ຍ້ອນຄວາມເປັນຫ່ວງເປັນໄຍຂອງຄະນະພັກ, ຄະນະນໍາຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ ແລະ ເຫັນໄດ້ຄວາມຈໍາເປັນຂອງສູນກັກກັນບໍລິເວນ ຜູ້ທີ່ມີຄວາມສ່ຽງຈາກພະຍາດໂຄວິດ 19 ຢູ່ທີ່ສູນຝຶກອົບຮົມວິຊາສະເພາະປ້ອງກັນທີຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໃນໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ 19.

ໃນວັນທີ 25 ພຶດສະພາ 2021, ທ່ານ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫ່ຍການເມືອງ ປກສ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢ້າມ ແລະ ຍຸກຍູ້ວຽກງານປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຢູ່ສູນກັກກັນບໍລິເວນຂອງກະ ຊວງປ້ອງກັນຄວາມສະຫງົບ ເປັນກຽດຕ້ອນຮັບໂດຍ ພັທ ກອງແກ້ວ ກຸສານົນ ຫົວໜ້າຫ້ອງການເມືອງກອງບັນການປ້ອງກັນທີ່ຕັ້ງ ຫົວໜ້າສູນກັກກັນບໍລິເວນຜູ້ທີ່ມີຄວາມສ່ຽງຈາກພະຍາດໂຄວິດ 19 ຂອງກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພະນັກງານຢູ່ພາຍໃນສຸນດັ່ງກ່າວເຂົ້າຮ່ວມ.

ພັທ ກອງແກ້ວ ກຸສານົນ ໄດ້ຂຶ້ນລາຍງານໂດຍຫຍໍ້ກຽ່ວກັບການຈັດຕັ້ງປະຕິບັດວຽກງານພາຍໃນສູນໃນໄລຍະທີ່ມີການແພ່ລະບາດຂອງພະຍາດໂຄວິດ 19, ເຊິ່ງທ່ານໄດ້ກ່າວວ່າ: ພາຍຫຼັງທີ່ມີແຈ້ງການຂອງຂັ້ນເທິງ ໂດຍສະເພາະກໍແມ່ນຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແລະ ແຈ້ງການຂອງຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ທາງຄະນະພັກ, ຄະນະຄະນະບັນຊາພະນັກງານ ກໍໄດ້ພ້ອມພຽງຮຽງໜ້າກັນຈັດຕັ້ງປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ; ເຊິ່ງຢູ່ພາຍໃນສູນປະກອບມີ 2 ອາຄານ ແລະ 1 ສະໂມສອນ ສາມາດຮອງຮັບໄດ້ຫຼາຍຮ້ອຍຄົນ ໂດຍ ສະ ຖານທີ່ດັ່ງກ່າວມີຄວາມສະດວກສະບາຍ ລວມມີລະບົບນໍ້າ,ໄຟຟ້າ ຄົບຊຸດ ທີ່ອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ມາກັກກັນບໍລິເວນ. ໃນໄລຍະຜ່ານມາ, ໄດ້ມີຜູ້ທີ່ມາກັກຕົວລວມທັງໝົດ 213 ຄົນ ມີພະນັກງານ 18 ຄົນ ແລະ ນັກຮຽນ 195 ຄົນ. ມາຮອດປັດຈຸບັນ, ຍັງເຫຼືອ 55 ຄົນ ພະນັກງານ 18 ຄົນ ນັກຮຽນ 37 ຄົນ.

 ຂ່າວ: ທອງສີ

ພາບ: ສຸວັນ 2