ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2021 ທີ່ຜ່ານມາ, ທ່ານ ຄໍາແກ້ວ ວິສີສົມບັດ ຫົວໜ້າກົມບໍລິການທະນາຄານກາງ, ບໍລິສັດ ກໍ່ສ້າງຂົວທາງຊົນລະປະທານ, ບໍລິສັດ ມີໂຊກການຄ້າ ແລະ ທີ່ປຶກສາຄົບວົງຈອນ ແລະ ບໍລິສັດ ແອ່ວເອັມ (LM) ສຶກສາ ພ້ອມດ້ວຍຄະນະ ໄດ້ນໍາອຸປະກອນປ້ອງກັນພະຍາດໂຄວິດ-19 ມາຊຸກຍູ້ໃຫ້ ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ເຊິ່ງກ່າວຮັບໂດຍ ພັອ ປອ ຄໍາແຝງ ວັນດີໄຊ ຫົວໜ້າກົມຕໍາຫຼວດເສດຖະກິດ ພ້ອມດ້ວຍຄະນະ.

ຕາງໜ້າທັງ 4 ພາກສ່ວນ ໃຫ້ຮູ້ວ່າ: ເຄື່ອງທີ່ນໍາມາຊຸກຍູ້ອຸປະຖໍາໃນຄັ້ງນີ້ ປະກອບມີ ຜ້າອັດປາກ-ດັງ, ເຈວລ້າງມື, ເຫຼົ້າເກົ້າສິບ, ເຄື່ອງວັດແທກອຸນຫະພູມ ແລະ ໜ້າກາກໃສ ລວມມູນຄ່າ 6.000.000 ກວ່າກີບ; ທັງນີ້, ກໍເພື່ອເປັນການປະກອບສ່ວນຊ່ວຍເຫຼືອເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຍັງເປັນການປ້ອງກັນເບື້ອງຕົ້ນຕໍ່ບັນດາອ້າຍນ້ອງກໍາລັງ ກົມຕໍາຫຼວດເສດຖະກິດ ທີ່ກໍາລັງປະຕິບັດໜ້າທີ່ຕໍ່ວຽກງານດັ່ງກ່າວ ບໍ່ໃຫ້ຕົກເປັນກຸ່ມສ່ຽງຕໍ່ການຕິດເຊື້ອພະຍາດ.

ໂອກາດດຽວກັນ, ພັອ ປອ ຄໍາແຝງ ວັນດີໄຊ ຍັງໄດ້ກ່າວສະແດງຄວາມຂອບໃຈ ພ້ອມທັງມອບໃຍຍ້ອງຍໍໃຫ້ທັງ 4 ພາກສ່ວນ ທີ່ເຫັນໄດ້ຄວາມສໍາຄັນ ໂດຍການໄດ້ນໍາເຄື່ອງດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ເຊິ່ງເຄື່ອງດັ່ງກ່າວແມ່ນຈະໄດ້ນໍາໄປເບີກຈ່າຍໃຫ້ພະນັກງານຂອງກົມໃຫ້ທົ່ວເຖິງ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.