ໃນວັນທີ 25 ເມສາ 2021, ຄອບຄົວ ທ່ານ ບົວທອງ ສົມມະມີວັນ ໄດ້ນຳເອົາໂຕຫີນຈຳນວນ 3 ຊຸດ ມູນຄ່າ 1.500.000 ກີບ ມາໃຫ້ແກ່ສູນຕ້ອນຮັບ ແລະ ຝຶກອົບຮົມວິຊາສະເພາະ ກົມໃຫຍ່ການເມືອງ ປກສ ເພື່ອເປັນການປະກອບສ່ວນຕໍ່ກັບວຽກງານປ້ອງກັນຄວາມສະຫງົບ; ເຊິ່ງຕ່າງໜ້າມອບໂດຍ ທ່ານ ນາງ ຕູນີ ສົມມະນີວັນ ແລະ ກ່າວຮັບໂດຍ ພັທ ພາແກ້ວ ວິພົນຮຽນ ຫົວໜ້າສູນຕ້ອນຮັບ ແລະ ຝຶກອົບຮົມວິຊາສະເພາະກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໂອກາດນີ້, ພັທ ພາແກ້ວ ວິພົນຮຽນ ກໍໄດ້ມອບໃບກຽດຕິຄຸນໃຫ້ແກ່ຄອບຄົວ ທ່ານ ບົວທອງ ສົມມະມີວັນ ເພື່ອເປັນສະແດງເຖິງຄວາມຮູ້ບຸນຄຸນຢ່າງສູງ ທີ່ໄດ້ນຳເອົາໂຕະດັ່ງກ່າວມາມອບ ໃຫ້ໃນຄັ້ງນີ້ ເພື່ອເປັນບ່ອນນັ່ງຫຼິນພັກຜ່ອນຂອງພະນັກງານ ໃຫ້ມີຄວາມສະດວກສະບາຍ ແລະ ຈະພ້ອມກັນປັກປັກຮັກສາ ເພື່ອໃຫ້ນຳໃຊ້ໄດ້ຢ່າງຍາວນານ. ພ້ອມກັນນີ້, ທ່ານ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ຄອບຄົວ ທ່ານ ບົວທອງ ສົມມະມີວັນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜ່າສຸກໃນຊີວິດຄົວຄອບ, ສ່ວນຕົວ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.

ຂ່າວ: ບຸນພະຈັນ