ພາຍຫຼັງເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີເປົ້າໝາຍສົງໄສຊື່ ທ້າວ ສົມລີເລົາ ຫຼື ຕົວ ຢູ່ບ້ານປ່າສັກ ເມືອງໄຊ ແຂວງມຸດົມໄຊ ໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະອອກເຄື່ອນໄຫວສືບຄົ້ນຫາ ແລະ ຂັດຈ້ອນເປົ້າໝາຍລະແວງສົງໄສ.

ຈາກການເກັບກໍາຂໍ້ມູນ ເຫັນວ່າ: ມີຂໍ້ມູນຫຼັກຖານທີ່ສາມາດເຊື່ອຖືໄດ້ວ່າ ເປົ້າໝາຍດັ່ງກ່າວມີການເຄື່ອນໄຫວຄ້າຂາຍຢາເສບຕິດແທ້. ສະນັ້ນ, ມາຮອດເວລາ 8 ໂມງ ວັນທີ 26 ພຶດສະພາ 2021 ຈຶ່ງໄດ້ວາງແຜນການເຂົ້າຈັບກຸມ ພ້ອມທັງກວດຄົ້ນເຄຫະສະຖານຂອງເປົ້າໝາຍ.

ໃນການເຂົ້າຈັບກຸມ ແລະ ກວດຄົ້ນ ແມ່ນໄດ້ເຮັດໂດຍຊ່ອງໜ້າຜູ້ເຂົ້າຮ່ວມຄື ພະຍານ, ອົງການປົກຄອງບ້ານປ່າສັກ, ຜູ້ຕາງໜ້າຈາກ ອົງການໄອຍະການປະຊາຊົນແຂວງ ແລະ ເຈົ້າຂອງເຄຫະສະຖານ.

ຜ່ານການຈັດຕັ້ງປະຕິບັດ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ແລະ ຢຶດເຄື່ອງຂອງກາງໄດ້ຄື:

  • ຢາບ້າ ຈໍານວນ 549 ມັດ ເທົ່າກັບ 1.098.000 ເມັດ ນ້ໍາຫນັກ 130,5 ກິໂລກຼາມ
  • ແປ້ງຝຸ່ນສີຂາວ ຈໍານວນ 48 ເປົ້າ ນໍ້າໜັກ 1.200 ກິໂລກຼາມ
  • ປືນສັ້ນ 1 ກະບອກ
  • ໝື້ໝາກຟ່າ 5 ຫຼອດ ນໍ້າໜັກ 1 ກິໂລກຼາມ
  • ເງິນບາດ 1.339.000 ບາດ
  • ເງິນກີບ 90.000.000 ກີບ
  • ສາຍແຂນສີເຫຼືອງຄ້າຍຄືຄໍາ ຈໍານວນ 1 ເສັ້ນ ນໍ້າໜັກ 149,4 ກຼາມ
  • ເເຫວນສີເຫຼືອງຄ້າຍຄືຄໍາ ຈໍານວນ 1 ວົງ ນໍ້າໜັກ 29,6 ກຼາມ
  • ໃບຕາດິນຈໍານວນ 4 ໃບ
  • ປື້ມບັນຊີເງິນຝາກທະນາຄານ ຈໍານວນ 4 ຫົວ
  • ໂທລະສັບມືຖື 1 ໜ່ວຍ
  • ລົດກະບະຣີໂວສີຂາວ ທະບຽນ ຣບ 5689 ກໍາແພງນະຄອນ
  • ລົດປາຣາໂດ ສີຂາວມຸກ ທະບຽນ ວຣ 6789 ກໍາແພງນະຄອນ

ຜົນການສືບສວນ-ສອບສວນໃນເບື້ອງຕົ້ນ, ຜູ້ຖືກຫາຄື ທ້າວ ສົມລີເລົາ ຫຼື ຕົວ ໄດ້ໃຫ້ການຮັບສາລະພາບວ່າ:

ຢາບ້າ ຈໍານວນ 549 ມັດ ເທົ່າກັບ 1.098.000 ເມັດ, ແປ້ງຝຸ່ນສີຂາວ ຈໍານວນ 48 ເປົ້າ ນໍ້າໜັກ 1.200 ກິໂລກຼາມ, ປືນສັ້ນ 1 ກະບອກ ທີ່ເຈົ້າໜ້າທີ່ກວດພົບຢູ່ໃນເຮືອນຂອງຕົນ ແມ່ນຂອງຕົນເອງແທ້, ຢາບ້າ ແລະ ແປ້ງດັ່ງກ່າວ ແມ່ນໄດ້ຮັບມາຈາກຜູ້ຮ່ວມຂະບວນການ ແລ້ວໄດ້ເອົາມາພັກເຊົາເກັບມ້ຽນໄວ້ຢູ່ເຮືອນ ເພື່ອກະກຽມຈະເອົາອອກຈໍາໜ່າຍ ແລະ ສົ່ງຕໍ່ໄປໃຫ້ຜູ້ຮ່ວມຂະບວນການທີ່ຢູ່ຕ່າງແຂວງ ໂດຍນໍາໃຊ້ລົດກະບະຣີໂວສີຂາວ ທະບຽນ ຣບ 5689 ກໍາແພງນະຄອນ ເປັນພາຫະນະໃນການເຄື່ອນໄຫວຄ້າຂາຍ ແລະ ເຄື່ອນຍ້າຍຢາເສບຕິດ, ອາວຸດປືນສັ້ນ 1 ກະບອກ ແມ່ນຊື້ມາໄວ້ປ້ອງກັນຕົວ, ສ່ວນໝື້ໝາກຟ່າ ແມ່ນຊື້ມາໄວ້ເພື່ອໄປຈູດຕໍໄມ້ຢູ່ສວນ.

ປັດຈຸບັນລາຍຄະດີດັ່ງກ່າວ ທາງເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍາລັງສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງພັກພວກທີ່ຮ່ວມຂະບວນການ ເພື່ອນໍາຕົວມາດໍາເນີນຄະດີຕາມກົດໝາຍຕໍ່ໄປ.