ນີ້​ ຈະ​ໄດ້​ຮັບ​ການ​ຕອບ​ຮັບ​ເປັນ​ຢ່າງ​ດີ​ຈາກປະຊາຊົນລາວ ​ດັ່ງ​ທີ່​ຜ່ານ​ມາ ”

ສຳ​ລັບ​ລູກ​ຄ້າ​ທີ່​ສົນ​ໃຈ​ສາ​ມາດ​ລອງ​ຂັບ​ລົດ​ອະ​ເນກ​ປະ​ສົງ​ລຸ້ນ​ໃໝ່ “All-New Isuzu MU-X” ຜູ້​ນຳ​ແຫ່ງ​ຄວາມ​ສຳ​ເລັດ…ທີ່​ເໜືອກວ່າ​ໃຜ ພ້ອມ​ເປັນ​ເຈົ້າ​ຂອງ​ກ່ອນ​ໃຜ​ດ້ວຍ​ຂໍ້​ສະ​ເໜີ​ສຸດ​ພິ​ເສດໄດ້​ທີ່​ ຫ້ອງ​ຂາຍລົດອີຊູຊຸທຸກສາຂາ ​ຕັ້ງ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ ແລະ ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່: https://isuzulaos.com, Facebook page: Isuzu Laos ແລະ Youtube Channel: Isuzu Laos.

+ ຜູ້​ນຳ​ແຫ່ງ​ຄວາມ​ໂດດ​ເດັ່ນ​…ທີ່ເໜືອກວ່າໃຜ

ດີ​ໄຊ​ນ໌​ສົມ​ບູນ​ແບບເພື່ອ​ຄວາມ​ໂດດ​ເດັ່ນ​ທີ່​ແຕກ​ຕ່າງ ອີກ​ລະ​ດັບ​ແຫ່ງ​ພາບ​ລັກຫຼູຫຼາທີ່ລ້ຳສະໄໝ ປະ​ສານ​ຄວາມ​ໜັກ​ແໜ້ນ ​ແລະ​ ຄ່ອງ​ແຄ້ວ​ເຂົ້າ​ໄວ້​ດ້ວຍ​ກັນ​ຕະຫຼອດ​ທັງ​ຄັນ ດ້ວຍ​ກະ​ຈັງ​ໜ້າ​ World Cross Flow ປະ​ສົມ​ປະ​ສານ​ພື້ນ​ຜິວ​ ສຳ​ຜັດ​ທີ່ຫຼາກຫຼາຍ​ຂອງວັດ​ສະ​ດຸ​ພ​ຣີ​ມ້ຽມ​ທີ່​ງົດ​ງາມ​ໄດ້​ຢ່າງ​ລົງໂ​ຕ; ໄຟ​ໜ້າ Bi-LED Projector ດີ​ໄຊ​ນ໌​ແບບ Arrow Signature ສອດ​ຮັບ​ກັບ​ເສັ້ນ​ສາຍ​ດ້ານ​ຂ້າງ​ອັນ​ໂດດ​ເດັ່ນ ເຕີມ​ອາ​ລົມ​ສະ​ປອດຫຼູ​ ລວມທັງໄຟ​ທ້າຍ LED ດີ​ໄຊ​ນ໌​ແບບ Winglet Signature ເພີ່ມມິ​ຕິ​ມຸມມອງ​ໃຫ້​ໂດດ​ເດັ່ນ​ດ້ວຍ​ໂຄມ​ໄຟ 3-Line LED; ລໍ້​ອັ​ນ​ລອຍ​ຂະ​ໜາດ​ໃຫຍ່ ໄດ​ນາ​ມິກ​ດີ​ໄຊນ໌​ຄົມ​ເຂັ້ມດຸ​ດັນ ຂະ​ໜາດ 20 ນິ້ວ ໃນ​ລຸ້ນ Ultimate ແລະ ​ຂະ​ໜາດ 18 ນິ້ວ ໃນ​ລຸ້ນ Elegant.

+ ຜູ້​ນຳ​ແຫ່ງ​ຄວາມຫຼູ​ຫຼາ…ທີ່​ເໜືອກວ່າ​ໃຜ

ຫ້ອງ​ໂດຍ​ສານຫຼູຫຼາ ກວ້າງ​ຂວາງ ປາ​ນີດ​ໃນ​ທຸກ​ລາຍ​ລະ​ອຽດ, ປະສົມປະສານ​ຄວາມ​ສະ​ດວກ​ສະ​ບ​າຍ​ໃນ​ທຸກ​ຟັງ​ຊັ່ນ​ການ​ໃຊ້​ງານ​ໄດ້​ຄົບ​ຖ້ວນ​ເປັນ​ໜຶ່ງ​ດຽວ​ກັບ​ດີ​ໄຊ​ນ໌ ດ້ວຍວິ​ທີ​ການ​ອອກ​ແບບ Integrated Cockpit; ຄອນ​ໂຊ​ນໜ້າ​ ເຊື່ອມ​ຕໍ່​ເປັນ​ໜຶ່ງ​ດຽວ​ກັບ ​ຄອ​ນ​ໂຊ​ນກາງ, ຈັດ​ວາງ​ລຽບຫຼູ ພ້ອມ​ເບຣກ​ມື​ໄຟ​ຟ້າ ແລະ ລະ​ບົບ Auto Brake Hold ລະ​ບົບ​ຊ່ວຍ​ຢຸດ​ຢູ່​ກັບ​ທີ່​ໂດຍບໍ່​ຕ້ອງ​ຢຽບ​ເບຣກ​ຄ້າງ​ໄວ້ ແລະ ປົດ​ເບຣກ​ອັດ​ຕະ​ໂນ​ມັດ​ເມື່ອ​ແຕະ​ຄັນ​ເລັ່ງ; ເບາະ​ນັ່ງ​ດີ​ໄຊ​ນ໌ຫຼູ ​ສີ Saddle Brown ຕັດ​ຫຍິບ​ດ້ວຍ​ວັດ​ສະ​ດຸ​ພິ​ເສດ​ທີ່​ມາ​ພ້ອມ​ເຕັກ​ໂນ​ໂລ​ຊີ Cool Max ຊ່ວຍຫຼຸດ​ການ​ສະ​ສົມ​ຄວາມ​ຮ້ອນ ເດີນ​ດ້າຍ​ແບບ​ເຄື່ອງ​ໜັງ​ຊັ້ນຫຼູ, ໂອບ​ກະ​ຊັບ​ຮັບ​ທຸກ​ສັດ​ສ່ວນ; ພວງ​ມະ​ໄລ​ມັ​ລ​ຕິ​ຟັງ​ຊັນ ພ້ອມ Sequential Paddle Shift ປ່ຽນ​ເກຍ​ໄດ້​ພຽງ​ປາຍນິ້ວ​ສຳ​ຜັດ; ລະ​ບົບ​ເປີດ-ປິດ​ປະ​ຕູ​ທ້າຍ​ດ້ວຍໄຟ​ຟ້າ Power Tailgate ປອດ​ໄພ​ດ້ວຍ​ລະ​ບົບ Jam Protection ພ້ອມ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຄວາມ​ບັນ​ເທີງ ແລະ ຄວາມ​ສະ​ດວກ​ສະ​ບາຍ​ຄົບ​ຖ້ວນ ໂດຍ​ມີ Ambient Light ແລະ Dome Light ຊ່ວຍ​ເຕີມ​ແຕ່ງ​ບັນ​ຍາ​ກາດຫຼູ​ມີ​ລະ​ດັບ.

+ ຜູ້​ນຳ​ແຫ່ງ​ຄວາ​ມສະ​ດວກ​ສະ​ບາຍ…ທີ່​ເໜືອ​ກວ່າ​ໃຜ

ຄວາມ​ສະ​ດວກ​ສະ​ບາຍ​ທີ່​ເຊື່ອມ​ຕໍ່​ທຸກ​ໄລ​ຟ໌​ສະ​ໄຕ​ລ໌​ໄດ້​ຢ່າງ​ລົງ​ໂຕຄົບ​ຖ້ວນ ​ດ້ວຍເຕັກ​ໂນ​ໂລຊີອຳ​ນວຍ​ຄວາມ​ສະ​ດວກ​ສຸດ​ລ້ຳ​ ຕະຫຼອດ​ທັ້ງ​ຄັນ.

  • ເບາະ​ນັ່ງ​ສາມ​ແຖວ ອອກ​ແບບ​ໃຫ້​ນັ່ງ​ສະ​ບາຍ​ທັງ 7 ທີ່​ນັ່ງ ພ້ອມ​ປັບ​ພັບ​ໄດ້ຫຼາກຫຼາຍຮູບ​ແບບ​ຕາມ​ການ​ໃຊ້​ງານ
  • ເບາະ​ປັບ​ໄຟ​ຟ້າ ຝັ່ງ​ຄົນ​ຂັບ​ປັບ​ໄດ້ 8 ທິດ​ທາງ
  • ລະ​ບົບ​ຄວາມ​ບັນ​ເທີງ ISUZU Ultimate Entertainment ໜ້າ​ຈໍ Infotainment Display ຂະ​ໜາດ​ໃຫຍ່ 9 ນິ້ວ, ຮອງ​ຮັບ Apple CarPlay ແລະ Android Auto ( ສະ​ເພາະສະ​ມາດ​ໂຟນ​ລຸ້ນ​ທີ່​ຮອງ​ຮັບ​ການ​ໃຊ້​ງານ ) ພ້ອມ​ລຳ​ໂພງ 8 ຈຸດ ໃຫ້​ມິ​ຕິ​ສຽງ​ຮອບ​ທິດ​ທາງ
  • ລະ​ບົບ​ປັບ​ອາ​ກາດ​ອັດ​ຕະ​ໂນ​ມັດແບບ Dual Zone ແຍກ​ອິດ​ສະຫຼະ​ຊ້າຍ-ຂວາ
  • Charging Station ຮອງ​ຮັບ​ການ​ໃຊ້​ງານ​ອຸ​ປະ​ກອນ​ໄຟ​ຟ້າຫຼາກຫຼາຍ ທັງ USB Fast Charger, ຊ່ອງ​ຕໍ່ AC Power Socket 220V ແລະ​ຊ່ອງ​ຕໍ່ DC 12V
  • Power Tailgate ລະ​ບົບ​ເປີດ-ປິດ​ປະ​ຕູ​ທ້າຍ​ດ້ວຍ​ໄຟ​ຟ້າ ພ້ອມ​ລະ​ບົບ Jam Protection
  • ກະ​ແຈ ISUZU Genius Entry ສະ​ຕາດ​ເຄື່ອງ​ຈັກ​ດ້ວຍ Remote Engine Start ແລະ ໃຊ້​ເປີດ-ປິດ​ປະ​ຕູ​ທ້າຍໄຟ​ຟ້າ

+ ຜູ້​ນຳ​ແຫ່ງ​ສະ​ມັດ​ຖະ​ນະ​…ທີ່​ເໜືອກວ່າ​ໃຜ

ດຸນ​ຍະ​ພາບ​ແຫ່ງ​ຄວາມ​ເລົ້າ​ໃຈ ສະ​ຖຽນ​ລະ​ພາບ​ໃໝ່​ແຫ່ງ​ການ​ຂັບ​ຂີ່ ກັບ​ໂຄງ​ສ້າງ​ແພ​ລດ​ຟອມ​ໃໝ່ ດ້ວຍ​ຊ່ວງ​ລ່າງ​ໃໝ່, ອອກ​ແບບ​ຕາມ​ແນວ​ຄິດ ISUZU Symmetric Mobility ໃຫ້​ໂຄງ​ສ້າງ​ໂຕ​ຖັງ, ຄານຊີ, ການ​ວາງ​ຕຳ​ແໜ່ງ​ເຄື່ອງ​ຈັກ ແລະ ຊ່ວງ​ລ່າງ ທຳ​ງານ​ຮ່ວມ​ກັນ​ໄດ້​ຢ່າງລົງ​ໂຕ; ຊ່ວງ​ລ່າງ​ໜ້າ​ແບບ​ອິດ​ສະຫຼະ​ປີກ​ນົກ 2 ຊັ້ນ Double Wishbone, ອອກ​ແບ​ບຈຸດ​ຍຶດ​ປີກ​ນົກ​ດ້ານ​ເທິງ​ໃໝ່ ພ້ອມ​ຄອຍ​ສະ​ປິງ ໂຊກ​ອັບ​ແກ​ສ ແລະ ເຫຼັກ​ກັນ​ໂຄງ​ຂະ​ໜາດ​ໃຫຍ່; ຊ່ວງ​ລ່າງ​ດ້ານຫຼັງ​ແບບ 5-Link Suspension ອັນ​ລື​ຊື່ ທີ່​ພັດ​ທະ​ນາ​ໄປ​ອີກ​ຂັ້ນ, ອອກ​ແບບ​ຈຸດ​ຢຶດ​ຄານ​ໃໝ່ ແລະ ເຫຼັກ​ກັນ​ໂຄງ​ໃຫ້​ຍາວ​ຂຶ້ນ ພ້ອມ​ຄອຍ​ສະ​ປິງ ແລະ ໂຊກ​ອັບ​ແກ​ສ ເພື່​ອສ້າງ​ປະ​ສົບ​ການ ແລະ ສະ​ມັດ​ຖະ​ນະ​ການ​ຂັບ​ຂີ່​ທີ່​ດີ​ທີ່​ສຸດ​ແບບ 3S ໄດ້​ແກ່: ຄວາມ​ນິ້ງ ແລະ ໝັ້ນ​ຄົງ ( Stability ), ຄວາມ​ນຸ້ມນວນ​ນັ່ງ​ສະ​ບາຍ ( Softness ), ຄວາມ​ປອດ​ໄພ ແລະ ການ​ເກາະ​ຖະ​ໜົນ ( Safety and Road Holding ) ມອບ​ດຸນ​ຍະ​ພາບ​ແຫ່ງ​ຄວາມ​ນຸ້ມ​ສະ​ບາຍ ແລະ ຢຶດ​ເກາະ​ຖະ​ໜົນ​ໄດ້​ເຕັມ​ປະ​ສິດ​ທິ​ພາບ.

ພ້ອມທັງຄວບ​ຄູ່​ໄປ​ກັບ​ການ​ຂັບ​ຂີ່​ມ່ວນເລົ້າ​ໃຈ​ດ້ວຍ ເຄື່ອງ​ຈັກ​ອີ​ຊູ​ຊຸ 3.0 ດີ​ດີ​ໄອ ບລູພາວເວີ, ກຳ​ລັງ​ສູງ​ສຸດ 190 ແຮງ​ມ້າ, ແຮງ​ບິດ​ສູງສຸດ 450 ນິວ​ຕັ້ນ-ແມັດ ດ້ວຍ​ລະ​ບົບ​ເກຍ​ອັດ​ຕະ​ໂນ​ມັດ 6 ສະ​ປີດ ພ້ອມ​ໂໝດ Rev Tronic ແລະ Sequential Paddle Shift ຖ່າຍທອດ​ຈັງ​ຫວະ​ປ່ຽນ​ເກຍ​ໄດ້​ໄວ ແລະ ​ຄ່ອງ​ແຄ້ວ ພ້ອມ​ລະ​ບົບ Terrain Command ສະ​ວິດ​ປ່ຽນລະ​ບົບ​ການ​ຂັບ​ເຄື່ອນ 2 ລໍ້ ເປັນ 4 ລໍ້ ຕອບ​ຮັບ​ທຸກ​ໄລ​ຟ໌​ສະ​ໄຕ​ລ໌​ແຫ່ງ​ການ​ຂັບ​ຂີ່ ແລະ ລະ​ບົບ Rough Terrain ເພີ່ມ​ສະ​ມັດ​ຖະ​ນະໃນ​ການ​ຂັບ​ຂີ່​ ໃນເສັ້ນ​ທາງວິ​ບາກ​ໄດ້​ດີ​ຍິ່ງ​ຂຶ້ນ, ທຳ​ງານ​ໄດ້​ທັງ 2H, 4H ແລະ 4L.

+ ຜູ້​ນຳ​ແຫ່ງ​ຄວາມ​ປອດ​ໄພ…ທີ່​ເໜືອກວ່າ​ໃຜ

ລົດ​​ອະ​ເນກ​ປະ​ສົງ​ລຸ້ນ​ໃໝ່ “All-New Isuzu MU-X” ມຸ່ງ​ໝັ້ນ​ພັດ​ທະ​ນາ​ເພື່ອ​ລວມ​ທຸກເຕັກ​ໂນ​ໂລ​ຊີດ້ານ​ຄວາມ​ປອດ​ໄພ​ເຂົ້າ​ໄວ້​ດ້ວຍ​ກັນ​ ໄດ້​ແກ່: ລະ​ບົບ​ຊ່ວຍ​ເຫຼືອຜູ້​ຂັບຂີ່ຂັ້ນ​ສູງ ADAS ( Advanced Driver Assistance Systems ) ຊ່ວຍ​ສອດ​ສ່ອງເຝົ້າ​ລະ​ວັງ ດ້ວຍ​ນະ​ວັດ​ຕະ​ກຳ​ກ້ອງ​ໜ້າ​ຄູ່​ອັດ​ສະ​ລິ​ຍະ 3D Imaging Stereo Camera ທີ່ຊ່ວຍ​ກວດ​ຈັບ​ວັດ​ຖຸ​ຕ່າງໆ ດ້ວຍ​ການ​ສະ​ແກນ​ພາບ 3 ມິ​ຕິ ແບບ Real Time ແມ່ນຢຳ​ກວ່າ​ກ້ອງ​ລະ​ບົບ Mono Camera ທົ່ວ​ໄປ, ໂດຍ​ທຳ​ງານ​ຮ່ວມ​ກັບ​ເຣ​ດ້າ 2 ຈຸດ ແລະ ​ເຊັນ​ເຊີ້ 8 ຈຸດ ​ອ້ອມ​ຄັນ ຄວບ​ຄູ່​ໄປ​ກັບ ​ລະ​ບົບ​ຄວາມ​ປອດ​ໄພ​ພື້ນ​ຖານ​ຄົບ​ຖ້ວນ​ໃນ​ທຸກ​ລຸ້ນ ໄດ້​ແກ່​: ລະ​ບົບ ABS, EBD, BA, BOS, ESC, TCS, HSA, HDC ແລະ TSC ເພື່ອ​ສົ່ງ​ມອບ​ຄວາມ​ໝັ້ນ​ໃຈ ແລະ ອຸ່ນ​ໃຈ​ເໜືອ​ລະ​ດັບ​ຍາມ​ຂັບ​ຂີ່.

ເຕັກ​ໂນ​ໂລຊີ ADAS ທີ່​ລວມ​ໃວ້​ໃນ “All-New Isuzu MU-X” ມີ

  • ລະບົບຄວບຄຸມຄວາມໄວອັດຕະໂນມັດແບບ​ແປ​ຜັນ ພ້ອມຟັງຊັ່ນ Stop and Go
  • ລະ​ບົບແຈ້ງເຕືອນກ່ອນການຕຳດ້ານ​ໜ້າ
  • ລະບົບເບຣກສຸກເສີນອັດຕະໂນມັດ
  • ລະ​ບົບ​ແຈ້ງ​ເຕືອນ​ອອກນອກ​ເລນ
  • ລະ​ບົບ​ຄວບ​ຄຸມ​ໄຟ​ສູງ​ອັດ​ຕະ​ໂນ​ມັດ
  • ລະ​ບົບ​ຕັດ​ກຳ​ລັງ​ເຄື່ອງ​ຈັກ ​ເມື່ອ​ຢຽບ​ຄັນ​ເລັ່ງ​ຜິດ​ພາດ
  • ລະ​ບົບ​ຕັ້ງ​ຄ່າ​ຈຳ​ກັດ​ຄວາມ​ໄວ​ສູງ​ສຸດ​ດ້​ວຍ​ຕົວ​ເອງ
  • ລະ​ບົບ​ແຈ້ງ​ເຕືອນ​ຈຸດ​ອັບ​ສາຍ​ຕາ
  • ລະບົບຊ່ວຍເຕືອນຂະນະຖອຍລົດ
  • ລະ​ບົບ​ເຊັນ​ເຊີ້​ຊ່ວຍ​ຈອດ​ລົດ​
  • ລະບົບເບຣກອັດຕະໂນມັດ ຫຼັງການເກີດອຸບັດຕິເຫດຊ້ຳ​ຊ້ອນ

+ ບົ່ງ​ບອກ​ຕົວ​ທ່ານ…ທີ່​ເໜືອກວ່າ​ໃຜ

ລຸ້ນໃໝ່! “All-New Isuzu MU-X” ມີ​ໃຫ້​ເລືອກ​ຄົບ​ຊຸດ ​ດ້ວຍ​ສະ​ໄຕ​ລ໌​ທີ່ຫຼາກຫຼາຍ​ລວມ 2 ມີລຸ້ນ ຄື: Ultimate ແລະ Elegant ເຄື່ອງ​ຈັກ​ອີ​ຊູ​ຊຸ 3.0 ດີ​ດີ​ໄອ ບລູພາວເວີ ໃຫ້​ແຮງ​ບິດ​ສູງ​ທຸກ​ລະດັບ​ຄວາມ​ໄວ, ມີ​ໃຫ້​ເລືອກ​ທັງ​ລະ​ບົບ​ຂັບ​ເຄື່ອນ 2 ລໍ້ ແລະ 4 ລໍ້, ມີ​ໃຫ້​ເລືອກ​ເຖິງ 4 ສີ ຄື: ນ້ຳ​ຕານ​ມາ​ຣາ​ເກ​ຊ ( Marrakesh Brown ), ຂາວ​ມຸກ​ໂດ​ໂລ​ໄມ​ທ໌ ( Dolomite Pearl White ), ດຳ​ບາ​ວາຣ້ຽນ ໄມ​ກ້າ ( Bavarian Black Mica ) ແລະ ເງິນ​ໂບ​ຮີ​ມ້ຽນ ເມ​ທັ​ລ​ລິກ (Bohemian Silver Metallic) ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ລຸ້ນ.

*************************

– ຝ່າຍປະຊາສຳພັນ

  • ຫ້ອງການຜູ້ຕາງໜ້າປະຈຳປະເທດລາວ, ບໍລິສັດ ຕຣີເພຊອີຊູຊຸເຊວຊ໌ ຈຳກັດ
  • ໂທ: 021 417 387, ແຟັກ: 021 417 386
  • ຂໍ້ມູນເພີ່ມຕື່ມໄດ້ທີ່ https://www.facebook.com/isuzulaosofficial \