ໃນວັນທີ 27 ພຶດສະພາ 2021, ທີ່ ຫ້ອງວ່າການ ນະຄອນຫຼວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 21 ພຶດສະພາ ຫາວັນທີ 4 ມິຖຸນາ 2021, ເປັນປະທານໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ພ້ອມທັງມີບັນດາທ່ານໃນຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ກອງ​ປະຊຸມ ​ໄດ້​ຮັບ​ຟັງ​ການ​ລາຍ​ງານສະພາບ​ການຈັດ​ຕັ້ງ​ປະຕິບັດ​​ການປ້ອງ​ກັນ, ຄວບ​ຄຸມ, ສະກັດ​ກັ້ນ ​ແລະ ​ແກ້​ໄຂການ​ແພ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ໄລຍະ​ຜ່ານມາ; ໂດຍສະເພາະ 7 ວັນ ພາຍຫຼັງມີມາດຕະການເພີ່ມເຕີມ ແລະ ຜ່ອນຜັນ ຕາມແຈ້ງການຂອງ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຈາກ​ກອງ​ເລຂາ​ຄະນະ​ສະ​ເພາະ​ກິດ​ຂັ້ນ​ສູນ​ກາງ ​ແລະ ຄະນະ​ສະ​ເພາະ​ກິດ ນະຄອນຫຼວງ​ວຽງ​ຈັນ, ​ເຊິ່ງໄດ້ເນັ້ນອັນ​ທີ່​ເຮັດ​ໄດ້​ດີ, ຂໍ້​ຫຍຸ້ງຍາກ, ຂໍ້ຄົງ​ຄ້າງ ​ແລະ ສະ​ເໜີ​ບາງ​ມາດ​ຕະການ ​ເພື່ອ​ປັບປຸງ​ແກ້​ໄຂ ​ແລະ ​ເພີ່ມ​ຄວາມ​ເຂັ້​ມງວດໃນການຈັດ​ຕັ້ງ​ປະຕິບັດ​ຂຶ້ນ​ຕື່ມ ​ເພື່ອໃຫ້​ໄດ້​ຮັບ​ຜົນ​ດີ.

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ

ພາຍຫຼັງຮັບຟັງການລາຍງານ ແລະ ປຶກສາຫາລື, ທ່ານ​ປະ​ທານ​ກອງ​ປະຊຸມ ​ໄດ້ຊີ້​ນຳ​ໃຫ້​ ຄະນະ​ສະ​ເພາະ​ກິດຂັ້ນສູນກາງ ແລະ ​ນະຄອນຫຼວງວຽງ​ຈັນ ດັ່ງນີ້:

ໃຫ້ສືບ​ຕໍ່​ປະຕິບັດ​ມາດ​ຕະການ​ທີ່ກຳນົດໃນແຈ້ງການ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ​ຢ່າງ​ເຂັ້ມ​ງວດ ​ແລະ ​ເດັດຂາດຂຶ້ນຕື່ມ; ສໍາລັບມາດຕະການຜ່ອນຜັນ​ ໃຫ້ປະຕິບັດ​ບົນພື້ນຖານ​ຫຼັກການຮັບປະກັນການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອພະຍາດ​ ຢ່າງ​ເຂັ້ມ​ງວດ. ພ້ອມນັ້ນ, ໃຫ້ລະດົມພາກສ່ວນຕ່າງໆ ເປັນຕົ້ນແມ່ນ ອົງການ​ປົກຄອງ, ທະຫານ, ຕຳຫຼວດ ເພື່ອຕິດຕາມກວດກາການເຂົ້າ-ອອກ, ໂຄສະນາເຜີຍແຜ່ຄວາມອັນຕະລາຍຂອງພະຍາດໂຄວິດ-19 ແລະ ການປ້ອງກັນຕິດເຊື້ອ ແລະ ແພ່ເຊື້ອ ພ້ອມທັງມີມາດຕະການເດັດຂາດຕໍ່ຜູ້ລະເມີດມາດຕະການທີ່ວາງອອກ.

ໃຫ້ປຸກລະດົມ​ປະຊ​າຊົນ ​ເຂົ້າ​ຮ່ວມຂະບວນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແພ່ລະບາດຂອງພະຍາດ ​​ໂດຍໃຫ້ການ​ຈັດ​ຕັ້ງ​ບ້ານ ​ເປັນ​ເຈົ້າ​ການ ຕິດຕາມການເຄື່ອນໄຫວຂອງບຸກຄົນທີ່ຢູ່ໃນຄວາມ​ຮັບຜິດຊອບ​ຂອງຕົນ ໂດຍສະເພາະ ບ້ານເຂດແດງ ແລະ ເຂດເຫຼືອງ.

ພ້ອມກັນນີ້, ກໍໃຫ້ ຂະແໜງສາທາລະນະສຸກ ສືບຕໍ່ເອົາໃຈໃສ່​ປະຕິບັດ​ມາດ​ຕະການ​ທາງ​ການ​ແພດໃຫ້​ດີ​ທີ່​ສຸດ ​ເປັນ​ຕົ້ນແມ່ນ: ການ​ເຝົ້າ​ລະວັງ, ການກວດຫາເຊື້ອ, ການ​ປ້ອງ​ກັນ, ການ​ສັກ​ວັກ​ຊີນ, ການ​ປິ່ນປົວຜູ້ຕິດເຊື້ອ ​ແລະອື່ນໆ ພ້ອມທັງສົມທົບ ອົງການປົກຄອງນະຄອນຫຼວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຕິດຕາມເອົາຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ແລະ ກຸ່ມສ່ຽງມາກວດຫາເຊື້ອ ແລະ ຈຳກັດບໍລິເວນໃຫ້ຄົບ 14 ວັນ ຕາມລະບຽບການ.

ກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 21 ພຶດສະພາ – 4 ມິຖຸນາ 2021

ນອກຈາກນີ້, ໃຫ້ ກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ກະຊວງການເງິນ ຄົ້ນຄວ້າປະຕິບັດ​ນະ​ໂຍບາຍ​ຕ່າງໆຕໍ່​ພະນັກງານ​ແພດ-ໝໍ, ​ເຈົ້າໜ້າ​ທີ່​ທະຫານ, ຕຳຫຼວດ ​ຕາມລະບຽບການ ແລະ ໃຫ້ທັນການ.​

ຈາກນີ້ຈົນຮອດວັນທີ 4 ມິຖຸນາ 2021, ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງສູ້ຊົນເຮັດໜ້າທີ່ໃຫ້ດີທີ່ສຸດ ໂດຍນຳ​ໃຊ້​ທຸກ​ທ່າ​ແຮງ​ທີ່​ມີ, ສິ່ງສຳຄັນຄື ການຊີ້ນຳການ​ປ້ອງກັນ ແລະ ແກ້ໄຂບັນຫາການແຜ່ລະບາດຂອງເຊື້ອພະຍາດນີ້ ໃຫ້ຄື​ກັນ​ກັບ ບັນຊາການຕໍ່ສູ້ໃນ​ສະໜາມຮົບ.