ວັນທີ 25 ເດືອນພືດສະພາ ປີ 2021, ອົງການກາແດງແຂວງຫຼວງນໍ້າທາ ນໍາໂດຍທ່ານ ນາງ ຝ່ອນແກ້ວ ແກ້ວວິໄລ ຫົວໜ້າສູນເລືອດ ອົງການກາແດງແຂວງຫຼວງນໍ້າທາ ພ້ອມໂດຍທີມງານໄດ້ລົງຈັດກິດຈະກໍາຮັບການບໍລິຈາກເລືອດຢູ່ທີ່ສະໂມສອນຂອງເມືອງລອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ສຸດທິປັນຍາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງ, ມີທ່ານ ນາງ ຈັນຄໍາ ທໍຄໍາເໝົາ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາພະນັກງານ-ລັດຖະກອນ, ສອງກອງກໍາລັງ ປກຊ-ປກສ  ແລະ ປະຊາຊົນ ເຂົ້າຮ່ວມ.

ການບໍລິຈາກເລືອດໃນຄັ້ງນີ້, ມີຜູ້ທີ່ຮັບສະໝັກ ຈໍານວນ 41 ຄົນ, ຍິງ 22 ຄົນ.ໃນນີ້, ມີຜູ້ທີ່ກວດສຸຂະພາບຜ່ານໃນເບື່ອງຕົ້ນ ຈໍານວນ 32 ຄົນ, ຍິງ 17 ຄົນ ແລະ ໄດ້ຮັບເລືອດຈາກການບໍລິຈາກ ຈໍານວນ 32 ຖົງ, ເຊິ່ງເລືອດຈໍານວນດັ່ງກ່າວ ຍັງຈະໄດ້ນໍາເອົາໄປວິເຄາະຢູ່ສູນເລືອດຂອງອົງການກາແດງແຂວງຫຼວງນໍ້າທາ.

ໂອກາດດ່ຽວກັນນີ້, ທ່ານ ນາງ ຝ່ອນແກ້ວ ແກ້ວວິໄລ ຫົວໜ້າສູນເລືອດ ອົງການກາແດງແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດວ່າ: ການບໍລິຈາກເລືອດແມ່ນມີຜົນດີຕໍ່ກັບສັງຄົມ ກໍຄືຜູ້ທີ່ຂາດເລືອດ. ສໍາລັບມາດຖານເງື່ອນໄຂຂອງຜູ້ທີ່ບໍລິຈາກເລືອດນັ້ນ, ຕ້ອງມີສຸຂະພາບແຂງແຮງດີ. ສໍາລັບຜູ້ຊາຍຕ້ອງມີອາຍຸແຕ່ 17 ຫາ 65 ປີ ແລະ ຜູ້ຍິງອາຍຸ 17 ຫາ 60 ປີ, ມີນໍ້າໜັກແຕ່ 45 ກິໂລກຼາມຂຶ້ນໄປ ແລະ ບໍ່ເຄີຍມີປະຫວັດເປັນພະຍາດເບົາຫວານ, ຕັງຊົງ ແລະ ບໍ່ເຄີຍເປັນພະຍາດຊໍາເຮື້ອມາກ່ອນ ຈຶ່ງຈະສາມາດບໍລິຈາກເລືອດໄດ້. ນອນຈາກນີ້, ຜູ້ທີ່ໄດ້ສັກວັກແຊັງປ້ອງກັນພະຍາດໂຄວິດ-19 ເປັນຕົ້ນແມ່ນວັກຊີນຊີໂນຟາມ ພາຍຫຼັງສັກຄົບ 7 ວັນຈຶ່ງຈະສາ ມາດໃຫ້ການບໍລິຈາກເລືອດໄດ້ ແລະ ວັກແຊັງແອສຕຼາເຊເນກາ ຕ້ອງຄົບ 28 ວັນຈຶ່ງຈະສາ ມາດໃຫ້ການບໍລິຈາກເລືອດໄດ້.

ນອກຈາກນັ້ນ, ທ່ານຫົວໜ້າສູນເລືອດ ອົງການກາແດງແຂວງຫຼວງນໍ້າທາ ຍັງໄດ້ຮຽກຮ້ອງມາຍັງທຸກໆຄົນ ທຸກໆພາກສ່ວນທີ່ຢູ່ໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນບໍລິຈາກເລືອດ ເພື່ອຊ່ວຍເຫຼືອໃຫ້ແກ່ຜູ້ທີ່ຂາດເລືອດທາງດ້ານສຸຂະພາບ ແລະ ຜູ້ທີ່ປະສົບອຸປະຕິເຫດຕ່າງໆ.

( ຂ່າວ: ບຸນສີ ໄຊຍະລາດ ນັກຂ່າວເມືອງລອງ, ແຂວງຫຼວງນໍ້າທາ 030 2844822 )