ເຈົ້າໜ້າທີ່ຕໍາຫຼວດສະຖານີວົງຈອນປິດ 1191 ປະຈໍາເຂດບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ ເຂດບ້ານໂນນສະຫວ່າງ ເມືອງໄຊເສດຖາ ໄດ້ພົບເຫັນເປົ້າໝາຍສົງໄສຊື່ ທ້າວ ແສງດາວຽງ ຫຼື ຕີ້ ອາຍຸ 34 ປີ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ທີ່ກໍາລັງຈະໄປສົ່ງຢາເສບຕິດຈຶ່ງໄດ້ຄວບຄຸມຕົວ ພ້ອມທັງທໍາການກວດຄົ້ນຕົວພົບເຫັນຂອງກາງຢາບ້າ 506 ເມັດ ແລະ ຢາໄອສ໌ 30 ຖົງນ້ອຍ ຊຸກເຊື່ອງຢູ່ໃນກະເປົ້າພາຍສີດໍາ ກ່ອນນໍາຕົວໄປຂະຫຍາຍຜົນໃນວັນທີ 19 ພຶດສະພາ 2021.

ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ, ທ້າວ ແສງດາວຽງ ສາລະພາບວ່າ: ໄລຍະຜ່ານມາ, ຜູ້ກ່ຽວເຄີຍຮ່ວມຂະບວນການກັບ ທ້າວ ອານຸສອນ ຫຼື ລ້ານ ອາຍຸ 24 ປີ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ; ຈາກນັ້ນ, ຈຶ່ງໄດ້ນໍາກໍາລັງເຂົ້າຈັບກຸມ ທ້າວ ອານຸສອນ ຄາຫ້ອງແຖວ ພ້ອມຂອງກາງ 124 ເມັດ ແລະ ຢາໄອສ໌ 1 ຖົງ.

ເວລາດຽວກັນນັ້ນ, ເຈົ້າໜ້າທີ່ ຍັງໄດ້ທໍາການສອບສວນຂະຫຍາຍຜົນກັບທີ່ ແລ້ວວາງແຜນຈັບກຸມເປົ້າໝາຍອີກ 1 ຄົນ ຊື່ ທ້າວ ເຢັ່ງຈາລີ່ ຕົ່ງເກົ່າ ອາຍຸ 22 ປີ ພັກເຊົາຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ພ້ອມຂອງກາງຢາບ້າຈໍານວນ 3 ມັດ ເທົ່າກັບ 6.000 ເມັດ ແລະ ຢາໄອສ໌ ຈໍານວນ 2 ຖົງ, ລົດຈັກຮອນດ້າເວບ 100 ສີຂຽວ 1 ຄັນ ທະບຽນ ດຄ 5330 ກໍາແພງນະຄອນ, ໂທລະສັບ 1 ໜ່ວຍ, ກະເປົາພ້ອມເງິນຈໍານວນ 781.000 ກີບ, ບັດ ATM ທະນາຄານການຄ້າ 1 ບັດ, ບັດປະຈໍາຕົວອອກຊື່ ນາງ ພອນທິບ, ທະບຽນລົດຈັກ ດຄ 5330 ກໍາແພງນະຄອນ, ບັດລຸດນ້ໍາມັນພຼັສ ແລະ ບັດນັກສຶກສາອອກຊື່ ທ້າວ ເຢັ່ງຈາລີ່.

ນອກນັ້ນ, ທ້າວ ແສງດາວຽງ ຍັງສາລະພາບຕື່ມວ່າ: ຜ່ານມາເຄີຍຖືກກັກຕົວດໍາເນີນຄະດີ ຢູ່ກອງບັນຊາການ ປກສ ເມືອງສີສັດຕະນາກ ໃນຂໍ້ກ່າວຫາການຄ້າຂາຍຢາເສບຕິດ ແລ້ວຖືກປະກັນຕົວອອກມາເນື່ອງຈາກວ່າຜູ້ກ່ຽວເປັນພະຍາດ HIV ແລະ ພາຍຫຼັງໄດ້ຮັບການປະກັນອອກມາແລ້ວ ຈຶ່ງອາໄສຊ່ອງຫວ່າງເພື່ອເຄື່ອນໄຫວຄ້າຂາຍຢາເສບຕິດຄືນອີກ ໂດຍການໄປຮັບເອົາຢາບ້ານໍາຄົນຮູ້ຈັກຊື່ ທ້າວ ເປເລ່ ຢູ່ບ້ານນາຄວາຍ ເມືອງໄຊເສດຖາ ຄັ້ງລະ 2.000 ເມັດ ຈໍານວນຫຼາຍຄັ້ງ ດ້ວຍຮູບການຕິດໜີ້ມາຂາຍກິນກໍາໄລ ເມື່ອໄດ້ຢາບ້າແລ້ວກໍເອົາໄປໃຫ້ກຸ່ມໄວລຸ້ນຂາຍຢູ່ຕາມຮ້ານເກມ ເຂດບ້ານຫົວຂົວ ແລະ ໂນນສະຫວ່າງ ພາຍຫຼັງທີ່ຂາຍໝົດແລ້ວ ຈຶ່ງເອົາເງິນໄປຈ່າຍຄືນໃຫ້ ທ້າວ ເປເລ່.

ໃນເດືອນກໍລະກົດ 2020, ທ້າວ ແສງດາວຽງ ໄດ້ໄປຊື້ຢາບ້ານໍາ ທ້າວ ອານຸສອນ ຈໍານວນ 200 ເມັດ ແລ້ວເອົາໄປຂາຍໃຫ້ໄວລຸ້ນທີ່ຮ່ວມຂະບວນການຢູ່ຮ້ານເກມ, ຈາກນັ້ນ ໄລຍະຕໍ່ມາກໍໄປຮັບເອົາຢາບ້ານໍາ ທ້າວ ອານຸສອນ ມາຂາຍຕໍ່ກິນໄລຈໍານວນຫຼາຍຄັ້ງ ເຊິ່ງແຕ່ລະຄັ້ງແມ່ນຈະຊື້ເພີ່ມຂຶ້ນເລື້ອງໆ.

ມາຮອດວັນທີ 12 ພຶດສະພາ 2021, ຜູ້ກ່ຽວໄດ້ໄປຊື້ຢາບ້າ ຈໍານວນ 1.000 ເມັດ ແລະ ຢາໄອສ໌ ຈານວນ 50 ຖົງນ້ອຍ ນໍາ ທ້າວ ອານຸສອນ ຢູ່ເຮືອນເຊົ່າແຫ່ງໜຶ່ງ ເຂດບ້ານໂຊກຄໍາ ດ້ວຍຮູບການຈ່າຍເຄິ່ງໜຶ່ງ ແລະ ຕິດໜີ້ເຄິ່ງໜຶ່ງ; ພາຍຫຼັງທີ່ໄດ້ຢາບ້າແລ້ວ ກໍເອົາໄປຂາຍໃຫ້ພວກໄວລຸ້ນຢູ່ຕາມຮ້ານເກມຄືເກົ່າ, ຍັງເຫຼືອຢາບ້າຈໍານວນ 506 ເມັດ ແລະ ຢາໄອສ໌ ຈໍານວນ 30 ຖົງນ້ອຍ.

ພໍຮອດວັນທີ 19 ພຶດສະພາ 2021 ເວລາ 23:00 ໂມງ, ມີພວກໄວລຸ້ນໂທລະສັບບອກໃຫ້ຜູ້ກ່ຽວເອົາຢາບ້າໄປສົ່ງໃຫ້ ຢູ່ທາງເຂົ້າຮ່ອມຮ້ານເຝີຕົ້ນຕານ ເຂດບ້ານໂນນສະຫວ່າງ ເມື່ອຜູ້ກ່ຽວຂັບລົດອອກໄປໄດ້ໄລຍະໜຶ່ງ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.

ທ້າວ ອານຸສອນ ຫຼື ລ້ານ ສາລະພາບວ່າ: ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ ແຕ່ປີ 2020 ເປັນຕົ້ນມາ, ເບື້ອງຕົ້ນແມ່ນໄປຊື້ນໍາໄວລຸ້ນທີ່ບໍ່ຮູ້ຈັກຊື່ ຢູ່ຕາມຮ້ານເກມເທື່ອລະ 50 ເມັດ ແລ້ວເອົາໄປຂາຍຕໍ່ກິນກໍາໄລ ພ້ອມທັງເສບເອງ, ຕໍ່ມາໄດ້ໄປຊື້ຢາບ້ານໍາ ທ້າວ ໂຕ່ ຢູ່ຮ້ານເກມ ບ້ານໂນນສະຫວ່າງ ເທື່ອລະ 200 ເມັດ ຈໍານວນຫຼາຍຄັ້ງ.

ເດືອນເມສາ 2021, ທ້າວ ອານຸສອນ ຈຶ່ງໄດ້ໄປພົວພັນຄ້າຂາຍຢາເສບຕິດ ກັບ ທ້າວ ເຢັ້ງ ອາຍຸປະມານ 21 ປີ ບໍ່ຮູ້ຈັກບ້ານ ທີ່ເຄີຍຮຽນໜັງສືນໍາກັນ, ເບື້ອງຕົ້ນໄດ້ຮັບເອົາຢາບ້ານໍາ ທ້າວ ເຢັ້ງ ມາຂາຍກ່ອນ ຈໍານວນ 200 ເມັດ; ເຊິ່ງສະຖານທີ່ນັດສົ່ງຢາບ້າ ແມ່ນຢູ່ເສັ້ນທາງຂ້າງວັດບ້ານໂນນຄໍ້ໃຕ້ ເມືອງໄຊເສດຖາ ແລ້ວກໍເອົາໄປຂາຍຢູ່ຕາມຮ້ານເກມຄືເກົ່າ, ພາຍຫຼັງທີ່ໄດ້ພົວພັນຮັບເອົາຢາບ້າຈາກ ທ້າວ ເຢັ້ງ ຈົນມາຮອດເດືອນກໍລະກົດ 2020 ທ້າວ ເຢັ້ງ ຈຶ່ງໄດ້ມອບຢາບ້າໃຫ້ໄປຂາຍຫຼາຍຂຶ້ນກວ່າເກົ່າ ຄືຄັ້ງລະ 2.000 ເມັດ ແລະ ທ້າວ ອານຸສອນ ຍັງໄດ້ເອົາໃຫ້ ທ້າວ ແສງດາວຽງ ເປັນຜູ້ເອົາໄປຂາຍຊ່ວຍ ເທື່ອລະ 1.000-2.000 ເມັດ.

ວັນທີ 12 ພຶດສະພາ 2021 ເວລາ 20:00 ໂມງ, ທ້າວ ອານຸສອນ ໄດ້ໂທລະສັບຫາ ທ້າວ ເຢັ້ງ ເພື່ອບອກໃຫ້ເອົາຢາບ້າ ຈໍານວນ 1.000 ເມັດ ແລະ ຢາໄອສ໌ 2 ຖົງ ມາສົ່ງໃຫ້ ພ້ອມທັງຈ່າຍເງິນທີ່ຮັບເອົາຢາບ້າມາຂາຍກ່ອນຄືນໃຫ້ ທ້າວ ເຢັ້ງ; ຫຼັງຈາກໄດ້ຢາບ້າ ແລະ ຢາໄອສ໌ ຈໍານວນດັ່ງກ່າວມາແລ້ວ ກໍໄດ້ໃຫ້ ທ້າວ ແສງດາວຽງ ມາຮັບເອົາຢູ່ເຮືອນເຊົ່າ ຈໍານວນ 1.800 ເມັດ ແລະ ຢາໄອສ໌ 1 ຖົງ, ສ່ວນທີ່ເຫຼືອແມ່ນຜູ້ກ່ຽວເອົາໄວ້ເສບເອງ ແລະ ຮອດວັນທີ 20 ພຶດສະພາ 2021, ຈຶ່ງຖືກຈັບຕົວພ້ອມຂອງກາງຢາບ້າ ຈໍານວນ 124 ເມັດ ແລະ ຢາໄອສ໌ 1 ຖົງ.

ທ້າວ ເຢັ້ງຈາລີ ຕົງເກົ່າ ໄດ້ໃຫ້ການວ່າ: ໃນປີ 2018, ຜູ້ກ່ຽວໄດ້ອອກຈາກບ້ານຫ້ວຍນ້ໍາເຢັນ ເມືອງລ້ອງຊານ ແຂວງໄຊສົມບູນ ແລ້ວມາພັກເຊົາຢູ່ຫ້ອງແຖວແຫ່ງໜຶ່ງ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ເຂົ້າຮຽນວິຊາອາຊີບ ຢູ່ໂຮງຮຽນລາວ-ເກົາຫຼີ ຂະແໜງກົນຈັກລົດຍົນ; ຕົກມາເດືອນກຸມພາ 2021, ຜູ້ກ່ຽວໄດ້ໄປຫຼິ້ນກັບໝູ່ຢູ່ທີ່ຮ້ານອາຫານມາໂລ່ ຢູ່ບ້ານນາທົ່ມ ເມືອງໄຊທານີ ຈຶ່ງໄດ້ຮູ້ຈັກກັບຊາຍບໍ່ຮູ້ຊື່ ເຊິ່ງເປັນຄົນຊົນເຜົ່າດຽວກັນ.

ຕໍ່ມາເດືອນ ເມສາ 2021, ຈຶ່ງໄດ້ເລີ່ມພົວພັນຮັບ-ສົ່ງຢາບ້າກັບໝູ່ທີ່ຮູ້ຈັກກັນ ຢູ່ຮ້ານອາຫານມາໂລ່,ການເຄື່ອນໄຫວສົ່ງຢາບ້າ ແມ່ນຈະສົ່ງໃຫ້ ທ້າວ ລ້ານ ທີ່ເຄີຍມາພົວພັນຮັບເອົາຢາບ້າໄປຂາຍກັບໝູ່ຂອງຜູ້ກ່ຽວ ຈໍານວນ 4 ຄັ້ງ ແຕ່ລະຄັ້ງແມ່ນຈໍານວນ 2.000 ເມັດ ແລະ ວັນທີ 20 ພຶດສະພາ 2021 ເວລາ 12:00 ໂມງ, ທ້າວ ເຢັ້ງຈາລີ ກໍໄດ້ຂີ່ລົດຈັກເວບ 100 ໄປຮັບເອົາຢາບ້າຄົນດຽວຢູ່ສະຖານທີ່ເກົ່າ ຈໍານວນ 6.000 ເມັດ ແລະ ຢາໄອສ໌ ຈໍານວນ 2 ຖົງ, ພໍໄດ້ແລ້ວກໍເອົາໃສ່ກະຕ່າລົດຈັກ ຂີ່ໄປທາງບ້ານໂຊກຄໍາ ຈຸດປະສົງແມ່ນຈະໄປສົ່ງໃຫ້ ທ້າວ ລ້ານ ໃນລະຫວ່າງກໍາລັງຂີ່ລົດໄປໃກ້ຈະຮອດນັ້ນ ກໍຖືກເຈົ້າໜ້າທີ່ຕໍາຫຼວດຈັບກຸມຕົວພ້ອມກັບເຄື່ອງຂອງກາງ ໄປສອບສວນ.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ກໍາລັງເລັ່ງດໍາເນີນການສືບສວນ-ສອບສວນຫາກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.