ທ້າຍອາທິດທີ່ຜ່ານມາ, ດຣ ສູນທອນ ຫລວງໄຊສີ ຮອງຫົວຫນ້າພະແນກສາທາລະນະສຸກແຂວງອຸດົມໄຊ ຮ່ວມກັບບັນດາແຂວງພາກເຫນືອ ພ້ອມຄະນະ ໄດ້ເດີນທາງໄປຊາຍແດນ ລາວ-ຈີນ (ບໍ່ເຕ່ນ – ບໍ່ຫານ) ລະຫວ່າງແຂວງຫລວງນໍ້າທາ ສປປ ລາວ ແລະ ກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ ເພື່ອຮັບເອົາເຄື່ອງຊ່ວຍເຫຼືອປ້ອງກັນເຊື້ອພະຍາດໂຄວິດ-19.

ເຄື່ອງທີ່ ກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ (ສາທາລະນະລັດ ປະຊາຊົນຈີນ) ນຳມາມອບໃຫ້ກັບບັນດາແຂວງພາກເຫນືອ ໃນຄັ້ງນີ້ມີ: ຜ້າອັດປາກ-ດັ່ງ ຈໍານວນ 6 ແສນອັນ ແລະ ຊຸດປ້ອງກັນຂອງແພດ 3 ພັນຊຸດ; ໃນນີ້, ແຂວງອຸດົມໄຊ ໄດ້ຮັບຜ້າອັດປາກ-ດັງ ຈໍານວນ 1 ແສນອັນ ແລະ ຊຸດປ້ອງກັນຂອງແພດ ຈຳນວນ 5 ຮ້ອຍຊຸດ ແລະ ສ່ວນທີ່ເຫຼືອແມ່ນໄດ້ຈັດແບ່ງໃຫ້ກັບບັນດາແຂວງພາກເໜືອ ຄື: ແຂວງບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ ແລະ ຫຼວງພະບາງ ຕາມສະພາບ, ເງື່ອນໄຂຕົວຈິງ.

ເຄື່ອງຈໍານວນດັ່ງກ່າວ ແມ່ນການຊ່ວຍເຫຼືອລ້າຈາກກິ່ງແຂວງສິບສອງພັນນາ ແຫ່ງ ສປ ຈີນ ແລະ ຈະນໍາໄປໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງ; ເຊິ່ງມາຮອດປັດຈຸບັນນີ້ ເຫັນວ່າຍັງມີຄວາມຕ້ອງການ ແລະ ຈຳເປັນຢ່າງຍິ່ງ ໃນການນຳໃຊ້ເຄື່ອງດັ່ງກ່າວ; ເຖິງແມ່ນວ່າການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນແຂວງອຸດົມໄຊ ຈະມີທ່າອ່ຽງຫຼຸດລົງ ແລະ ບໍ່ພົບຜູ້ຕິດເຊື້ອເພີ່ມຂຶ້ນກໍຕາມ.