ໃນຕອນບ່າຍ ຂອງວັນທີ 25 ພຶດສະພາ 2021, ຫ້ອງການກວດກາ ແລະ ຄວບຄຸມຢາເສບ ຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ມີພິທີມອບ-ຮັບ ຫົວໜ້າຫ້ອງ ການກວດກາ ແລະ ຄວບຄຸມຢາເສບຕິດ ລະຫວ່າງ ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (ຜູ້ເກົ່າ) ແລະ ພັອ ອິນປົງ ຈັນທະວົງສາ ຫົວ ໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (ຜູ້ໃໝ່), ໂດຍໃຫ້ກຽດເຂົ້າຮ່ວມເປັນປະ ທານຂອງ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ, ຄະນະປະຈໍາພັກກະຊວງ, ເລຂາອົງຄະນະພັກ, ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະຫ້ອງ, ຫົວໜ້າພະແນກ, ຄະນະພະແນກ ແລະ ພະນັກງານນັກຮົບ ພາຍໃນຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດເຂົ້າ ຮ່ວມ.


ພັອ ອ່ອນຜິວ ໂຄ້ງວຽງທອງ ກ່າວວ່າ ຜ່ານການປະຕິບັດໜ້າທີ່ ໃນໄລຍະທີ່ເປັນຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຈົນເຖິງປັດຈຸບັນ ຕົນເອງ ແລະ ຄະນະຫ້ອງ ການ ໄດ້ສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ນັກຮົບເປັນປົກກະຕິດ້ວຍຫຼາຍຮູບການ ໄດ້ຖືເອົາການຮ່ວມຊີວິດການເມືອງ, ຈຸໜ່ວຍພັກ. ຄຽງຄູ່ກັບການຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຄໍາສັ່ງຂອງຂັ້ນເທິງເປັນປົກກະຕິ. ນອກນັ້ນ, ທ່ານໄດ້ຂຶ້ນລາຍງານສະຫຼຸບການເຄື່ອນໄຫວໂດຍຫຍໍ້ຂອງວຽກງານກວດກາ ແລະ ຄວບຄຸມຢາເສບ ຕິດ ແຕ່ປີ 2017 ເຖິງປັດຈຸບັນ; ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນ 5 ວຽກໃຫຍ່: 1. ວຽກງານບໍລິຫານ-ຄົ້ນຄວ້າສັງລວມ, 2. ວຽກງານໂຄສະນາ, 3. ວຽກງານຫຼຸດຜ່ອນການສະໜອງສານເສບຕິດ, 4. ວຽກງານຫຼຸດຜ່ອນຄວາມຕ້ອງການຢາເສບຕິດ, 5. ວຽກງານແຜນການ ແລະ ການຮ່ວມມື.

ໃນໂອກາດນີ້, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນໍາ-ບັນຊາຂອງຫົວໜ້າຜູ້ເກົ່າ ໃນໄລຍະຜ່ານມາ. ນອກນັ້ນ, ຍັງໄດ້ເນັ້ນໃຫ້ຫົວໜ້າຫ້ອງການຜູ້ໃໝ່ໃຫ້ເພີ່ມທະວີສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກລັດ-ລັດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ຍົກສູງສະຕິຄວາມຮັບຜິດຊອບຢ່າງຕັ້ງໜ້າ, ປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນເທິງ ແລະ ການຈັດຕັ້ງມອບ ໝາຍໃຫ້; ຈັດຕັ້ງເຜີຍແຜ່ເອກະສານມູນເຊື້ອ ຂອງພັກ, ຂອງຊາດ, ມູນເຊື້ອກໍາລັງປະກອບອາວຸດ,​ ເຊື່ອມຊຶມບັນດາມະຕິຄໍາສັ່ງ, ຄໍາແນະນໍາ, ນິຕິກໍາຕ່າງໆຂອງຂັ້ນເທິງວາງອອກແຕ່ລະໄລຍະ ເພື່ອຫັນມາເປັນທິດທາງແຜນການລະອຽດຂອງຕົນ ແລ້ວຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ກວດແກ້ຂ່າວ: ຮອ ຈັນທະພອນ ລາຊາສົມບັດ