ຄະນະສະເພາະກິດຄວບຄຸມໂຄວິດ-19 ຖະແຫຼງຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ມາຮອດປັດຈຸບັນ ປິ່ນປົວຫາຍດີແລ້ວ ທັງໝົດ 513 ຄົນ, ໃນນີ້ປິ່ນປົວຫາຍດີເພີ່ມອີກ 82 ຄົນ ແລະ ມີຜູ້ເສຍຊີວິດເພີ່ມ 1 ຄົນ ເປັນເພດຊາຍ ອາຍຸ 29 ປີ.

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ຮສ ດຣ ບົວເທບ ພູມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ຕາງໜ້າ ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຂຶ້ນຖະແຫລງຂ່າວປະຈຳວັນທີ 14 ພຶດສະພາ 2021, ໂດຍ ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ກ່າວວ່າ:

ໃນວັນທີ 13 ພຶດສະພາ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.200 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ (15 ຄົນ ແມ່ນກໍລະນີນໍາເຂົ້າແຮງງານລາວ ຢູ່ແຂວງຈໍາປາສັກ ແລະ ອີກ 1 ຄົນ ແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ), ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດເປັນ 1.498 ຄົນ ແລະ ເສຍຊີວິດໃໝ່ 1 ຄົນ (ເສຍຊີວິດສະສົມທັງໝົດ 2 ຄົນ).

ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີທັງໝົດ 513 ຄົນ (ໃໝ່ 82 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດ ຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ ແລະ ຍັງສືບຕໍ່ຕິດຕາມປິ່ນປົວຢູ່ສະຖານທີ່ທີ່ ຄະນະສະເພາະກິດ ກຳນົດໄວ້ໃນແຕ່ລະແຂວງ ຈຳນວນ 983 ຄົນ.

ສຳລັບຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງແພດ ຄື: ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ, ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ ເພື່ອຕິດຕາມອາການຂອງຕົນ, ຖ້າຫາກຮູ້ສຶກບໍ່ສະບາຍ ໃຫ້ທ່ານຮີບຮ້ອນໄປພົບແພດຢູ່ສະຖານທີ່ບໍລິການໃກ້ບ້ານທ່ານ.

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ກ່າວເນັ້ນວ່າ:

ການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ່ ຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ່ຽງການເດີນທາງໄປຍັງສະຖານທີ່ທີ່ມີຄວາມແອອັດ, ຫຼີກລ່ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ ແລະ ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກຜູ້ສູງອາຍຸ ເມື່ອຕິດເຊື້ອມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້.

ທ່ານ ຮສ ດຣ ບົວເທບ ພູມີນ ໄດ້ກ່າວເຖິງຄວາມກັງວົນຕໍ່ການຕິດເຊື້ອໃນຊຸມຊົນ ເຖິງແມ່ນວ່າໜຶ່ງອາທິດຜ່ານມາ ເບິ່ງຈາກຕົວເລກການຕິດເຊື້ອຫຼຸດລົງກໍຈິງ ແຕ່ສິ່ງທີ່ພວກເຮົາເບິ່ງບໍ່ເຫັນຄື ການຕິດເຊື້ອຢູ່ໃນຊຸມຊົນຍັງຄົງບົ່ມຊ້ອນຢູ່ ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ອຳນາດການປົກຄອງທຸກຂັ້ນ ຊ່ວຍເປັນຫູເປັນຕາຕິດຕາມຄົນທີ່ຢູ່ໃນຄອບຄົວ ແລະ ພາຍໃຕ້ການປົກຄອງຂອງຕົນ, ຫາກຮູ້ວ່າລູກຫຼານ ຫຼື ບຸກຄົນໃນຄອບຄົວອອກໄປສະຖານທີ່ນອກ ໄປບ່ອນທີ່ມີຄວາມສ່ຽງ ໃຫ້ມາກວດສຸຂະພາບໂດຍໄວ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ເພື່ອຢຸດການສູນເສຍ ແລະ ຢູດການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້ໂດຍໄວ.