ກົມໃຫຍ່ການເມືອງ ປກສ ພ້ອມຄະນະອຳນວຍການໂຮງຮຽນວັດທະນາທຳ ຫຼັກ 67 ແລະ ບໍລິສັດ POP ກໍ່ສ້າງຂົວທາງຄົບວົງຈອນຈຳກັດຜູ້ດຽວ ໄດ້ລົງກວດຄວາມຄືບໜ້າໃນການປັບປຸງພື້ນທີ່, ຂຸດຮື້-ຈົກພື້ນ ແລະ ເຮັດຄູອ້ອມໝອງຄືນໃໝ່ສຳເລັດ 90%.


ການລົງກວດພື້ນທີ່ໃນຄັ້ງນີ້, ນຳພາໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ພັທ ທະວີພອນ ຮັກໝໍ່ລາດ ອຳນວຍການໂຮງຮຽນວັດທະນະທຳ ຫຼັກ 67, ໃນວັນທີ 25 ພຶດສະພາ 2021, ຜ່ານການກວດກາຄອງເໝືອງ ຫາ ໜອງປາ ແລະ ປັບ ປຸງເສັ້ນທາງ ເພື່ອບໍ່ໃຫ້ເປັນບວກເປັນຂຸມ ພາຍຫຼັງບໍລິສັດ POP ກໍ່ສ້າງຂົວທາງຄົບວົງຈອນ ຈຳກັດຜູ້ດຽວ ທີ່ໄດ້ຮັບເໝົາປັບປຸງພື້ນທີ່ຄືນ ຈຳນວນ 14 ວັນ ໃນເນື້ອທີ່ 24.620 ຕາແມັດ ມີໜອງປາ 10 ໜອງ ເຫັນວ່າມີຄວາມພ້ອມ 90% ເພື່ອເປັນການກະກຽມໃນການປ່ອຍປາ ໃນວັນປ່ອຍປາແຫ່ງຊາດນີ້.


ນອກນີ້, ໄດ້ມີການກະກຽມພື້ນທີ່ປູກໄມ້ຕົ້ນ (ໄມ້ວິກ) ໂດຍມີການສາທິດຈາກວິຊາການ ບໍລິສັດ ບົວລະພາ ໃນພື້ນທີ 25 ເຮັກຕາ ເພື່ອຕ້ອນຮັບວັນທີ 1 ມີຖຸນາ ກໍຄືວັນປູກຕົ້ນແຫ່ງຊາດນີ້.