ໃນວັນທີ 27 ພຶດສະພາ 2021, ຮທ ແກ້ວອຸດອນ ບົວລະພັນ ວິຊາການກໍາລັງຕໍາຫຼວດຈະລາຈອນ ປະຈໍໍາຢູ່ຈຸດປ້ອງກັນຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງສີໂຄດຕະບອງ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວກະຊວງປ້ອງກັນຄວາມສະຫງົບ ວ່າ:

ຈົນຮອດວັນທີ 5 ມິຖຸນາ 2021, ບຸກຄົນໃດທີ່ຈະເດີນທາງເຂົ້າ-ອອກ ເມືອງສັງທອງ ຖ້າບໍ່ມີວຽກຈໍາເປັນ ແມ່ນຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາເມືອງສັງທອງ ຢ່າງເດັດຂາດ, ແຕ່ຖ້າບຸກຄົນໃດມີວຽກຈໍາເປັນທາງສ່ວນຕົວ ຫຼື ທາງລາດສະການ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການ ແລະ  ລະບຽບການ ເຊັ່ນ: ຕ້ອງມີໃບຢັ້ງຢືນການກວດກາສຸຂະພາບ, ໃບຢັ້ງຢືນການສັກຢາວັກຊີນຕ້ານໂຄວິດ-19, ໃບອະນຸຍາດເດີນທາງຂອງຄະນະສະເພາະກິດ, ໃບຢັ້ງຢືນທີ່ຢູ່ ແລະ ບຸກຄົນທີ່ບໍ່ຢູ່ໃນກຸ່ມບ້ານທີ່ມີຄວາມສ່ຽງ ແມ່ນສາມາດເຂົ້າ-ອອກເມືອງສັງທອງໄດ້.

ສໍາລັບການຈັດຕັ້ງປະຕິບັດມາດຕະການ ກໍຄືລະບຽບການດັ່ງກ່າວນີ້ຢ່າງເຂັ້ມງວດ ກໍເພື່ອປະຕິບັດຕາມມາດຕະການຂອງ ຄະນະສະເພາະກິດຂັ້ນສູນການ, ຂັ້ນເມືອງ ແລະ ຕາມແຈ້ງການຂອງ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໃຫ້ມີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງວຽງຈັນ ເວົ້າລວມ, ເວົ້າສະເພາະ ແມ່ນເມືອງສັງທອງ ໃຫ້ປອດໄພຈາກການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ 100%.